Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 1:12 - ພຣະຄຳພີສັກສິ

12 ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ໄດ້​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ຂອງ​ຢູດາຍ​ເຖິງ​ເຈັດສິບ​ປີ​ແລ້ວ. ຈະ​ຍັງ​ອີກ​ດົນນານ​ປານໃດ ກ່ອນ​ທີ່​ພຣະອົງ​ຈະ​ໂຜດ​ເມດຕາ​ພວກເຂົາ?”

Uka jalj uñjjattʼäta Copia luraña




ເຊກາຣີຢາ 1:12
24 Jak'a apnaqawi uñst'ayäwi  

ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.


ພຣະອົງ​ຈະ​ລຸກ​ຂຶ້ນ​ມາ​ດຳເນີນການ ແລະ​ຈະ​ສົງສານ​ພູເຂົາ​ຊີໂອນ​ດ້ວຍ. ເວລາ​ແຫ່ງ​ພຣະເມດຕາ​ໄດ້​ມາ​ສູ່​ເມືອງ​ນີ້​ແລ້ວ ເວລາ​ທີ່​ກຳນົດ​ໄວ້​ກໍ​ມາຮອດ​ມາເຖິງ​ແລ້ວ.


ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ເຊື່ອງ​ຄວາມ​ຜິດບາບ​ຈາກ​ພຣະອົງ​ບໍ່ໄດ້​ດອກ ຂ້ານ້ອຍ​ໂງ່ຈ້າ​ສໍ່າໃດ ພຣະອົງ​ກໍ​ຮູ້​ແລ້ວ.


ຂ້າແດ່​ພຣະເຈົ້າ ສັດຕູ​ຈະ​ຫົວຂວັນ​ໃສ່​ດົນ​ປານໃດ? ພວກເຂົາ​ຈະ​ໝິ່ນປະໝາດ​ພຣະອົງ​ສືບໄປ​ຫລືນີ້?


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໂກດຮ້າຍ​ພວກ​ຂ້ານ້ອຍ​ຕະຫຼອດໄປ​ບໍ? ສິ່ງນັ້ນ​ຈະ​ເປັນ​ໄຟ​ເຜົາຜານ​ສືບ​ຕໍ່ໄປ​ຫລືນີ້?


ເວລາ​ສຳລັບ​ຂ້າ ແລະ​ເວລາ​ສຳລັບ​ປິ່ນປົວ​ໃຫ້​ດີ ເວລາ​ສຳລັບ​ມ້າງລົງ ແລະ​ເວລາ​ສຳລັບ​ກໍ່ສ້າງ​ຂຶ້ນ.


ເຮົາ​ໄດ້​ໂກດຮ້າຍ​ໃຫ້​ປະຊາຊົນ​ຂອງເຮົາ ເຮົາ​ໄດ້​ເຮັດ​ຕໍ່​ພວກເຂົາ​ດັ່ງ​ບໍ່ໄດ້​ເປັນ​ຂອງເຮົາ​ອີກ: ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ອຳນາດ​ຂອງເຈົ້າ​ໝົດ ເຈົ້າ​ບໍ່ໄດ້​ເມດຕາປານີ​ພວກເຂົາ​ເລີຍ.


ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ຊ່ວຍເຫລືອ​ພວກເຂົາ ໃຫ້​ພົ້ນ​ຈາກ​ຄວາມ​ທົນທຸກ​ທັງໝົດ. ບໍ່ແມ່ນ​ເທວະດາ​ຕົນໜຶ່ງ​ຕົນໃດ​ທີ່​ໄດ້​ຊ່ວຍເຫລືອ​ພວກເຂົາ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເອງ. ເພາະ​ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ. ໃນ​ອະດີດ​ພຣະອົງ​ໄດ້​ເບິ່ງແຍງ​ພວກເຂົາ​ຕະຫລອດ​ມາ


ດິນແດນ​ນັ້ນ​ຈະ​ແຫ້ງແລ້ງ​ຢູ່​ຢ່າງນີ້​ບໍ? ຫຍ້າ​ຕາມ​ທົ່ງນາ​ຈະ​ແຫ້ງ​ຢູ່​ຢ່າງນີ້​ດົນ​ປານໃດ? ຝູງສັດ ຝູງນົກ​ລົ້ມ​ຕາຍ​ຍ້ອນ​ປະຊາຊົນ​ຊົ່ວຊາມ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ບໍ່​ເຫັນ​ພວກເຮົາ​ເຮັດ​ດອກ.”’


ຂ້ານ້ອຍ​ບໍ່ໄດ້​ໃຊ້​ເວລາ​ກັບ​ຄົນອື່ນ​ໃຫ້​ເສຍ​ໄປ​ລ້າໆ ໂດຍ​ຫົວເລາະ​ແລະ​ສະໜຸກ​ສະໜານ. ໂດຍ​ຍອມ​ເຊື່ອຟັງ​ພຣະ​ຂໍ້ຄຳສັ່ງ ຂ້ານ້ອຍ​ໄດ້​ຢູ່​ຕາມ​ລຳພັງ ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເມື່ອ​ຢູ່​ນະຄອນ​ບາບີໂລນ​ຄົບ​ເຈັດສິບ​ປີ ແລ້ວ​ເຮົາ​ກໍ​ຈະ​ສະແດງ​ຄວາມ​ຫ່ວງໃຍ​ຂອງເຮົາ​ສຳລັບ​ພວກເຈົ້າ ທັງ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ສ້າງ​ປະຊາຊົນ​ເຮົາ​ຂຶ້ນ​ໃໝ່ ໃນ​ດິນແດນ​ຂອງ​ເຂົາ ແລະ​ຈະ​ເມດຕາ​ຕໍ່​ທຸກໆ​ບ້ານ ເຮົາ​ຈະ​ກໍ່ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນໃໝ່ ຜາສາດ​ຣາຊວັງ​ກໍ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ຄືກັນ.


ຄົນ​ໜຶ່ງ​ໃນ​ສອງ​ຄົນ​ນີ້ ໄດ້​ຖາມ​ຜູ້ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ຂຶ້ນ​ໄປ​ນັ້ນ​ວ່າ, “ຍັງ​ອີກ​ດົນ​ປານໃດ ສິ່ງ​ອັດສະຈັນ​ເຫຼົ່ານີ້​ຈະ​ໝົດສິ້ນໄປ?”


ຂ້າພະເຈົ້າ​ໄດ້​ເຂົ້າໃຈ​ຈຳນວນ​ປີ​ໃນ​ໜັງສື​ຕ່າງໆ​ທີ່​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ກັບ​ຜູ້ທຳນວາຍ​ເຢເຣມີຢາ​ວ່າ ນະຄອນ​ເຢຣູຊາເລັມ​ຕ້ອງ​ຕົກ​ໃນ​ສະພາບ​ຮົກຮ້າງ​ເພພັງ​ເປັນ​ເວລາ​ເຈັດສິບ​ປີ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຕ້ອງ​ຮ້ອງ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ​ດົນ​ປານໃດ ກ່ອນ​ພຣະອົງ​ຈະ​ສະດັບ​ຮັບ​ຟັງ​ຂ້ານ້ອຍ ກ່ອນ​ທີ່​ພຣະອົງ​ຈະ​ຊ່ວຍຊູ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ການ​ທາລຸນ?


ຂ້າພະເຈົ້າ​ໄດ້​ເຫັນ​ຜູ້​ໜຶ່ງ​ຂີ່​ມ້າ​ສີແດງ​ໂຕໜຶ່ງ. ຜູ້​ນັ້ນ​ໄດ້​ຢຸດ​ຢູ່​ທ່າມກາງ​ຕົ້ນໄມ້​ຫອມ ໃນ​ຮ່ອມພູ​ແຫ່ງ​ໜຶ່ງ ແລະ​ທາງ​ເບື້ອງ​ຫລັງ​ຂອງ​ຜູ້​ນັ້ນ​ມີ​ມ້າ​ໂຕ​ອື່ນ​ອີກ ເປັນ​ມ້າ​ສີແດງ, ສີດ່າງ ແລະ​ສີຂາວ.


ຊົງ​ກ່າວ​ວ່າ, “ຈົ່ງ​ບອກ​ປະຊາຊົນ​ໃນ​ດິນແດນ​ນີ້​ແລະ​ພວກ​ປະໂຣຫິດ​ວ່າ, ‘ເມື່ອ​ພວກເຈົ້າ​ໄວ້ທຸກ ແລະ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ຫ້າ ແລະ​ໃນ​ເດືອນ​ທີ​ເຈັດ ຕະຫລອດ​ເຈັດສິບ​ປີ​ນັ້ນ ບໍ່ໄດ້​ເປັນ​ການ​ໃຫ້ກຽດ​ເຮົາ​ເລີຍ.


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka