ຕີໂຕ 3:7 - ພຣະຄຳພີສັກສິ7 ເພື່ອວ່າ ເມື່ອຊົງປະກາດໄວ້ວ່າ ພວກເຮົາເປັນຄົນຊອບທຳດ້ວຍພຣະຄຸນຂອງພຣະອົງນັ້ນແລ້ວ ພວກເຮົາກໍຈະໄດ້ຮັບມໍຣະດົກ ຄືຊີວິດນິຣັນດອນຕາມຄວາມຫວັງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ເພື່ອວ່າ ເມື່ອພວກເຮົາຖືກນັບເປັນຜູ້ຊອບທຳດ້ວຍພຣະຄຸນຂອງພຣະອົງແລ້ວ ພວກເຮົາກໍຈະກາຍເປັນຜູ້ຮັບມໍລະດົກ ມີຄວາມຫວັງໃນຊີວິດນິລັນດອນ. Uka jalj uñjjattʼäta |
ດ້ວຍເຫດນີ້ເອງ, ການທີ່ໄດ້ຮັບມໍຣະດົກນັ້ນ ຈຶ່ງຂຶ້ນຢູ່ກັບຄວາມເຊື່ອ ເພື່ອຈະໄດ້ເປັນຕາມພຣະຄຸນ ເພື່ອພຣະສັນຍານັ້ນຈະເປັນທີ່ວາງໃຈແກ່ຜູ້ສືບເຊື້ອສາຍຂອງເພິ່ນທຸກຄົນ ແລະບໍ່ແມ່ນຜູ້ສືບເຊື້ອສາຍທີ່ຖືກົດບັນຍັດພວກດຽວ, ແຕ່ແກ່ບັນດາຄົນທີ່ມີຄວາມເຊື່ອຢ່າງດຽວກັນກັບອັບຣາຮາມ ຜູ້ເປັນບິດາຂອງພວກເຮົາທັງໝົດ.
ແຕ່ພວກເຮົາກໍຮູ້ຢູ່ວ່າ ບໍ່ມີຜູ້ໃດຖືກຊົງຖືວ່າເປັນຄົນຊອບທຳ ໂດຍການປະຕິບັດຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າເທົ່ານັ້ນ ເຖິງແມ່ນພວກເຮົາກໍຍັງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທຳໂດຍຄວາມເຊື່ອໃນພຣະຄຣິດ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ ເພາະວ່າໂດຍການປະຕິບັດຕາມກົດບັນຍັດນັ້ນ “ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນຄົນຊອບທຳໄດ້.”