Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 1:1 - ພຣະຄຳພີສັກສິ

1 ໃນ​ເດືອນ​ແປດ ຂອງ​ຣາຊການ​ປີ​ທີ​ສອງ ຂອງ​ເຈົ້າ​ດາຣິອຸດ​ຈັກກະພັດ​ແຫ່ງ​ເປີເຊຍ ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້ ໃຫ້​ຜູ້ທຳນວາຍ​ເຊກາຣີຢາ​ລູກຊາຍ​ຂອງ​ເບເຣກີຢາ​ແລະ​ຫລານຊາຍ​ຂອງ​ອິດໂດ​ວ່າ,

Uka jalj uñjjattʼäta Copia luraña




ເຊກາຣີຢາ 1:1
17 Jak'a apnaqawi uñst'ayäwi  

ການ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໄດ້​ຢຸດ​ສະຫງັກ​ລົງ ແລະ​ຄ້າງຄາ​ຢູ່​ຢ່າງ​ນັ້ນ ຈົນເຖິງ​ຣາຊການ​ປີ​ທີ​ສອງ​ຂອງ​ກະສັດ​ດາຣິອຸດ​ແຫ່ງ​ເປີເຊຍ.


ໃນ​ເວລາ​ນັ້ນ ໄດ້​ມີ​ຜູ້ທຳນວາຍ​ສອງ​ຄົນ​ຄື: ຮັກກາຍ ແລະ​ເຊກາຣີຢາ​ລູກຊາຍ​ຂອງ​ອິດໂດ ໄດ້​ກ່າວ​ໃນ​ນາມ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ຕໍ່​ຊາວຢິວ ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ.


ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.


ໃນ​ວັນ​ທີ​ຊາວສີ່​ເດືອນ​ຫົກ ກົງ​ກັບ​ຣາຊການ​ປີ​ທີ​ສອງ​ຂອງ​ກະສັດ​ດາຣິອຸດ.


ແລ້ວ​ພຣະເຈົ້າຢາເວ​ກໍ​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ປະຊາຊົນ ໂດຍ​ຜ່ານ​ທາງ​ຜູ້ທຳນວາຍ​ຮັກກາຍ​ວ່າ:


ໃນ​ວັນ​ທີ​ຊາວສີ່ ເດືອນ​ທີ​ເກົ້າ ອັນ​ກົງ​ກັບ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ.


ໃນ​ມື້​ດຽວກັນ​ນັ້ນ ຄື​ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ​ຄັ້ງ​ທີ​ສອງ​ໃຫ້​ຮັກກາຍ


ໃນ​ປີ​ທີ​ສອງ ທີ່​ເຈົ້າ​ດາຣິອຸດ​ເປັນ​ຈັກກະພັດ ອັນ​ກົງ​ກັບ​ວັນ​ທີ​ຊາວສີ່ ເດືອນ​ສິບເອັດ (ເດືອນ​ເຊບັດ) ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ໃຫ້​ຂ້າພະເຈົ້າ ໃນ​ນິມິດ​ຕອນ​ກາງຄືນ.


ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ເຫຼົ່ານີ້​ໃຫ້​ແກ່​ຂ້າພະເຈົ້າ.


ໃນ​ຣາຊການ​ປີ​ທີ​ສີ່ ທີ່​ເຈົ້າດາຣິອຸດ​ເປັນ​ຈັກກະພັດ ອັນ​ກົງ​ກັບ​ມື້​ທີ​ສີ່ ເດືອນ​ເກົ້າ (ເດືອນ​ກີຊະເລວ ) ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ໃຫ້​ແກ່​ຂ້າພະເຈົ້າ.


ດັ່ງນັ້ນ ໂທດກຳ​ສຳລັບ​ການ​ຂ້າ​ທຸກຄົນ​ທີ່​ບໍ່ມີ​ຄວາມຜິດ​ນັ້ນ ຈະ​ຕົກ​ຖືກ​ພວກເຈົ້າ ນັບ​ແຕ່​ການ​ຂ້າ​ອາເບັນ​ຜູ້​ບໍ່ມີ​ຄວາມຜິດ ຈົນເຖິງ​ການ​ຂ້າ​ເຊກາຣີຢາ ລູກຊາຍ​ຂອງ​ເບເຣກີຢາ ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ພຣະວິຫານ​ແລະ​ແທ່ນບູຊາ.


ຄື​ຕັ້ງແຕ່​ເລືອດ​ຂອງ​ອາເບັນ ຈົນເຖິງ​ເລືອດ​ຂອງ​ເຊກາຣີຢາ ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ພຣະວິຫານ​ນັ້ນ ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ໃນ​ຍຸກ​ນີ້​ຈະ​ຖືກ​ລົງໂທດ​ຍ້ອນ​ເລືອດ​ພວກ​ນັ້ນ​ທັງໝົດ​ທີ່​ຖືກ​ຂ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka