Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 1:9 - ພຣະຄຳພີສັກສິ

9 ເປັນ​ຄົນ​ຢຶດໝັ້ນ​ໃນ​ຫລັກ​ອັນ​ທ່ຽງທຳ​ທີ່​ຖືກຕ້ອງ, ຕາມ​ໂອວາດ​ຄຳສອນ, ເພື່ອ​ຈະ​ສາມາດ​ເຕືອນ​ສະຕິ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ​ຊີ້ແຈງ​ແກ່​ຄົນ​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ລາວ​ຈະ​ຕ້ອງ​ຢຶດໝັ້ນ​ໃນ​ຫລັກຄຳສອນ​ອັນ​ເຊື່ອຖືໄດ້​ຕາມ​ທີ່​ໄດ້​ຮຽນຮູ້​ມາ ເພື່ອວ່າ​ລາວ​ຈະ​ສາມາດ​ໜູນໃຈ​ຄົນ​ອື່ນ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ ຊີ້ແຈງ​ຕໍ່​ຜູ້​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.

Uka jalj uñjjattʼäta Copia luraña




ຕີໂຕ 1:9
24 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຖາມ​ມານຊາຕານ​ວ່າ, “ເຈົ້າ​ໄດ້​ສັງເກດ​ເບິ່ງ​ໂຢບ ຜູ້ຮັບໃຊ້​ຂອງເຮົາ​ບໍ? ໃນ​ໂລກນີ້​ບໍ່ມີ​ຜູ້ໃດ​ທີ່​ສັດຊື່​ແລະ​ດີ​ເທົ່າ​ລາວ. ລາວ​ຢຳເກງ​ພຣະເຈົ້າ ແລະ​ລະມັດ​ລະວັງຕົວ​ບໍ່​ເຮັດ​ຊົ່ວ. ເຈົ້າ​ໄດ້​ຊັກຊວນ​ເຮົາ​ໃຫ້​ເຈົ້າ​ໂຈມຕີ​ລາວ ໂດຍ​ບໍ່ມີ​ເຫດຜົນ​ຫຍັງ​ແຕ່​ໂຢບ​ກໍ​ຍັງ​ສັດຊື່​ຕໍ່​ເຮົາ.”


ຂ້ອຍ​ຈະ​ບໍ່​ຍົກເລີກ​ສິດ​ຮຽກຮ້ອງ​ວ່າ​ຂ້ອຍ​ບໍ່​ຜິດ ຈິດສຳນຶກ​ຂ້ອຍ​ຍັງ​ແຈ່ມໃສ​ແລະ​ຜຸດຜ່ອງ​ຢູ່.


ຄວາມຈິງ, ປັນຍາ, ການ​ຮຽນຮູ້ ແລະ​ຄວາມ​ເຂົ້າໃຈ​ເປັນ​ຂອງ​ມີຄ່າ​ທີ່​ຄວນ​ຊື້​ຫາ​ມາ​ໄວ້ ສິ່ງ​ເຫຼົ່ານີ້​ທັງໝົດ​ມີຄ່າ​ສູງ​ທີ່ສຸດ ເກີນກວ່າ​ທີ່​ເຈົ້າ​ຈະ​ຂາຍ​ອອກ​ໄປ.


ເພາະ​ລາວ​ໄດ້​ໂຕ້ຕອບ​ກັບ​ພວກ​ຢິວ​ຢ່າງ​ແຂງແຮງ​ຕໍ່ໜ້າ​ຄົນ​ທັງຫລາຍ ໂດຍ​ອ້າງ​ຂໍ້​ພຣະຄຳພີ​ທີ່​ພິສູດ​ໃຫ້​ເຫັນ​ວ່າ ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ.


ແຕ່​ຖ້າ​ທຸກຄົນ​ປະກາດ​ພຣະທຳ​ແລ້ວ ມີ​ຄົນ​ທີ່​ບໍ່​ເຊື່ອ ຫລື​ຄົນ​ທຳມະດາ​ເຂົ້າ​ມາ ທຸກຄົນ​ຈະ​ເປັນ​ເຫດ​ໃຫ້​ພວກເຂົາ​ຮູ້​ເມື່ອ​ຕົວ ແລະ​ເປັນ​ເຫດ​ໃຫ້​ພວກເຂົາ​ເກີດ​ຄວາມ​ສັງເກດ​ໃນ​ຈິດໃຈ​ຂອງ​ພວກເຂົາ.


ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່ ແລະ​ຢຶດຖື​ເອົາ​ຄຳສອນ​ທີ່​ສືບ​ມາ ຊຶ່ງ​ພວກເຮົາ​ໄດ້​ສອນ​ພວກເຈົ້າ​ນັ້ນ ບໍ່​ວ່າ​ຈະ​ເປັນ​ທາງ​ວາຈາ ຫລື​ທາງ​ຈົດໝາຍ​ຂອງ​ພວກເຮົາ​ກໍດີ.


ຄົນ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຮັກ​ຮ່ວມ​ເພດ​ດຽວກັນ, ຜູ້ຮ້າຍ​ລັກ​ຄົນ, ຄົນ​ທີ່​ຂີ້ຕົວະ ແລະ​ກ່າວ​ຄຳ​ສາບານ​ບໍ່​ຈິງ ຫລື​ສິ່ງ​ອື່ນໆ​ກໍຕາມ ຊຶ່ງ​ຂັດ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ສັດຈິງ.


ຄຳ​ນີ້​ເປັນ​ຄວາມຈິງ ຊຶ່ງ​ທຸກຄົນ​ສົມຄວນ​ຮັບ​ເອົາ​ໄວ້ ຄື​ພຣະຄຣິດເຈົ້າ​ເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພື່ອ​ໂຜດ​ເອົາ​ຄົນ​ບາບ​ທັງຫລາຍ​ໃຫ້​ພົ້ນ ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ແມ່ນ​ເຮົາ​ນີ້​ແຫຼະ ເປັນ​ຄົນ​ບາບ​ຫລາຍ​ທີ່ສຸດ,


ແລະ​ຈົ່ງ​ຢຶດຖື​ຄວາມເຊື່ອ​ອັນ​ແທ້ຈິງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ມີ​ບາງຄົນ​ໄດ້​ປະຕິເສດ​ທີ່​ຈະ​ຟັງ​ໃຈ​ສຳນຶກ​ຜິດແລະຊອບ​ຂອງຕົນ ຈຶ່ງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ເຂົາ​ຫຼົ້ມຈົມ.


ຂໍ້ຄວາມ​ນີ້​ກໍ​ສັດຈິງ ສົມຄວນ​ທີ່​ທຸກຄົນ​ຈະ​ຮັບ​ເອົາ​ໄວ້ ແລະ​ເຊື່ອ​ຢ່າງ​ຄົບຖ້ວນ.


ຜູ້ໃດ​ກໍຕາມ​ທີ່​ສັ່ງສອນ​ຜິດ​ໄປ​ຈາກ​ນີ້ ແລະ​ທັງ​ບໍ່​ເຫັນ​ພ້ອມ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ແທ້ຈິງ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ຄຳສັ່ງສອນ​ອັນ​ຖືກຕ້ອງ​ເປັນທຳ​ກັບ​ຄວາມເຊື່ອ​ຂອງ​ພວກເຮົາ


ຈົ່ງ​ເຮັດ​ຕາມ​ແບບຢ່າງ​ແຫ່ງ​ຄຳສອນ​ອັນ​ມີ​ຫລັກ ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ດ້ວຍ​ຄວາມເຊື່ອ​ແລະ​ຄວາມຮັກ ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ.


ຈົ່ງ​ມອບ​ຄຳສອນ​ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ ໄວ້​ກັບ​ຄົນ​ສັດຊື່​ທີ່​ສາມາດ​ສອນ​ຄົນອື່ນ​ໄດ້​ດ້ວຍ.


ແກ້ໄຂ​ຄວາມ​ຄິດເຫັນ​ຝ່າຍ​ກົງກັນຂ້າມ ດ້ວຍ​ຄວາມ​ສຸພາບ​ອ່ອນໂຍນ ເພາະ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາ​ໄປ​ສູ່​ການ​ຮູ້ຈັກ​ເຖິງ​ຄວາມຈິງ.


ແຕ່​ສຳລັບ​ເຈົ້າ ຈົ່ງ​ສືບຕໍ່​ດຳເນີນ​ຕໍ່ໄປ ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້​ມາ​ແລ້ວ ແລະ​ໄດ້​ເຊື່ອ​ຢ່າງ​ໝັ້ນຄົງ ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ເຈົ້າ​ໄດ້​ຮຽນຮູ້​ມາ​ຈາກ​ຜູ້ໃດ.


ເພາະ​ຈະ​ເຖິງ​ເວລາ​ທີ່​ຄົນ​ຈະ​ບໍ່​ຍອມ​ຟັງ​ຫລັກ​ຄຳສອນ​ອັນ​ແທ້ຈິງ ແຕ່​ຈະ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ເຂົາ​ເອງ ແລະ​ຈະ​ຮວບຮວມ​ຄຳສອນ​ໄວ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຂົາ.


ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.


ແຕ່​ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ສອນ​ເນັ້ນ​ໃຫ້​ສອດຄ່ອງ​ກັບ​ຫລັກ​ຄຳສອນ​ອັນ​ຖືກຕ້ອງ.


ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ອົດສາ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ ເພື່ອ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ກ່ຽວກັບ​ເລື່ອງ​ຄວາມ​ພົ້ນ​ທີ່​ພວກເຮົາ​ມີ​ຢູ່​ຮ່ວມ​ກັນ ເມື່ອ​ເຮົາ​ເຫັນ​ມີ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງ​ຂຽນ​ມາ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ.


ແຕ່​ໃຫ້​ພວກເຈົ້າ​ຢຶດຖື​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ແລ້ວ​ນັ້ນ ໄວ້​ຈົນກວ່າ​ເຮົາ​ຈະ​ມາ.’


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້, ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ນັ້ນ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ຍາດຊີງ​ເອົາ​ມົງກຸດ​ແຫ່ງ​ໄຊຊະນະ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ​ໄດ້.


ເຫດສະນັ້ນ ເຈົ້າ​ຈົ່ງ​ຈຳ​ໄວ້​ວ່າ​ເຈົ້າ​ໄດ້​ຮັບ​ແລະ​ໄດ້ຍິນ​ຢ່າງ​ໃດ ຈົ່ງ​ຖື​ຮັກສາ​ແລະ​ກັບໃຈ​ເສຍ​ໃໝ່. ຖ້າ​ເຈົ້າ​ບໍ່​ຕື່ນ​ຂຶ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ເໝືອນ​ດັ່ງ​ຂະໂມຍ ແລະ​ເຈົ້າ​ຈະ​ບໍ່​ຮູ້​ວ່າ​ຍາມ​ໃດ​ເຮົາ​ຈະ​ມາ​ຫາ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka