Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 1:15 - ພຣະຄຳພີສັກສິ

15 ສຳລັບ​ຄົນ​ສະອາດ​ນັ້ນ ທຸກສິ່ງ​ກໍ​ສະອາດ​ເສາະໃສ ແຕ່​ສຳລັບ​ຄົນຊົ່ວຮ້າຍ​ແລະ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ບໍ່ມີ​ສິ່ງໃດ​ສະອາດ​ຈັກ​ຢ່າງ ແຕ່​ຈິດໃຈ ແລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ຖືກ​ຊົ່ວຮ້າຍ​ໄປ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ສຳລັບ​ຄົນ​ສະອາດ​ນັ້ນ, ທຸກສິ່ງ​ກໍ​ສະອາດ ແຕ່​ສຳລັບ​ຄົນ​ທີ່​ເປັນມົນທິນ ແລະ ຄົນທີ່ບໍ່ເຊື່ອ​ນັ້ນ ບໍ່​ມີ​ສິ່ງໃດ​ສະອາດ​ເລີຍ ຄວາມຈິງແລ້ວ ຄວາມຄິດ​ຈິດໃຈ ແລະ ຈິດສຳນຶກ​ຂອງ​ພວກເຂົາ​ກໍ​ເສື່ອມຊາມ.

Uka jalj uñjjattʼäta Copia luraña




ຕີໂຕ 1:15
21 Jak'a apnaqawi uñst'ayäwi  

ການ​ຫລອກລວງ​ແລະ​ການ​ອວດດີ ສິ່ງ​ເຫຼົ່ານີ້​ເປັນ​ບາບກຳ​ທີ່​ຄວບຄຸມ​ຄົນ​ຊົ່ວຮ້າຍ.


ຜູ້​ທີ່​ຄິດ​ວ່າ​ຕົນ​ສະອາດ​ບໍຣິສຸດ ໃນ​ເມື່ອ​ຕົນ​ເປິເປື້ອນ​ທີ່ສຸດ ຄົນ​ຢ່າງນີ້​ກໍມີ.


ແລ້ວ​ຮັກກາຍ​ກໍ​ໄດ້ຖາມ​ວ່າ, “ຖ້າ​ວ່າ​ຄົນ​ຜູ້ໜຶ່ງ​ເປັນ​ມົນທິນ ຍ້ອນ​ໄດ້​ແຕະຕ້ອງ​ຊາກສົບ​ຄົນຕາຍ. ຖ້າ​ລາວ​ໄດ້​ແຕະຕ້ອງ​ອາຫານ​ເຫຼົ່ານີ້​ຢ່າງໜຶ່ງ​ຢ່າງໃດ ມັນ​ຈະ​ເຮັດ​ໃຫ້​ອາຫານ​ເຫຼົ່ານີ້​ເປັນ​ມົນທິນ​ຄືກັນ​ບໍ?” ພວກ​ປະໂຣຫິດ​ຈຶ່ງ​ຕອບ​ວ່າ, “ເປັນ​ມົນທິນ.”


ແຕ່​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ກໍ​ອອກ​ມາ​ຈາກ​ໃຈ ສິ່ງ​ນີ້​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.


ສຽງ​ນັ້ນ​ກ່າວ​ແກ່​ເພິ່ນ​ເປັນ​ຄັ້ງ​ທີ​ສອງ​ອີກ​ວ່າ, “ສິ່ງ​ທີ່​ພຣະເຈົ້າ​ປະກາດ​ວ່າ ຖືກ​ຊຳລະ​ແລ້ວ ຢ່າ​ຖື​ວ່າ​ເປັນ​ສິ່ງ​ທີ່​ຕ້ອງ​ຫ້າມ​ເລີຍ.”


ໝັ້ນໃຈ​ໃນ​ອົງ​ພຣະເຢຊູເຈົ້າ​ວ່າ ບໍ່ມີ​ອັນ​ໃດ​ທີ່​ເປັນ​ຂອງ​ຕ້ອງ​ຫ້າມ​ໃນ​ຕົວ​ມັນ​ເອງ; ແຕ່​ຖ້າ​ຄົນ​ໃດ​ຄິດ​ວ່າ​ມັນ​ເປັນ​ຂອງ​ຕ້ອງ​ຫ້າມ ສິ່ງ​ນັ້ນ​ກໍ​ເປັນ​ຂອງ​ຕ້ອງ​ຫ້າມ​ສຳລັບ​ລາວ.


ຢ່າ​ທຳລາຍ​ກິດຈະການ​ຂອງ​ພຣະເຈົ້າ ຍ້ອນ​ເລື່ອງ​ອາຫານ​ການ​ກິນ ອາຫານ​ທຸກຢ່າງ​ບໍ່​ເປັນ​ຂອງ​ຕ້ອງ​ຫ້າມ​ກໍ​ຈິງ, ແຕ່​ວ່າ​ຄົນ​ໃດ​ທີ່​ກິນ​ອາຫານ ຊຶ່ງ​ເປັນ​ເຫດ​ໃຫ້​ຄົນອື່ນ​ຊູນ​ສະດຸດ​ໃຈ ກໍ​ມີ​ຄວາມຜິດ.


ແຕ່​ຜູ້​ທີ່​ສົງໄສ​ໃນ​ສິ່ງ​ທີ່​ຕົນເອງ​ກິນ ຖ້າ​ຍັງ​ຂືນ​ກິນ ກໍ​ຖື​ວ່າ​ຜິດ ເພາະ​ລາວ​ບໍ່ໄດ້​ກິນ​ຕາມ​ທີ່​ຕົນ​ເຊື່ອ ເພາະວ່າ​ສິ່ງໃດ​ທີ່​ເຮັດ​ໄປ​ໂດຍ​ບໍ່​ເກີດ​ຈາກ​ຄວາມ​ເຊື່ອໝັ້ນ ກໍ​ເປັນ​ບາບ​ທັງສິ້ນ.


“ເຮົາ​ເຮັດ​ສິ່ງສາລະພັດ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ”, ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ເປັນ​ປະໂຫຍດ “ເຮົາ​ເຮັດ​ສິ່ງສາລະພັດ​ໄດ້​ບໍ່ມີ​ຜູ້ໃດ​ຫ້າມ”, ແຕ່​ບໍ່ແມ່ນ​ທຸກສິ່ງ​ທີ່​ເຮັດ​ໄດ້​ນັ້ນ​ຈະ​ໃຫ້​ຈະເລີນ​ຂຶ້ນ.


ຊີ້ນ​ທຸກຢ່າງ​ທີ່​ເຂົາ​ຂາຍ​ຕາມ​ຕະຫລາດ​ນັ້ນ ກິນ​ໄດ້​ໂດຍ​ບໍ່​ຕ້ອງ​ຖາມ​ສິ່ງໃດ ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ.


ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ຈະ​ກິນ ຈະ​ດື່ມ ຫລື​ຈະ​ເຮັດ​ສິ່ງໃດ​ກໍດີ ຈົ່ງ​ເຮັດ​ທຸກສິ່ງ​ເພື່ອ​ຖວາຍ​ພຣະກຽດ​ແດ່​ພຣະເຈົ້າ.


ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ຮູ້​ຄວາມ​ຢ່າງ​ນີ້ ມີ​ບາງຄົນ​ເຄີຍ​ນັບຖື​ຮູບເຄົາຣົບ​ແຕ່​ໃດໆ​ມາ​ຈົນເຖິງ​ບັດນີ້ ເມື່ອ​ກິນ​ອາຫານ​ຢ່າງ​ນັ້ນ ເຂົາ​ກໍ​ຍັງ​ຖື​ວ່າ​ເປັນ​ຂອງ​ຖວາຍບູຊາ​ແກ່​ພະທຽມ​ນັ້ນ ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຂົາ​ຍັງ​ອ່ອນ ແລະ​ເຂົາ​ກໍ​ຮູ້ສຶກ​ເປັນ​ມົນທິນ​ຍ້ອນ​ອາຫານ​ນັ້ນ.


ແລະ​ການ​ໂຕ້ຖຽງ​ກັນ​ຢ່າງ​ບໍ່ມີ​ທີ່​ສິ້ນສຸດ ລະຫວ່າງ​ຄົນ​ໃຈ​ດື້ດ້ານ​ແລະ​ຄົນ​ໃຈ​ຄົດໂກງ ຂາດ​ຄວາມຈິງ ເຂົາ​ຄິດ​ວ່າ​ຄວາມເຊື່ອ​ໃນ​ພຣະເຈົ້າ​ນັ້ນ ເປັນ​ຫົນທາງ​ທີ່​ນຳ​ໄປ​ສູ່​ຄວາມ​ຮັ່ງມີ​ສີສຸກ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ຈົ່ງ​ລະວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຜູ້​ຫັນ​ໜີ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ, ຢ້ານ​ວ່າ​ຈະ​ມີ​ຮາກ​ອັນ​ຂົມຂື່ນ​ງອກ​ຂຶ້ນ​ມາ ແລະ​ສ້າງ​ຄວາມ​ເດືອດຮ້ອນ​ຫຍຸ້ງຍາກ ຈຶ່ງ​ຈະ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ຊົ່ວ​ມົວໝອງ​ໄປ.


ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ​ໂລຫິດ​ຂອງ​ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຮົາ​ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka