10 ດັ່ງນັ້ນ ຊາຍທີ່ຢືນຢູ່ທ່າມກາງຕົ້ນໄມ້ຫອມຈຶ່ງຕອບວ່າ, “ພຣະເຈົ້າຢາເວໄດ້ໃຊ້ພວກມັນໄປກວດກາເບິ່ງແຜ່ນດິນໂລກ.”
ພຣະເຈົ້າຢາເວຖາມມານຊາຕານວ່າ, “ເຈົ້າໄປເຮັດຫຍັງມາ?” ມານຊາຕານຕອບພຣະເຈົ້າຢາເວວ່າ, “ຂ້ານ້ອຍໄປຫັ້ນມານີ້ ທ່ອງທ່ຽວໄປມາທົ່ວໂລກ.”
ພວກເຂົາໄດ້ມາລາຍງານຕໍ່ເທວະດາຂອງພຣະເຈົ້າຢາເວວ່າ, “ພວກເຮົາໄດ້ໄປທົ່ວໂລກແລະໄດ້ພົບວ່າ ໂລກທັງໝົດມີແຕ່ຄວາມສິ້ນຫວັງແລະຄວາມງຽບເຫງົາ.”
ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງຂີ່ມ້າສີແດງໂຕໜຶ່ງ. ຜູ້ນັ້ນໄດ້ຢຸດຢູ່ທ່າມກາງຕົ້ນໄມ້ຫອມ ໃນຮ່ອມພູແຫ່ງໜຶ່ງ ແລະທາງເບື້ອງຫລັງຂອງຜູ້ນັ້ນມີມ້າໂຕອື່ນອີກ ເປັນມ້າສີແດງ, ສີດ່າງ ແລະສີຂາວ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ດາບເອີຍ ຈົ່ງຕື່ນຂຶ້ນແລະໂຈມຕີຄົນລ້ຽງແກະ ທີ່ເຮັດວຽກໃຫ້ເຮົາ ຈົ່ງຂ້າລາວເສຍ ແລະຝູງແກະຂອງເຮົາກໍຈະກະຈັດກະຈາຍໄປ. ເຮົາຈະໂຈມຕີປະຊາຊົນຂອງເຮົາ.”
ກະຕ່ານັ້ນມີຝາອັດທີ່ເຮັດດ້ວຍຕະກົ່ວ ເມື່ອຂ້າພະເຈົ້າເບິ່ງລົງໃນທີ່ນັ້ນ ຝາມັນກໍໄຂອອກແລະມີຍິງຜູ້ໜຶ່ງນັ່ງຢູ່ໃນກະຕ່ານັ້ນ.
ຝູງເທວະດາທັງປວງນັ້ນ ແມ່ນວິນຍານຮັບໃຊ້ ທີ່ພຣະເຈົ້າຊົງໃຊ້ມາບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມລອດພົ້ນເປັນມໍຣະດົກບໍ່ແມ່ນບໍ?