Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 2:6 - ພຣະຄຳພີສັກສິ

6 ໃນທຳນອງ​ດຽວກັນ ຈົ່ງ​ຕັກເຕືອນ​ພວກ​ຊາຍ​ໜຸ່ມ​ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ໃນ​ທຳນອງ​ດຽວ​ກັນ, ຈົ່ງ​ໜູນໃຈ​ບັນດາ​ຊາຍ​ໜຸ່ມ​ໃຫ້​ຮູ້ຈັກ​ຄວບຄຸມ​ຕົນເອງ.

Uka jalj uñjjattʼäta Copia luraña




ຕີໂຕ 2:6
9 Jak'a apnaqawi uñst'ayäwi  

ຊາວ​ໜຸ່ມ​ຜີກຕົວ​ອອກ ເມື່ອ​ພວກເຂົາ​ເຫັນ​ຂ້ອຍ​ຍ່າງ​ມາ ແລະ​ພວກຄົນ​ແກ່ຊະຣາ ກໍ​ລຸກ​ຢືນ​ຂຶ້ນ​ຄຳນັບ.


ທັງ​ຊາຍໜຸ່ມ​ຍິງສາວ ແລະ​ພວກ​ຜູ້ເຖົ້າ ພ້ອມທັງ​ພວກ​ເດັກນ້ອຍ.


ຄົນໜຸ່ມ​ເອີຍ ຈົ່ງ​ສະໜຸກ​ຢູ່​ໃນ​ຄວາມ​ໜຸ່ມແໜ້ນ​ຂອງເຈົ້າ. ຈົ່ງ​ຫາ​ຄວາມສຸກ​ເມື່ອ​ເຈົ້າ​ຍັງ​ໜຸ່ມແໜ້ນ​ຢູ່ ຈົ່ງ​ເຮັດ​ທຸກສິ່ງ​ທີ່​ເຈົ້າ​ຕ້ອງການ​ຢາກ​ເຮັດ ແລະ​ທຸກສິ່ງ​ທີ່​ເຈົ້າ​ພໍໃຈ​ເຮັດ​ດ້ວຍ. ແຕ່​ຈົ່ງ​ຈຳ​ໄວ້​ວ່າ ພຣະເຈົ້າ​ຈະ​ຕັດສິນ​ທຸກໆສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.


ສະນັ້ນ ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ເມື່ອ​ເຈົ້າ​ຍັງ​ໜຸ່ມ​ຢູ່ ກ່ອນ​ວັນ​ທັງຫຼາຍ​ແລະ​ປີ​ທັງຫຼາຍ​ທີ່​ມືດມົວ​ມາເຖິງ ແລະ​ເມື່ອ​ເຈົ້າ​ຈະ​ເວົ້າ​ວ່າ, “ຂ້ອຍ​ບໍ່ໄດ້​ສະໜຸກ​ເລີຍ​ໃນ​ຊີວິດ​ນີ້.”


ແລ້ວ​ເຮົາ​ຈະ​ເທ​ວິນຍານ​ຂອງເຮົາ​ແກ່​ຄົນ​ທັງປວງ ລູກ​ຊາຍ​ຍິງ​ພວກເຈົ້າ​ຈະ​ປະກາດ​ພຣະທຳ​ຂອງເຮົາ​ໄດ້; ສ່ວນ​ຜູ້ເຖົ້າ​ຈະ​ຝັນ​ເຫັນ​ສິ່ງ​ຕ່າງໆນາໆ ແລະ​ຊາຍໜຸ່ມ​ຍິງສາວ​ກໍ​ຈະ​ເຫັນ​ນິມິດ​ຕ່າງໆ.


ດ້ວຍເຫດນີ້ ຢ່າ​ໃຫ້​ພວກເຮົາ​ຫລັບ​ຢູ່​ເໝືອນ​ດັ່ງ​ຄົນອື່ນ, ແຕ່​ໃຫ້​ພວກເຮົາ​ເຝົ້າ​ລະວັງ​ຢູ່ ແລະ​ຢ່າ​ເມົາມົວ.


ຢ່າ​ກ່າວ​ຕັກເຕືອນ​ຊາຍ​ຜູ້​ອາວຸໂສ ດ້ວຍ​ຖ້ອຍຄຳ​ອັນ​ຮຸນແຮງ ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ ເໝືອນ​ດັ່ງ​ເພິ່ນ​ເປັນ​ພໍ່, ຈົ່ງ​ປະຕິບັດ​ຕໍ່​ພວກ​ຊາຍ​ໜຸ່ມ ເໝືອນ​ເປັນ​ອ້າຍ​ນ້ອງ​ກັນ


ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”


ພໍ່​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ຮູ້ຈັກ​ພຣະອົງ ຜູ້​ດຳລົງ​ຢູ່​ຕັ້ງແຕ່​ຕົ້ນ. ຄົນ​ໜຸ່ມ​ທັງຫລາຍ​ເອີຍ, ທີ່​ເຮົາ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka