Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 1:13 - ພຣະຄຳພີສັກສິ

13 ຄຳ​ທີ່​ພວກເຂົາ​ອ້າງ​ນີ້​ເປັນ​ຄວາມຈິງ. ດ້ວຍເຫດນີ້ ເຈົ້າ​ຈົ່ງ​ຕໍ່​ວ່າ​ພວກເຂົາ​ຢ່າງ​ຮຸນແຮງ ເພື່ອ​ພວກເຂົາ​ຈະ​ໄດ້​ມີ​ຄວາມເຊື່ອ​ອັນ​ມີ​ຫລັກ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ຄຳເວົ້າ​ນີ້​ເປັນ​ຄວາມຈິງ. ເຫດສະນັ້ນ ຈົ່ງ​ຕັກເຕືອນ​ພວກເຂົາ​ຢ່າງ​ຮຸນແຮງ ເພື່ອ​ພວກເຂົາ​ຈະ​ມີ​ຄວາມເຊື່ອ​ໝັ້ນຄົງ.

Uka jalj uñjjattʼäta Copia luraña




ຕີໂຕ 1:13
12 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ຄົບຖ້ວນ ແລະ​ໃຫ້​ຂ້ານ້ອຍ​ຫວິດ​ຈາກ​ການ​ອັບອາຍ​ຂາຍໜ້າ.


ຝ່າຍ​ຄົນດີ​ອາດ​ລົງໂທດ​ແລະ​ຕຳໜິ​ຕິຕຽນ ດ້ວຍ​ຄວາມຫວັງ​ດີ​ຕໍ່​ຂ້ານ້ອຍ​ກໍໄດ້, ແຕ່​ຂ້ານ້ອຍ​ຈະ​ບໍ່​ຍອມ​ຮັບ​ກຽດ​ຈາກ​ຄົນຊົ່ວ​ເລີຍ ເພາະ​ຂ້ານ້ອຍ​ຍັງ​ພາວັນນາ​ອະທິຖານ​ຕໍ່ສູ້​ການກະທຳ​ຊົ່ວ​ຂອງ​ພວກເຂົາ​ຢູ່.


ດັດແປງ​ກໍ່ສ້າງ​ກັນ​ຢ່າງ​ເປີດເຜີຍ ກໍ​ດີກວ່າ​ມີ​ຄວາມຮັກ​ແຕ່​ບໍ່​ສະແດງ​ອອກ.


ຢ່າ​ຮັກສາ​ຄວາມ​ກຽດຊັງ​ພີ່ນ້ອງ​ໄວ້​ໃນ​ໃຈ ແຕ່​ຈົ່ງ​ສະສາງ​ຄວາມ​ຂັດແຍ້ງ​ກັນ​ກັບ​ຜູ້ນັ້ນ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ເຂົ້າ​ສ່ວນ​ໃນ​ໂທດ​ຂອງ​ລາວ.


ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ທັງຫລາຍ​ນີ້​ເມື່ອ​ເຮົາ​ບໍ່​ຢູ່​ນຳ ກໍ​ເພື່ອ​ເວລາ​ເຮົາ​ຢູ່​ນຳ​ແລ້ວ ເຮົາ​ຈະ​ບໍ່ໄດ້​ກ່າວ​ຄຳ​ເຄັ່ງຄັດ​ໃນ​ການ​ໃຊ້​ອຳນາດ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ມອບ​ໃຫ້​ແກ່​ເຮົາ ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່ແມ່ນ​ເພື່ອ​ມ້າງເພ​ລົງ.


ຄົນ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຮັກ​ຮ່ວມ​ເພດ​ດຽວກັນ, ຜູ້ຮ້າຍ​ລັກ​ຄົນ, ຄົນ​ທີ່​ຂີ້ຕົວະ ແລະ​ກ່າວ​ຄຳ​ສາບານ​ບໍ່​ຈິງ ຫລື​ສິ່ງ​ອື່ນໆ​ກໍຕາມ ຊຶ່ງ​ຂັດ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ສັດຈິງ.


ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.


ສຳລັບ​ຜູ້​ທີ່​ຍັງ​ເຮັດ​ບາບ​ຢູ່​ນັ້ນ ຈົ່ງ​ຕຳໜິ​ຕິຕຽນ​ເຂົາ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ຄົນອື່ນ​ຈະ​ໄດ້​ຢຳເກງ​ເໝືອນກັນ.


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ຂໍ້​ຄວາມ​ຂ້າງ​ເທິງ​ນີ້ ເຈົ້າ​ຈົ່ງ​ໃຊ້​ວ່າ​ກ່າວ, ຕັກເຕືອນ ແລະ​ບອກສອນ​ພວກເຂົາ​ຢ່າງ​ໜັກແໜ້ນ ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ເຈົ້າ​ໄດ້.


ຈົ່ງ​ແນະນຳ​ພວກ​ຜູ້ຊາຍ​ທີ່​ອາວຸໂສ ໃຫ້​ເປັນ​ຄົນ​ຮູ້ຈັກ​ບັງຄັບ​ຕົນ, ເປັນ​ຄົນ​ສະຫງ່າ​ຜ່າເຜີຍ ແລະ​ເປັນ​ຄົນ​ມີ​ສະຕິ​ອາຣົມ​ດີ​ຮອບຄອບ, ເປັນ​ຄົນ​ມີ​ຄວາມເຊື່ອ​ຢ່າງ​ຖືກຕ້ອງ, ຄວາມຮັກ ແລະ​ຄວາມ​ອົດທົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka