Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 3:12 - ພຣະຄຳພີສັກສິ

12 ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື​ຕີຂີໂກ​ໄປ​ຫາ​ເຈົ້າ​ນັ້ນ ເຈົ້າ​ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ທີ່​ເມືອງ​ນີໂກໂປລີ ເພາະ​ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດ​ລະດູ​ໜາວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື ຕີຂີໂກ​ໄປ​ຫາ​ເຈົ້າ ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຟ້າວ​ມາ​ຫາ​ເຮົາ​ທີ່​ເມືອງ​ນິໂກໂປລີ​ໃຫ້​ໄດ້ ເພາະ​ເຮົາ​ໄດ້​ຕັດສິນ​ໃຈ​ແລ້ວ​ວ່າ​ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດລະດູ​ໜາວ.

Uka jalj uñjjattʼäta Copia luraña




ຕີໂຕ 3:12
8 Jak'a apnaqawi uñst'ayäwi  

ຄົນ​ທີ່​ໄປ​ກັບ​ເພິ່ນ​ນັ້ນ​ມີ​ດັ່ງນີ້: ໂຊປາເຕ ລູກຊາຍ​ຂອງ​ປີໂຣ​ຊາວ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ ຊາວ​ເມືອງ​ເທສະໂລນິກ, ໄຄໂຢ ຊາວ​ເມືອງ​ເດຣະເບ, ຕີຂີໂກ ແລະ ໂທຟີໂມ ຊາວ​ແຂວງ​ເອເຊຍ ແລະ ຕີໂມທຽວ.


ເຮົາ​ອາດ​ຈະ​ພັກ​ຢູ່​ກັບ​ພວກເຈົ້າ​ເຫິງເຕີບ​ກໍ​ເປັນ​ໄດ້ ບາງທີ​ຈົນ​ໝົດ​ລະດູ​ໜາວ ແລ້ວ​ເຮົາ​ຈະ​ໄປ​ທາງ​ໃດ ພວກເຈົ້າ​ກໍ​ຈັດສົ່ງ​ເຮົາ​ໄປ​ທາງ​ນັ້ນ.


ຕີຂີໂກ ພີ່ນ້ອງ​ທີ່ຮັກ​ແລະ​ຜູ້ຮັບໃຊ້​ທີ່​ສັດຊື່ ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ເລົ່າ​ເລື່ອງ​ທັງໝົດ​ກ່ຽວກັບ​ຂ້າພະເຈົ້າ​ສູ່​ພວກເຈົ້າ​ຟັງ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຂ້າພະເຈົ້າ​ເປັນ​ຢູ່​ຢ່າງ​ໃດ.


ຕີຂີໂກ, ພີ່ນ້ອງ​ທີ່ຮັກ​ຂອງ​ພວກເຮົາ ຜູ້​ຮ່ວມງານ​ທີ່​ສັດຊື່ ແລະ​ທັງ​ເປັນ​ຜູ້ຮັບໃຊ້​ຮ່ວມ​ກັນ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ບອກ​ຂ່າວ​ທັງໝົດ​ກ່ຽວກັບ​ເຮົາ​ໃຫ້​ພວກເຈົ້າ​ຮູ້.


ເຮົາ​ໄດ້​ໃຊ້​ຕີຂີໂກ​ໄປ​ທີ່​ເມືອງ​ເອເຟໂຊ.


ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ກ່ອນ​ລະດູ​ໜາວ​ໃຫ້​ໄດ້. ຢູບູໂລ, ປູເດັນ, ລີໂນ ແລະ ກະໂລເດຍ​ກັບ​ພີ່ນ້ອງ​ຄຣິສຕຽນ​ທັງໝົດ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ​ເໝືອນກັນ.


ຈົ່ງ​ຮີບຮ້ອນ​ໃຈ​ມາ​ຫາ​ເຮົາ​ໄວໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka