ຕີໂຕ 2:12 - ພຣະຄຳພີສັກສິ12 ພຣະຄຸນນັ້ນ ສອນພວກເຮົາໃຫ້ປະຖິ້ມການດຳເນີນຊີວິດ ໃນຝ່າຍທາງຊົ່ວຊ້າອະທຳແລະຕັນຫາຝ່າຍໂລກ ແລະໃຫ້ດຳເນີນຊີວິດຢ່າງມີສະຕິອາຣົມອັນດີຮອບຄອບ ໃນທາງຊອບທຳ ແລະສັດຊື່ບໍຣິສຸດຕໍ່ພຣະເຈົ້າ, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ພຣະຄຸນນີ້ສອນພວກເຮົາກ່າວປະຕິເສດຕໍ່ຄວາມອະທຳ ແລະ ຕັນຫາຝ່າຍໂລກ ແລະ ສອນພວກເຮົາໃຫ້ດຳເນີນຊີວິດໃນຍຸກນີ້ເໝືອນຄົນທີ່ຮູ້ຈັກຄວບຄຸມຕົນເອງ, ເປັນຄົນຍຸຕິທຳ ແລະ ຢູ່ໃນທາງຂອງພຣະເຈົ້າ. Uka jalj uñjjattʼäta |
ເຮົາຍົກເອົາຕົວຢ່າງຂອງມະນຸດມາກ່າວ ເພາະເຫດຄວາມຈຳກັດຢ່າງມະນຸດທຳມະດາຂອງພວກເຈົ້າ. ເມື່ອກ່ອນພວກເຈົ້າໄດ້ເຄີຍມອບອະໄວຍະວະຂອງພວກເຈົ້າໝົດທັງສິ້ນ ໃຫ້ເປັນທາດຂອງຄວາມຊົ່ວມົວໝອງແລະຄວາມອະທຳ ເພື່ອເຮັດການອະທຳອັນຊົ່ວຮ້າຍສັນໃດ, ບັດນີ້ ພວກເຈົ້າຈົ່ງມອບອະໄວຍະວະໃຫ້ເປັນທາດຂອງຄວາມຊອບທຳເປັນການສິ້ນສຸດ ເພື່ອໃຫ້ເຖິງການຊຳລະໃຫ້ບໍຣິສຸດສັນນັ້ນ.
ແຕ່ຝ່າຍເຈົ້າທັງຫລາຍ ການຊົງຫົດສົງທີ່ພວກເຈົ້າໄດ້ຮັບຈາກພຣະອົງນັ້ນ ກໍຍັງຕັ້ງຢູ່ກັບພວກເຈົ້າ ແລະພວກເຈົ້າບໍ່ຕ້ອງການໃຫ້ຜູ້ໃດສອນອີກ, ເພາະການຊົງຫົດສົງຂອງພຣະອົງ ກຳລັງສັ່ງສອນພວກເຈົ້າເຖິງທຸກສິ່ງ ແລະເປັນຄວາມຈິງ ບໍ່ແມ່ນຄວາມຕົວະ. ການຊົງຫົດສົງໄດ້ຊົງສອນເຈົ້າທັງຫລາຍຢ່າງໃດ ພວກເຈົ້າຈົ່ງຕັ້ງໝັ້ນຄົງຢູ່ໃນພຣະອົງຢ່າງນັ້ນ.