ເຊກາຣີຢາ 1:14 - ພຣະຄຳພີສັກສິ14 ແລະເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າກໍໄດ້ບອກຂ້າພະເຈົ້າວ່າ, “ຈົ່ງປະກາດວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ, ‘ເຮົາມີຄວາມຮັກແລະຄວາມຫ່ວງໃຍອັນເລິກເຊິ່ງ ຕໍ່ນະຄອນເຢຣູຊາເລັມ ແລະຕໍ່ຊີໂອນ Uka jalj uñjjattʼäta |
ຍັງມີສຽງໜຶ່ງນັ້ນຮ້ອງດັງອອກມາວ່າ, “ຈົ່ງໄປປະກາດຖ້ອຍຄຳຂອງພຣະອົງ.” ແລ້ວຂ້າພະເຈົ້າກໍໄດ້ເອີ້ນຖາມຄືນໄປວ່າ, “ແມ່ນຖ້ອຍຄຳຫຍັງທີ່ຂ້ານ້ອຍຈະຕ້ອງປະກາດ?” ສຽງນັ້ນຈຶ່ງໄດ້ກ່າວຕໍ່ໄປອີກວ່າ, “ຈົ່ງປະກາດວ່າມະນຸດທຸກຄົນເປັນດັ່ງຕົ້ນຫຍ້າ; ຊາຕາກຳຂອງມະນຸດນັ້ນຈະຢູ່ບໍ່ໄດ້ດົນ ເພາະທຸກຄົນເປັນພຽງແຕ່ດອກໄມ້ປ່າ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຈາກສະຫວັນບ່ອນທີ່ພຣະອົງສະຖິດຢູ່ໃນຄວາມບໍຣິສຸດ ແລະໃນສະຫງ່າຣາສີນັ້ນ ຈົ່ງແນມລົງມາເບິ່ງພວກຂ້ານ້ອຍທັງຫລາຍແດ່ທ້ອນ. ຄວາມຫ່ວງໃຍອັນໃຫຍ່ຫລວງທີ່ພຣະອົງມີຕໍ່ພວກຂ້ານ້ອຍນັ້ນຢູ່ໃສ? ຣິດອຳນາດຂອງພຣະອົງໄປໃສແລ້ວ? ຄວາມຮັກແລະຄວາມເມດຕາຂອງພຣະອົງຢູ່ໃສແລ້ວ? ຢ່າເມີນເສີຍຕໍ່ພວກຂ້ານ້ອຍເລີຍ.
ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.