Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 1:14 - ພຣະຄຳພີສັກສິ

14 ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອຟັງ​ນິຍາຍ​ຂອງ​ພວກ​ຢິວ ແລະ​ກົດບັນຍັດ​ຂອງ​ມະນຸດ​ທີ່​ປະຕິເສດ​ຄວາມຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ແລະ ເພື່ອ​ບໍ່​ໃຫ້​ໃສ່ໃຈ​ນິຍາຍ​ຂອງ​ພວກ​ຢິວ ຫລື ກົດເກນ​ມະນຸດ​ຂອງ​ບັນດາ​ຜູ້​ທີ່​ປະຕິເສດ​ຄວາມຈິງ.

Uka jalj uñjjattʼäta Copia luraña




ຕີໂຕ 1:14
10 Jak'a apnaqawi uñst'ayäwi  

ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ການ​ທີ່​ພວກເຂົາ​ນະມັດສະການ​ເຮົາ​ນັ້ນ ເປັນ​ການ​ໄຮ້​ປະໂຫຍດ ເພາະ​ພວກເຂົາ​ເອົາ​ຄຳສັ່ງສອນ ຕາມ​ທຳນຽມ​ຂອງ​ມະນຸດ ມາ​ຕູ່​ຫາ​ວ່າ​ເປັນ​ຄຳສັ່ງສອນ​ຂອງເຮົາ.”’


ການ​ທີ່​ພວກເຂົາ​ນະມັດສະການ​ເຮົາ​ນັ້ນ ບໍ່ມີ​ປະໂຫຍດ​ຕໍ່​ພວກເຂົາ​ຫຍັງ​ໝົດ ດ້ວຍວ່າ, ພວກເຂົາ​ສັ່ງສອນ​ເອົາ​ທຳນຽມ ຂອງ​ມະນຸດ​ມາ​ຕູ່​ຫາ​ວ່າ ເປັນ​ຄຳສັ່ງສອນ​ຂອງ​ພຣະເຈົ້າ.”’


ແຕ່​ບັດນີ້​ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກ​ກວ່າ ກໍ​ວ່າ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຈົ້າ​ທັງຫລາຍ​ແລ້ວ) ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳນາດ​ສິ່ງ​ສັກສິດ​ທຳມະດາ ອັນ​ອ່ອນແອ​ແລະ​ບໍ່ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້ອຍຂ້າ​ຂອງ​ມັນ​ອີກ​ບໍ?


ສິ່ງ​ທີ່​ກ່າວ​ມາ​ນັ້ນ​ຕ້ອງ​ເກີດ​ວິບັດ​ເມື່ອ​ໃຊ້​ມັນ ຊຶ່ງ​ເປັນ​ຫລັກ​ທຳ​ແລະ​ຄຳສອນ​ຂອງ​ມະນຸດ.


ຄົນ​ເຫຼົ່ານັ້ນ ຈະ​ບໍ່​ຟັງ​ຄວາມຈິງ​ອີກ​ຕໍ່ໄປ ເຂົາ​ຈະ​ຫັນ​ໄປ​ສົນໃຈ​ນິຍາຍ​ເລື່ອງ​ຕ່າງໆ.


ເພາະ​ຮູ້​ແລ້ວ​ວ່າ ຄົນ​ຢ່າງ​ນັ້ນ ເປັນ​ຄົນ​ພິກປີ້ນ ຫລົງ​ໄປ​ເຮັດ​ຜິດບາບ ຈຶ່ງ​ປັບໂທດ​ໃສ່​ຕົນເອງ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


ຊຶ່ງ​ເກີດ​ແກ່​ພວກເຂົາ​ນັ້ນ ກໍ​ເໝືອນ​ດັ່ງ​ສຸພາສິດ​ອັນ​ຖືກຕ້ອງ​ທີ່​ວ່າ, “ໝາ​ໄດ້​ຫລົບ​ໄປ​ກິນ ສິ່ງ​ທີ່​ມັນ​ຮາກ​ອອກ​ມາ” ແລະ “ໝູ​ທີ່​ລ້າງ​ແລ້ວ ກໍ​ກັບ​ລົງ​ ໄປ​ນອນ​ລຸຍ​ໃນ​ບວກ​ອີກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka