Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 2:3 - ພຣະຄຳພີສັກສິ

3 ໃນທຳນອງ​ດຽວກັນ ຈົ່ງ​ແນະນຳ​ພວກ​ແມ່ຍິງ​ທີ່​ອາວຸໂສ ໃຫ້​ປະພຶດ​ຕົນ​ສົມກັບ​ເປັນ​ຄົນ​ຂອງ​ພຣະເຈົ້າ ພວກເຂົາ​ຕ້ອງ​ບໍ່​ເປັນ​ຄົນ​ມັກ​ກ່າວ​ນິນທາ​ໃສ່ຮ້າຍ​ປ້າຍສີ ຫລື​ຕິດເຫລົ້າ​ເມົາ​ສຸຣາ ພວກເຂົາ​ຕ້ອງ​ເປັນ​ຜູ້​ສັ່ງສອນ​ຄຸນງາມ​ຄວາມດີ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.

Uka jalj uñjjattʼäta Copia luraña




ຕີໂຕ 2:3
13 Jak'a apnaqawi uñst'ayäwi  

ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຊ້າ​ທຸກປະການ, ຄວາມ​ຮ້າຍກາດ, ຄວາມ​ໂລບມາກ ແລະ​ການ​ປອງຮ້າຍ, ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ, ການ​ຂ້າຟັນ, ການ​ສູ້ຮົບ​ຕົບຕີ, ການ​ຫລອກລວງ, ການ​ຜູກພະຍາບາດ, ພວກເຂົາ​ເວົ້າຂວັນ​ນິນທາ​ກັນ


ກະລຸນາ​ຮັບ​ນາງ​ໄວ້​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເໝືອນ​ດັ່ງ​ທີ່​ຄົນ​ຂອງ​ພຣະເຈົ້າ​ຄວນ​ປະຕິບັດ​ແກ່​ກັນແລະກັນ ແລະ​ຊ່ວຍເຫລືອ​ນາງ​ໃນ​ທຸກສິ່ງ​ທີ່​ນາງ​ຕ້ອງການ ເພາະວ່າ​ນາງ​ເອງ​ໄດ້​ຊ່ວຍ​ສົງເຄາະ​ຫລາຍ​ຄົນ​ລວມທັງ​ເຮົາ​ເອງ​ດ້ວຍ.


ເນື່ອງ​ຈາກ​ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະເຈົ້າ ໃນ​ທ່າມກາງ​ພວກເຈົ້າ​ຈຶ່ງ​ບໍ່​ສົມຄວນ​ທີ່​ຈະ​ເອີ່ຍ​ເຖິງ, ເລື່ອງ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ, ການ​ຊົ່ວຮ້າຍ​ທຸກຢ່າງ ແລະ​ຄວາມ​ໂລພາ​ຕັນຫາ.


ຝ່າຍ​ພວກ​ແມ່ຍິງ​ກໍ​ເໝືອນກັນ ຕ້ອງ​ເປັນ​ຄົນ​ເອົາການ​ເອົາງານ ຕ້ອງ​ມີ​ຄຸນສົມບັດ​ດີ ແລະ​ຕ້ອງ​ບໍ່​ເວົ້າ​ໃສ່ຮ້າຍ​ປ້າຍສີ​ນິນທາ​ຄົນອື່ນ ຕ້ອງ​ເປັນ​ຜູ້​ຮູ້ຈັກ​ບັງຄັບ​ຕົນ ແລະ​ເປັນ​ຄົນ​ສັດຊື່​ໃນ​ທຸກສິ່ງ.


ຝ່າຍ​ຜູ້ດູແລ​ຮັບໃຊ້​ໃນ​ຄຣິສຕະຈັກ​ກໍ​ເໝືອນກັນ ຕ້ອງ​ມີ​ຄຸນສົມບັດ​ດີ ເປັນ​ຄົນ​ເອົາການ​ເອົາງານ ແລະ​ມີ​ຄວາມ​ຈິງໃຈ ຕ້ອງ​ບໍ່​ດື່ມ​ເຫຼົ້າ ບໍ່​ເປັນ​ຄົນ​ໂລບ​ເຫັນ​ແກ່​ໄດ້;


ຕໍ່ໄປ​ຢ່າ​ດື່ມ​ແຕ່​ນໍ້າ​ສິ່ງ​ດຽວ ແຕ່​ຄວນ​ໃຊ້​ເຫລົ້າແວງ​ແດ່​ເລັກນ້ອຍ ເພາະ​ເຫັນແກ່​ກະເພາະ​ອາຫານ ແລະ​ຄວາມ​ອ່ອນແຮງ​ທີ່​ເຈົ້າ​ມີ​ຢູ່​ເລື້ອຍ​ນັ້ນ.


ເພາະວ່າ​ຜູ້ປົກຄອງ​ດູແລ​ນັ້ນ ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ມອບໝາຍ​ຈາກ​ພຣະເຈົ້າ ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີ​ຂໍ້​ຕຳໜິ, ບໍ່​ເປັນ​ຄົນ​ຈອງຫອງ, ບໍ່​ເປັນ​ຄົນ​ເລືອດ​ຮ້ອນ, ບໍ່​ເປັນ​ຄົນ​ເມົາ​ເຫຼົ້າ, ບໍ່​ເປັນ​ຄົນ​ອັນທະພານ, ບໍ່​ເປັນ​ຄົນ​ໂລບ​ເອົາ​ກຳໄລ​ໃນ​ທາງ​ບໍ່​ສັດຊື່,


ເພື່ອ​ແອບສອນ​ພວກ​ຍິງ​ໜຸ່ມ​ໃຫ້​ຮັກ​ຜົວ ແລະ​ລູກ​ຂອງຕົນ


ເຖິງ​ແມ່ນ​ວ່າ​ຂະນະ​ນີ້ ເຈົ້າ​ທັງຫລາຍ​ຄວນ​ຈະ​ເປັນ​ຄູ​ໄດ້​ແຕ່​ດົນ​ແລ້ວ​ກໍດີ ແຕ່​ພວກເຈົ້າ​ກໍ​ຍັງ​ຕ້ອງການ​ໃຫ້​ຄົນອື່ນ​ສອນ​ຫລັກ​ທຳ​ເບື້ອງ​ຕົ້ນ ແຫ່ງ​ພຣະທຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ​ອີກ. ເຈົ້າ​ທັງຫລາຍ​ກັບ​ກາຍເປັນ​ຄົນ​ຕ້ອງການ​ນໍ້ານົມ​ບໍ່ແມ່ນ​ອາຫານ​ແຂງ.


ແຕ່​ເຮົາ​ມີ​ຂໍ້​ຕໍ່​ວ່າ​ເຈົ້າ​ດັ່ງນີ້ ຄື​ເຈົ້າ​ຍອມ​ທົນ​ຟັງ​ຍິງ​ທີ່​ຊື່​ວ່າ​ເຢເຊເບນ ຜູ້​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ, ນາງ​ສອນ​ແລະ​ນຳພາ​ຜູ້ຮັບໃຊ້​ຂອງເຮົາ ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ ແລະ​ໃຫ້​ກິນ​ອາຫານ​ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka