ເຊກາຣີຢາ 1:19 - ພຣະຄຳພີສັກສິ19 ຂ້າພະເຈົ້າຈຶ່ງຖາມເທວະດາຕົນທີ່ກຳລັງກ່າວແກ່ຂ້າພະເຈົ້າຢູ່ນັ້ນວ່າ, “ເຂົາເຫຼົ່ານັ້ນໝາຍເຖິງຫຍັງ?” ເພິ່ນຕອບວ່າ, “ເຂົາເຫຼົ່ານັ້ນໝາຍເຖິງບັນດາອຳນາດແຫ່ງໂລກນີ້ ທີ່ໄດ້ເຮັດໃຫ້ປະຊາຊົນຢູດາ, ອິດສະຣາເອນ ແລະເຢຣູຊາເລັມ ກະຈັດກະຈາຍໄປ.” Uka jalj uñjjattʼäta |
ຊາຍທີ່ນຸ່ງຫົ່ມຜ້າປ່ານ ຜູ້ທີ່ຢືນຢູ່ເໜືອນໍ້າໄດ້ຍົກມືຂວາແລະມືຊ້າຍຂອງເພິ່ນຂຶ້ນສູ່ຟ້າສະຫວັນ ແລະຂ້າພະເຈົ້າໄດ້ຍິນເພິ່ນສາບານໂດຍອົງຊົງດຳລົງຢູ່ຕະຫຼອດໄປເປັນນິດວ່າ, “ຈະເປັນເວລາສາມປີເຄິ່ງ. ເມື່ອການປະຫັດປະຫານໄພ່ພົນຂອງພຣະເຈົ້າສິ້ນສຸດລົງແລ້ວ ສິ່ງທັງໝົດເຫຼົ່ານີ້ຈະຕ້ອງເກີດຂຶ້ນ.”
ຂ້າພະເຈົ້າຈຶ່ງຖາມວ່າ, “ຄົນເຫຼົ່ານັ້ນມາເຮັດຫຍັງ?” ເພິ່ນຕອບວ່າ, “ອັນນີ້ແມ່ນເຂົາທີ່ເຮັດໃຫ້ຢູດາພັດພາກຈາກກັນຈົນບໍ່ມີຜູ້ໃດເງີຍໜ້າໄດ້ ແຕ່ພວກຊ່າງນີ້ມາເພື່ອເຮັດໃຫ້ຊົນຊາດຕ່າງໆສະທ້ານຢ້ານກົວ ແລະໂຄ່ນລົ້ມຊົນຊາດທັງຫລາຍທີ່ຢຽບຢໍ່າທຳລາຍດິນແດນຢູດາຍໃຫ້ໝຸ່ນ ແລະເຮັດໃຫ້ພົນລະເມືອງກະຈັດກະຈາຍໄປ.”