Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 3:15 - ພຣະຄຳພີສັກສິ

15 ທຸກຄົນ​ທີ່​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ ເຈົ້າ​ຈົ່ງ​ສົ່ງ​ຄວາມ​ຄິດເຖິງ​ຂອງ​ພວກເຮົາ ໄປ​ຍັງ​ບັນດາ​ພີ່ນ້ອງ​ທີ່ຮັກ​ຂອງ​ພວກເຮົາ ໃນ​ຄວາມເຊື່ອ​ອັນ​ດຽວກັນ. ຂໍ​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ທຸກຄົນ​ທີ່​ຢູ່​ກັບ​ເຮົາ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ. ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຄົນ​ທີ່​ຮັກ​ພວກເຮົາ​ໃນ​ຄວາມເຊື່ອ​ນັ້ນ. ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ.

Uka jalj uñjjattʼäta Copia luraña




ຕີໂຕ 3:15
14 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ຄຳນັບ​ພີ່ນ້ອງ​ຂອງຕົນ​ເທົ່ານັ້ນ ພວກເຈົ້າ​ໄດ້​ເຮັດ​ຫຍັງ​ດີ​ລື່ນ​ຄົນອື່ນ​ແດ່? ແມ່ນແຕ່​ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ເໝືອນກັນ.


ພວກທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ​ວ່າ ຂ້າພະເຈົ້າ​ໃຊ້​ມື​ທັງສອງ​ຂອງ​ຂ້າພະເຈົ້າ​ນີ້​ແຫຼະ​ເຮັດ​ວຽກ ເພື່ອ​ຈັດຫາ​ທຸກສິ່ງ​ທີ່​ເພື່ອນ​ຮ່ວມງານ​ກັບ​ຂ້າພະເຈົ້າ​ຕ້ອງການ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ເຮົາ​ຄື​ໂປໂລ ໄດ້​ຂຽນ​ຂໍ້​ຄວາມ​ທັງໝົດ​ນີ້ ດ້ວຍ​ມື​ຂອງເຮົາ​ເອງ, ຢ່າ​ລືມ​ວ່າ ເຮົາ​ກຳລັງ​ຖືກ​ຄຸກ​ຢູ່ ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ເຖິງ ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ, ຂໍ​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ໂຜດ​ປະທານ​ພຣະຄຸນ, ຄວາມ​ເມດຕາ​ແລະ​ສັນຕິສຸກ​ແກ່​ເຈົ້າ​ເທີ້ນ.


ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ວິນຍານ​ຂອງ​ເຈົ້າ​ເທີ້ນ. ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


ເພາະ​ເຮົາ​ໄດ້​ຮັບ​ຂ່າວ​ເລື່ອງ​ຄວາມຮັກ​ແລະ​ຄວາມເຊື່ອ​ຂອງ​ເຈົ້າ ທີ່​ເຈົ້າ​ມີ​ຕໍ່​ອົງ​ພຣະເຢຊູເຈົ້າ ແລະ​ຕໍ່​ບັນດາ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ.


ຈາກ ເຮົາ ຜູ້ປົກຄອງ ເຖິງ ໄຄໂຢ ຜູ້​ທີ່​ເຮົາ​ຮັກ​ຢ່າງ​ແທ້ຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka