Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 1:2 - ພຣະຄຳພີສັກສິ

2 “ພຣະເຈົ້າຢາເວ ໂກດຮ້າຍ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຫຼືອ​ຫລາຍ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 1:2
24 Jak'a apnaqawi uñst'ayäwi  

ເພາະ​ເຈົ້າ​ໄດ້​ຍອມ​ຟັງ​ແລະ​ເຈົ້າ​ໄດ້​ຖ່ອມຕົວ​ຕໍ່ໜ້າ​ພຣະເຈົ້າຢາເວ ເຈົ້າ​ຈີກ​ເຄື່ອງນຸ່ງ​ຂອງ​ເຈົ້າ​ແລະ​ຮ້ອງໄຫ້ ເມື່ອ​ເຈົ້າ​ໄດ້ຍິນ​ເຖິງ​ການ​ຂູ່ເຂັນ ທີ່​ເຮົາ​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ເມືອງ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເປັນ​ໜ້າຢ້ານກົວ ຄື​ເປັນ​ບ່ອນ​ທີ່​ຄົນ​ຈະ​ໃຊ້​ຊື່​ເມືອງ​ນີ້​ເປັນ​ຄຳສາບແຊ່ງ. ແຕ່​ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ແຕ່​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງ​ພຣະເຈົ້າຢາເວ​ຍັງ​ລຸກ​ຂຶ້ນ​ຕໍ່ສູ້​ຢູດາຍ ໂດຍ​ສິ່ງ​ທີ່​ກະສັດ​ມານາເຊ​ໄດ້​ກະທຳ ແລະ​ຈົນເຖິງ​ປານ​ນີ້​ຄວາມ​ໂກດຮ້າຍ​ນັ້ນ​ກໍ​ຍັງ​ບໍ່​ສິ້ນສຸດ.


ເຖິງ​ແມ່ນ​ວ່າ ທຸກສິ່ງ​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ເພື່ອ​ເປັນ​ການລົງໂທດ ເພາະ​ບາບ​ແລະ​ຄວາມຜິດ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ຮູ້​ດີ​ວ່າ ພຣະອົງ​ຄື​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໄດ້​ລົງໂທດ​ພວກ​ຂ້ານ້ອຍ​ນີ້ ໜ້ອຍກວ່າ​ທີ່​ພວກ​ຂ້ານ້ອຍ​ສົມຄວນ​ຈະ​ໄດ້​ຮັບ ແລະ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ​ຍັງ​ມີ​ຊີວິດ​ຢູ່.


ຂ້າແດ່​ພຣະເຈົ້າ ພຣະອົງ​ປະຕິເສດ​ພວກ​ຂ້ານ້ອຍ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ພ່າຍແພ້ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ບັດນີ້​ໂຜດ​ເຊົາ​ແລະ​ຄືນ​ມາ​ຫາ​ພວກ​ຂ້ານ້ອຍ​ເຖີດ.


ແຕ່​ພໍ​ພວກເຂົາ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນີ້​ແລ້ວ ກໍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລື​ດຳເນີນ​ຊີວິດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ; ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໃຫ້​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ພວກເຂົາ.


ດັ່ງນັ້ນ ເຮົາ​ຈຶ່ງ​ເທ​ຄວາມ​ໂກດຮ້າຍ ແລະ​ຄວາມ​ໂກດເຄືອງ​ຂອງເຮົາ ໃສ່​ເມືອງ​ຂອງ​ຢູດາຍ ແລະ​ໃສ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ເຮົາ​ກໍ​ຈູດ​ເມືອງ​ເຫຼົ່ານີ້​ຖິ້ມ​ໝົດ. ເມືອງ​ເຫຼົ່ານັ້ນ​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້.


ບັນພະບຸລຸດ​ໄດ້​ເຮັດ​ບາບ ແຕ່​ບັດນີ້​ເພິ່ນ​ຕາຍໄປ ພວກ​ຂ້ານ້ອຍ​ທົນທຸກ​ຍ້ອນ​ການບາບ​ຂອງ​ພວກເພິ່ນ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ດັ່ງ​ໄຟ​ທີ່​ເຜົາຜານ ອອກ​ໄປ​ທຳລາຍ​ພວກເຂົາ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ເຮົາ​ຈະ​ບໍ່​ໄວ້​ຊີວິດ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ພວກເຂົາ. ເຖິງ​ແມ່ນ​ພວກເຂົາ​ຈະ​ຮ້ອງ​ພາວັນນາ​ອະທິຖານ​ຕໍ່​ເຮົາ ຈົນ​ສຸດ​ສຽງ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ຟັງ​ພວກເຂົາ.”


ແລະ​ເຮົາ​ກໍ​ໂກດຮ້າຍ​ຢ່າງ​ເຫລືອຫລາຍ​ຕໍ່​ຊົນຊາດ​ຕ່າງໆ ທີ່​ມ່ວນຊື່ນ​ຢູ່​ກັບ​ຄວາມ​ມິດງຽບ​ແລະ​ຄວາມ​ສະຫງົບສຸກ. ດ້ວຍວ່າ, ໃນ​ເມື່ອ​ເຮົາ​ຖອນ​ເອົາ​ຄວາມ​ໂກດຮ້າຍ​ຂອງເຮົາ ທີ່​ມີ​ຕໍ່​ປະຊາຊົນ​ຂອງເຮົາ​ຄືນ​ນັ້ນ ຊົນຊາດ​ເຫຼົ່ານັ້ນ​ກໍໄດ້​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ທົນທຸກ​ຍິ່ງ​ຂຶ້ນ.’


ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ແຂງ​ດັ່ງ​ຫີນ ຈຶ່ງ​ບໍ່​ຟັງ​ກົດບັນຍັດ ແລະ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສົ່ງ​ໄປ​ໂດຍ​ພຣະວິນຍານ​ຂອງ​ພຣະອົງ​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ແຕ່ກ່ອນ. ເພາະສະນັ້ນ ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ໄດ້​ມາເຖິງ​ພວກເຂົາ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເມື່ອ​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນັ້ນ ເຮົາ​ໄດ້​ຕັ້ງໃຈ​ລົງໂທດ​ພວກເຂົາ​ແລະ​ເຮົາ​ບໍ່ໄດ້​ປ່ຽນໃຈ ແຕ່​ໄດ້​ເຮັດ​ຕາມ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ,


ມີ​ຜູ້ທຳນວາຍ​ຄົນ​ໃດ​ແດ່ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ຂົ່ມເຫັງ? ພວກເຂົາ​ໄດ້​ຂ້າ​ບັນດາ​ຄົນ​ທີ່​ນຳ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ໃຫ້ ຄື​ຄົນ​ທີ່​ໄດ້​ປະກາດ​ລ່ວງໜ້າ​ວ່າ ພຣະ​ຜູ້ຮັບໃຊ້​ອົງ​ຊອບທຳ​ຈະ​ມາ, ບັດນີ້ ເຈົ້າ​ທັງຫລາຍ​ໄດ້​ເປັນ​ຜູ້​ມອບ​ພຣະອົງ​ໄວ້ ແລະ​ສັງຫານ​ພຣະອົງ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka