ຕີໂຕ 1:3 - ພຣະຄຳພີສັກສິ3 ແລະເມື່ອເຖິງເວລາທີ່ກຳນົດໄວ້ ພຣະອົງກໍໄດ້ເປີດເຜີຍຖ້ອຍຄຳຂອງພຣະອົງໂດຍການປະກາດ ຊຶ່ງໄດ້ຖືກມອບໝາຍໃຫ້ແກ່ເຮົາ ແລະເຮົາກໍປະກາດພຣະທຳຕາມຄຳສັ່ງຂອງພຣະເຈົ້າ ພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ແລະ ເມື່ອເຖິງເວລາທີ່ກຳນົດໄວ້ ພຣະອົງກໍໄດ້ເປີດເຜີຍຖ້ອຍຄຳຂອງພຣະອົງຜ່ານທາງການປະກາດທີ່ໄດ້ມອບໝາຍໃຫ້ແກ່ເຮົາຕາມຄຳສັ່ງຂອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ, Uka jalj uñjjattʼäta |
ເຈັດເທື່ອເຈັດສິບປີນັ້ນແມ່ນໄລຍະເວລາ ທີ່ພຣະເຈົ້າໄດ້ກຳນົດໃຫ້ປະຊາຊົນແລະເມືອງອັນສັກສິດຂອງເຈົ້າ ເລີກເຮັດບາບແລະເລີກເຮັດຊົ່ວ. ບາບຈະໄດ້ຮັບການອະໄພ ແລະຄວາມຍຸດຕິທຳອັນຖາວອນຈະປາກົດມີມາ ເພື່ອວ່ານິມິດ ແລະຖ້ອຍຄຳຂອງຜູ້ທຳນວາຍຈະກາຍເປັນຈິງ ແລະເພື່ອພຣະວິຫານອັນສັກສິດ ຈະໄດ້ຖືກຢຶດຖວາຍຄືນໃໝ່ໃຫ້ແກ່ພຣະເຈົ້າ.
ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ.