Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 3:13 - ພຣະຄຳພີສັກສິ

13 ຈົ່ງ​ພະຍາຍາມ​ຊ່ວຍ​ເຊນັດ ຜູ້​ເປັນ​ທະນາຍຄວາມ ແລະ ອາໂປໂລ​ໃຫ້​ເລີ່ມ​ອອກ​ເດີນທາງ​ໄປ​ໃຫ້​ໄດ້ ຢ່າ​ໃຫ້​ພວກເພິ່ນ​ຂັດສົນ​ສິ່ງໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຊ່ວຍເຫລືອ​ການເດີນທາງ​ຂອງ​ເຊນັດ ຜູ້​ເປັນ​ທະນາຍຄວາມ​ກັບ​ອາໂປໂລ ແລະ ເບິ່ງແຍງ​ພວກເພິ່ນ​ບໍ່​ໃຫ້​ຂາດເຂີນ​ສິ່ງໃດ.

Uka jalj uñjjattʼäta Copia luraña




ຕີໂຕ 3:13
15 Jak'a apnaqawi uñst'ayäwi  

ແລະ​ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ເປັນ​ທຳມະຈານ​ກໍ​ທົດລອງ​ພຣະອົງ


ຄັ້ງ​ໜຶ່ງ ມີ​ທຳບັນດິດ​ຄົນ​ໜຶ່ງ ໄດ້​ຢືນ​ຂຶ້ນ​ເພື່ອ​ທົດລອງ​ພຣະເຢຊູເຈົ້າ ລາວ​ຖາມ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”


ແລ້ວ​ກໍ​ມີ​ທຳບັນດິດ​ຄົນ​ໜຶ່ງ ເວົ້າ​ຕໍ່​ພຣະອົງ​ວ່າ, “ອາຈານ​ເອີຍ ເມື່ອ​ທ່ານ​ເວົ້າ​ເຊັ່ນນີ້ ທ່ານ​ກໍ​ເວົ້າ​ໝິ່ນປະໝາດ​ພວກເຮົາ​ເໝືອນກັນ.”


“ວິບັດ​ແກ່​ເຈົ້າ ພວກ​ທຳບັນດິດ​ເອີຍ ພວກເຈົ້າ​ໄດ້​ເອົາ​ກະແຈ ທີ່​ໄຂ​ໄປ​ສູ່​ຄວາມ​ຮູ້​ໄວ້ ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ ແລະ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ​ນັ້ນ ພວກເຈົ້າ​ຊໍ້າພັດ​ຂັດຂວາງ​ໄວ້.”


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກ​ທຳບັນດິດ ແລະ​ພວກ​ຟາຣີຊາຍ​ວ່າ, “ກົດບັນຍັດ​ຂອງ​ພວກເຮົາ ອະນຸຍາດ​ເຮັດ​ໃຫ້​ດີ​ໃນ​ວັນ​ຊະບາໂຕ​ຫລື​ບໍ່?”


ແຕ່​ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ໄດ້​ຂັດຂວາງ​ພຣະ​ປະສົງ​ຂອງ​ພຣະເຈົ້າ ທີ່​ມີ​ສຳລັບ​ພວກເຂົາ ໂດຍ​ທີ່​ພວກເຂົາ​ບໍ່ໄດ້​ຮັບ​ບັບຕິສະມາ​ຈາກ​ໂຢຮັນ.)


ດັ່ງນັ້ນ ຄຣິສຕະຈັກ​ໄດ້​ຈັດ​ສົ່ງ​ທ່ານ​ເຫຼົ່ານີ້​ໄປ, ເມື່ອ​ຜ່ານ​ແຂວງ​ໂຟນີເຊຍ ແລະ​ແຂວງ​ຊາມາເຣຍ​ໄປ​ນັ້ນ ເພິ່ນ​ໄດ້​ເລົ່າ​ເລື່ອງ​ການ​ທີ່​ຄົນຕ່າງຊາດ​ກັບໃຈ​ໃໝ່​ຫັນ​ມາ​ຫາ​ພຣະເຈົ້າ, ຂ່າວ​ນີ້​ໄດ້​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່​ມາ​ສູ່​ພີ່ນ້ອງ​ທັງໝົດ.


ມີ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ ອາໂປໂລ, ລາວ​ເກີດ​ໃນ​ເມືອງ​ອາເລັກຊັນເດຍ ແລະ​ໄດ້​ມາ​ທີ່​ເມືອງ​ເອເຟໂຊ, ລາວ​ເປັນ​ຄົນ​ມີ​ໂວຫານ​ດີ​ດ້ານ​ການ​ເວົ້າ ແລະ​ມີ​ຄວາມ​ຊຳນານ​ທາງ​ພຣະຄຳພີ​ດ້ວຍ.


ຂະນະທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ​ນັ້ນ ໂປໂລ​ກຳລັງ​ຜ່ານ​ໄປ​ທົ່ວ​ເຂດ​ພາກ​ເໜືອ​ໃນ​ແຂວງ​ນີ້ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເອເຟໂຊ, ໃນ​ທີ່​ນີ້​ໂປໂລ​ໄດ້​ພົບ​ສິດ​ບາງຄົນ


ແຕ່​ເມື່ອ​ອາທິດ​ໜຶ່ງ​ສິ້ນສຸດ​ລົງ​ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ​ຕໍ່, ຄົນ​ທີ່​ເຊື່ອ​ທຸກຄົນ​ພ້ອມ​ທັງ​ເມຍ ແລະ​ລູກໆ​ຂອງ​ພວກເຂົາ​ກໍໄດ້​ອອກ​ເມືອງ​ໄປ​ສົ່ງ​ພວກເຮົາ​ທີ່​ນອກເມືອງ ແລ້ວ​ໃນ​ທີ່ນັ້ນ ທຸກຄົນ​ໄດ້​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຮ່ວມກັນ​ທີ່​ຫາດຊາຍ.


ພວກເຂົາ​ໄດ້​ໃຫ້ກຽດ​ແກ່​ພວກເຮົາ​ຫລາຍ​ຢ່າງ, ເມື່ອ​ພວກເຮົາ​ໄດ້​ລົງ​ເຮືອ​ຈາກ​ໄປ ພວກເຂົາ​ກໍ​ໄດ້ຈັດ​ເອົາ​ສິ່ງຂອງ​ທີ່​ຈຳເປັນ​ສຳລັບ​ການ​ເດີນທາງ​ໃຫ້​ພວກເຮົາ.


ເຮົາ​ຈຶ່ງ​ຫວັງ​ທີ່​ຈະ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ ໃນ​ຂະນະທີ່​ເຮົາ​ເດີນທາງ​ໄປ​ປະເທດ​ສະເປນ​ນັ້ນ ຫລັງຈາກ​ຢູ່​ຢ້ຽມຢາມ​ຖາມ​ຂ່າວ​ພວກເຈົ້າ​ຢ່າງ​ສົດຊື່ນ​ເບີກບານ​ໃຈ​ຊົ່ວຄາວ​ແລ້ວ ຢາກ​ໃຫ້​ພວກເຈົ້າ​ຊ່ວຍ​ສົ່ງ​ເຮົາ​ໃນ​ການ​ເດີນທາງ​ຕໍ່ໄປ.


ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ລາວ, ແຕ່​ໃຫ້​ພວກເຈົ້າ​ຊ່ວຍ​ລາວ​ເດີນທາງ​ໄປ​ຕໍ່​ຢ່າງ​ສັນຕິສຸກ ເພື່ອ​ວ່າ​ລາວ​ຈະ​ກັບ​ມາ​ຮອດ​ເຮົາ ເພາະ​ເຮົາ​ກຳລັງ​ລໍ​ຖ້າ​ລາວ​ຢູ່​ພ້ອມ​ກັບ​ພວກ​ພີ່ນ້ອງ.


ບັດນີ້ ກ່ຽວກັບ​ອາໂປໂລ ຜູ້​ເປັນ​ພີ່ນ້ອງ​ນັ້ນ ເຮົາ​ໄດ້​ຊູໃຈ​ລາວ​ຢູ່​ສະເໝີ ໃຫ້​ມາ​ຢ້ຽມຢາມ​ພວກເຈົ້າ​ກັບ​ພີ່ນ້ອງ​ຄົນອື່ນໆ, ແຕ່​ລາວ​ຍັງ​ບໍ່​ໃຫ້​ຄຳ​ໝັ້ນໃຈ​ຢ່າງ​ຄັກແນ່ ວ່າ​ຈະ​ໄປ​ໃນ​ເວລາ​ນີ້, ເມື່ອ​ລາວ​ມີ​ໂອກາດ​ແລ້ວ​ຈຶ່ງ​ຈະ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka