ຕີໂຕ 3:10 - ພຣະຄຳພີສັກສິ10 ຄົນໃດທີ່ຍຸແຫຍ່ໃຫ້ເກີດການແຕກແຍກກັນ ເມື່ອໄດ້ເຕືອນເຂົາຄັ້ງໜຶ່ງ ຫລືສອງຄັ້ງແລ້ວ ຢ່າກ່ຽວຂ້ອງກັບຄົນນັ້ນອີກຕໍ່ໄປ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ຈົ່ງຕັກເຕືອນຄົນທີ່ກໍ່ໃຫ້ເກີດຄວາມແຕກແຍກເທື່ອທີໜຶ່ງກ່ອນ ແລ້ວຈຶ່ງຕັກເຕືອນອີກເປັນເທື່ອທີສອງ. ຫລັງຈາກນັ້ນ ກໍຢ່າກ່ຽວຂ້ອງກັບພວກເຂົາ. Uka jalj uñjjattʼäta |
ບັນດາຜູ້ປະກາດພຣະທຳປອມ ໄດ້ເກີດມີຂຶ້ນໃນທ່າມກາງໄພ່ພົນຂອງພຣະເຈົ້າໃນເມື່ອກ່ອນສັນໃດ ກໍຈະມີຄູສອນປອມເກີດຂຶ້ນໃນທ່າມກາງພວກເຈົ້າສັນນັ້ນ ພວກເຂົາຈະນຳເອົາຄຳສອນບໍ່ຈິງ ທີ່ເປັນການທຳລາຍມາສິດສອນ ຈົນເຖິງກັບປະຕິເສດພຣະອົງ ຜູ້ຊົງເປັນພຣະເຈົ້າທີ່ໄດ້ໄຖ່ພວກເຂົາໄວ້ ຊຶ່ງຈະນຳຄວາມຈິບຫາຍມາເຖິງຕົວພວກເຂົາໂດຍໄວ.