Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 3:9 - ພຣະຄຳພີສັກສິ

9 ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ, ເລື່ອງ​ລຳດັບ​ເຊື້ອວົງ​ອັນ​ຍືດຍາວ​ຂອງ​ບັນພະບຸລຸດ, ການ​ຜິດຖຽງ​ກັນ ແລະ​ການ​ຕໍ່ສູ້​ກັນ​ເຖິງ​ເລື່ອງ​ກົດບັນຍັດ, ສິ່ງ​ເຫຼົ່ານັ້ນ​ເປັນ​ການ​ໄຮ້​ປະໂຫຍດ​ແລະ​ບໍ່ມີ​ຄຸນຄ່າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ແຕ່​ຈົ່ງ​ຫລີກເວັ້ນ​ຈາກ​ຄວາມ​ຂັດແຍ້ງ​ອັນ​ໂງ່ຈ້າ, ເລື່ອງ​ລຳດັບ​ວົງຕະກູນ, ການຜິດຖຽງກັນ ແລະ ການຕໍ່ສູ້​ກັນ​ກ່ຽວກັບ​ເລື່ອງ​ກົດບັນຍັດ ເພາະ​ສິ່ງ​ເຫລົ່ານີ້​ລ້ວນແຕ່​ບໍ່​ມີ​ປະໂຫຍດ ແລະ ໃຊ້​ການ​ບໍ່​ໄດ້.

Uka jalj uñjjattʼäta Copia luraña




ຕີໂຕ 3:9
10 Jak'a apnaqawi uñst'ayäwi  

ບໍ່ມີ​ຄົນ​ສະຫລາດ​ຜູ້ໃດ ເຄີຍ​ເວົ້າ​ດັ່ງ​ເຈົ້າ​ເວົ້າ​ມາ ຫລື​ປ້ອງກັນ​ຕົນເອງ ດ້ວຍ​ຖ້ອຍຄຳ​ທີ່​ໄຮ້​ສາລະ​ຄືນີ້.


ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.


ເລື່ອງ​ອາຫານ​ທີ່​ມາ​ຈາກ​ການ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມ​ຮູ້.” ຄວາມ​ຮູ້​ເຮັດ​ໃຫ້​ເຮົາ​ອວດຕົວ ແຕ່​ຄວາມຮັກ​ເຮັດ​ໃຫ້​ຈະເລີນ​ຂຶ້ນ.


ແຕ່​ຈົ່ງ​ຫລີກເວັ້ນ​ຈາກ​ນິຍາຍ​ອັນ​ໂງ່ງ່າວ​ຕ່າງໆ ຊຶ່ງ​ຂັດ​ກັບ​ຄວາມເຊື່ອ ຈົ່ງ​ຝຶກຝົນ​ຕົນເອງ​ໃຫ້​ດຳເນີນ​ຊີວິດ​ໃນ​ຄວາມ​ຢຳເກງ​ພຣະເຈົ້າ.


ຈົ່ງ​ບອກ​ຄົນ​ຂອງ​ເຈົ້າ ໃຫ້​ຈົດຈຳ​ໃນ​ເລື່ອງ​ນີ້ ແລະ​ຕັກເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ບໍ່​ໃຫ້​ຜິດຖຽງ​ກັນ​ເຖິງ​ຖ້ອຍຄຳ​ຕ່າງໆ ການ​ກະທຳ​ເຊັ່ນ​ນີ້ ບໍ່​ເປັນ​ສິ່ງ​ທີ່​ດີ ມີ​ແຕ່​ເຮັດ​ໃຫ້​ຜູ້​ຟັງ​ຈິບຫາຍ​ໄປ.


ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ສົນທະນາ​ອັນ​ໂງ່ງ່າວ ແລະ​ຂັດ​ກັບ​ຄວາມເຊື່ອ ຊຶ່ງ​ເປັນ​ການ​ຊັກນຳ​ຜູ້​ຟັງ​ໃຫ້​ຫ່າງ​ຈາກ​ພຣະເຈົ້າ​ຫລາຍ​ຂຶ້ນ​ເທົ່ານັ້ນ.


ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ​ແລະ​ອັບ​ປັນຍາ ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ການ​ກະທຳ​ຢ່າງ​ນັ້ນ​ນຳ​ໄປ​ສູ່​ການ​ວິວາດ​ຜິດຖຽງ​ກັນ.


ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອຟັງ​ນິຍາຍ​ຂອງ​ພວກ​ຢິວ ແລະ​ກົດບັນຍັດ​ຂອງ​ມະນຸດ​ທີ່​ປະຕິເສດ​ຄວາມຈິງ.


ອັນ​ໃດ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຕໍ່ສູ້ ແລະ​ຜິດຖຽງ​ກັນ? ກໍ​ແມ່ນ​ກິເລດ​ຕັນຫາ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ທີ່​ເຮັດ​ໃຫ້​ມີ​ການ​ຕໍ່ສູ້​ກັນ​ຢູ່​ບໍ່​ຂາດ​ພາຍໃນ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka