Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 1:3 - ພຣະຄຳພີສັກສິ

3 ແລະ​ບອກ​ພວກເຂົາ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ຈົ່ງ​ກັບຄືນ​ມາ​ຫາ​ເຮົາ,’ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວວ່າ ‘ແລະ​ເຮົາ​ຈະ​ກັບຄືນ​ໄປ​ຫາ​ພວກເຈົ້າ.’ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 1:3
33 Jak'a apnaqawi uñst'ayäwi  

ແລະ​ລາວ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ອາສາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ແລະ​ພວກທ່ານ​ທີ່​ເປັນ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ເຖີດ ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ນຳ​ພວກທ່ານ ຕາບໃດ​ທີ່​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ຊອກ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ພວກທ່ານ​ໄດ້​ພົບ​ພຣະອົງ; ແຕ່​ຖ້າ​ພວກທ່ານ​ຫັນໜີ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ.


ແຕ່​ເມື່ອ​ພວກເຂົາ​ພົບ​ກັບ​ຄວາມ​ເດືອດຮ້ອນ, ພວກເຂົາ​ຈຶ່ງ​ໄດ້​ຫັນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຂົາ​ຊອກ​ຫາ​ພຣະອົງ ແລະ​ໄດ້​ພົບ​ພຣະອົງ.


ເມື່ອ​ມີ​ສັນຕິສຸກ​ພັດ​ກັບ​ເຮັດ​ບາບ​ຄືນອີກ ພຣະອົງ​ຈຶ່ງ​ໃຫ້​ເຫຼົ່າ​ສັດຕູ​ເອົາ​ຊະນະ​ພວກເພິ່ນ. ແຕ່​ເມື່ອ​ພວກເພິ່ນ​ກັບໃຈ​ໃໝ່​ແລ້ວ ແລະ​ຂໍ​ພຣະອົງ​ໃຫ້​ຄວາມ​ຊ່ວຍເຫລືອ ທີ່​ສະຫວັນ​ພຣະອົງ​ໄດ້​ຮັບ​ຟັງ ຄຳ​ຂໍຮ້ອງ​ຂອງ​ພວກເພິ່ນ​ອີກ. ພຣະອົງ​ໄດ້​ຊ່ວຍເຫລືອ​ຫລາຍ​ຄັ້ງ​ຫລາຍຄາວ ໂດຍ​ຊ່ວຍກູ້​ເອົາ​ພວກເພິ່ນ​ດ້ວຍ​ຄວາມ​ເມດຕາ​ຍິ່ງໃຫຍ່.


ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ ໃຫ້​ທຸກ​ຄວາມຊົ່ວ​ສິ້ນສູນ​ໄປ​ຈາກ​ເຮືອນ​ຂອງເຈົ້າ.


ພຣະເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ​ແລະ​ຕໍ່ຕ້ານ​ເຮົາ, ແຕ່​ບັດນີ້ ຈົ່ງ​ກັບ​ມາ​ຫາ​ເຮົາ​ເທີ້ນ


ເຮົາ​ປັດ​ການບາບ​ຂອງ​ເຈົ້າ​ດັ່ງ​ເມກ​ຫາຍໄປ ຈົ່ງ​ກັບ​ມາ ເພາະ​ເຮົາ​ຜູ້ດຽວ​ທີ່​ຊ່ວຍ​ເຈົ້າ​ໄດ້.”


ແຕ່​ຫລັງຈາກ​ເຮົາ​ໄດ້​ກວາດຕ້ອນ​ພວກເຂົາ​ໄປ​ແລ້ວ ເຮົາ​ຈະ​ເມດຕາ​ພວກເຂົາ; ເຮົາ​ຈະ​ນຳ​ແຕ່ລະ​ຊົນຊາດ​ໃຫ້​ກັບຄືນ​ມາ​ສູ່​ດິນແດນ​ທີ່​ເປັນ​ຂອງຕົນເອງ ແລະ​ສູ່​ປະເທດ​ທີ່​ເປັນ​ຂອງ​ພວກເຂົາ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ໃຫ້​ປ່ຽນ​ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່​ດີ ແລະ​ຈາກ​ການ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກທ່ານ​ກຳລັງ​ເຮັດ​ຢູ່ ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ແກ່​ພວກທ່ານ ແລະ​ບັນພະບຸລຸດ​ຂອງ​ພວກທ່ານ ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ.


“ຖ້າ​ຊາຍ​ຜູ້ໜຶ່ງ​ປະ​ເມຍ​ຂອງຕົນ ແລະ​ນາງ​ໜີ​ຈາກ​ລາວ​ໄປ​ເປັນ​ເມຍ​ຂອງ​ຊາຍ​ອື່ນ ລາວ​ກໍ​ເອົາ​ນາງ​ກັບຄືນ​ມາ​ບໍ່ໄດ້​ອີກ. ເລື່ອງ​ແບບ​ນີ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ​ຢ່າງ​ໝົດສິ້ນ. ແຕ່​ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ມີ​ຄູ່ຮັກ​ຫລາຍ​ຄົນ ແລະ​ບັດນີ້ ພັດ​ຢາກ​ກັບຄືນ​ມາ​ຫາ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກ​ປະຊາຊົນ​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ ເຮົາ​ຈະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ຈາກ​ການ​ບໍ່​ສັດຊື່. ພວກເຈົ້າ​ກ່າວ​ວ່າ, “ແມ່ນແລ້ວ ພວກ​ຂ້ານ້ອຍ​ກຳລັງ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ເຮົາ​ໄດ້​ສືບຕໍ່​ສົ່ງ​ຜູ້ທຳນວາຍ​ທຸກຄົນ ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ແລະ​ບອກ​ພວກເຈົ້າ​ໃຫ້​ຫັນໜີ​ຈາກ​ວິທີ​ດຳເນີນ​ຊີວິດ​ອັນ​ຊົ່ວຊ້າ ແລະ​ມາ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພວກເຂົາ​ໄດ້​ເຕືອນ​ພວກເຈົ້າ​ບໍ່​ໃຫ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ. ແຕ່​ພວກເຈົ້າ​ບໍ່​ຟັງ​ເຮົາ​ກ່າວ​ຫລື​ເອົາໃຈໃສ່​ຕໍ່​ເຮົາ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ຖ້າ​ພວກເຈົ້າ​ຢາກ​ຈະ​ກັບຄືນ​ມາ ກໍ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເທີ້ນ. ຖ້າ​ພວກເຈົ້າ​ໂຍນ​ຮູບເຄົາຣົບ​ທີ່​ເຮົາ​ກຽດຊັງ​ຖິ້ມ ແລະ​ສັດຊື່​ຕໍ່​ເຮົາ


ແຕ່​ຖ້າ​ເຈົ້າ​ຖາມ​ວ່າ, ‘ເປັນຫຍັງ​ລູກຊາຍ​ຈຶ່ງ​ບໍ່ໄດ້​ຮັບ​ໂທດກຳ ເພາະ​ບາບ​ຂອງ​ຜູ້​ເປັນ​ພໍ່?’ ຄຳຕອບ​ກໍ​ຄື​ລູກຊາຍ​ໄດ້​ເຮັດ​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ. ລາວ​ໄດ້​ຮັກສາ​ກົດບັນຍັດ​ຂອງເຮົາ ແລະ​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ​ຢ່າງ​ລະມັດ​ລະວັງ; ສະນັ້ນ ລາວ​ຈຶ່ງ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ.


ຈົ່ງ​ເລີກ​ເຮັດ​ການຊົ່ວ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ດຳເນີນ​ຢູ່​ນັ້ນ​ສາ ແລະ​ຈົ່ງ​ຕັ້ງ​ຄວາມຄິດ​ໃໝ່​ແລະ​ເອົາ​ຈິດໃຈ​ໃໝ່. ເປັນຫຍັງ​ຊາວ​ອິດສະຣາເອນ ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?


ເຮົາ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕາຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ຈົ່ງ​ປະຖິ້ມ​ການບາບ​ທັງຫລາຍ​ຂອງ​ພວກເຈົ້າ​ສາ ແລະ​ມີ​ຊີວິດ​ຢູ່​ເຖີດ.”


ຈົ່ງ​ບອກ​ເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້ ເຮົາ​ຈະ​ບໍ່​ດີໃຈ​ເມື່ອ​ເຫັນ​ຄົນບາບ​ຜູ້ໜຶ່ງ​ຕາຍໄປ. ເຮົາ​ຈະ​ດີໃຈ​ຫລາຍກວ່າ​ເມື່ອ​ເຫັນ​ລາວ​ເຊົາ​ເຮັດ​ບາບ​ແລະ​ມີ​ຊີວິດ​ຢູ່. ຊາດ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ເຮັດ​ການ​ຊົ່ວຮ້າຍ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?’


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ບາບ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຊູນ​ສະດຸດ​ແລະ​ລົ້ມລົງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ມາ ເຮົາ​ຈະ​ຮັກ​ພວກເຂົາ​ດ້ວຍ​ສຸດໃຈ​ແລະ​ເຊົາ​ໂກດຮ້າຍ.


ປະຊາຊົນ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ໄປ​ຫາ​ພຣະເຈົ້າຢາເວ​ເທາະ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເຈັບປວດ ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ​ໃຫ້​ດີ​ຢ່າງ​ແນ່ນອນ; ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ບາດແຜ ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ແຕ່​ມາ​ດຽວ​ນີ້ ຈົ່ງ​ກັບໃຈໃໝ່​ຢ່າງ​ແທ້ຈິງ​ສາ​ເຖີດ ແລະ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ເຕັມໃຈ ດ້ວຍ​ການ​ອົດອາຫານ​ແລະ​ຮ້ອງໄຫ້​ໄວ້ທຸກ.


ພວກເຈົ້າ​ໄດ້​ຫັນໜີ​ຈາກ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ເໝືອນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ ແລະ​ເຮົາ​ຈະ​ກັບຄືນ​ໄປ​ຫາ​ພວກເຈົ້າ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. ແຕ່​ພວກເຈົ້າ​ຊໍ້າພັດ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ກັບຄືນ​ໄປ​ຫາ​ພຣະອົງ​ໄດ້?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka