Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 1:11 - ພຣະຄຳພີສັກສິ

11 ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ພວກເຂົາ​ຈະ​ຕ້ອງ​ໄດ້​ມິດງຽບ ເພາະ​ພວກເຂົາ​ໄດ້​ລົບກວນ​ຫລາຍ​ຄອບຄົວ​ໂດຍ​ການ​ສອນ​ສິ່ງ​ທີ່​ພວກເຂົາ​ບໍ່​ຄວນ​ສອນ ແລະ ການສອນ​ນັ້ນ​ກໍ​ເພື່ອ​ຫາ​ປະໂຫຍດ​ໃນ​ທາງ​ບໍ່​ສັດຊື່

Uka jalj uñjjattʼäta Copia luraña




ຕີໂຕ 1:11
22 Jak'a apnaqawi uñst'ayäwi  

ເມື່ອ​ຄົນ​ຊອບທຳ​ເຫັນ​ເຫດການ​ນີ້​ຕ່າງ​ກໍ​ດີໃຈ ແຕ່​ຄົນຊົ່ວຮ້າຍ​ທຸກຄົນ​ຕ່າງ​ກໍ​ງັບ​ປາກ​ມິດງຽບ.


ສ່ວນ​ກະສັດ​ນັ້ນ​ກໍ​ຈະ​ຊົມຊື່ນ​ຍິນດີ ເພາະວ່າ​ພຣະເຈົ້າ​ໃຫ້​ໄຊຊະນະ​ແກ່​ເພິ່ນ. ຄົນ​ທັງຫລາຍ​ທີ່​ສັນຍາ​ໃນ​ພຣະນາມ​ຂອງ​ພຣະເຈົ້າ ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ແຕ່​ປາກ​ຂອງ​ຄົນ​ຂີ້ຕົວະ​ຈະ​ຖືກ​ງັບ​ໄວ້.


ສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ ແລະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ເປັນ​ຂອງ​ຊາຍ​ອື່ນ. ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ພະຍາຍາມ​ຫາ​ເງິນ​ໃນ​ທາງ​ບໍ່​ສັດຊື່. ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ພວກເຈົ້າ​ລຶບ​ກຽດ​ຂອງເຮົາ​ຕໍ່ໜ້າ​ປະຊາຊົນ​ຂອງເຮົາ ເພື່ອ​ຈະ​ໄດ້​ເຂົ້າເດືອຍ​ບາງ​ກຳ ແລະ​ເຂົ້າຈີ່​ບາງ​ກ້ອນ. ພວກເຈົ້າ​ຂ້າ​ປະຊາຊົນ​ທີ່​ບໍ່​ສົມຄວນ​ຈະ​ຕາຍ​ເລີຍ ແລະ​ພວກເຈົ້າ​ປ່ອຍ​ປະຊາຊົນ​ທີ່​ບໍ່​ສົມຄວນ​ຈະ​ມີ​ຊີວິດ​ໃຫ້​ມີ​ຊີວິດ​ຢູ່. ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເວົ້າ​ຕົວະ​ຕໍ່​ປະຊາຊົນ​ຂອງເຮົາ ແລະ​ພວກເຂົາ​ກໍ​ເຊື່ອ​ພວກເຈົ້າ.’


ເຮົາ​ຈະ​ຍົກ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ, ແຕ່​ເຈົ້າ​ຈະ​ຈົດຈຳ​ມັນ​ໄວ້ ແລະ​ລະອາຍ​ໃຈ ຈົນ​ບໍ່​ກ້າ​ອ້າ​ປາກ​ເວົ້າ​ເຖິງ​ມັນ​ເລີຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ພຣະເຈົ້າຢາເວ​ກ່າວ​ຕໍ່​ບັນດາ​ຜູ້ທຳນວາຍ​ເຫຼົ່ານີ້​ວ່າ, “ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ພວກ​ຜູ້ທຳນວາຍ​ຫລອກລວງ ຄື​ພວກເຂົາ​ສັນຍາ​ແກ່​ຄົນ​ທີ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ມີ​ສັນຕິພາບ ແຕ່​ນາບຂູ່​ຜູ້​ທີ່​ບໍ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ພົບພໍ້​ໄພ​ສົງຄາມ.


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


ເພາະວ່າ ພວກເຂົາ​ບໍ່​ກ້າ​ຖາມ​ອັນ​ໃດ​ກັບ​ພຣະອົງ​ອີກ​ຕໍ່ໄປ.


ຜູ້​ຮັບຈ້າງ ຄື​ຜູ້​ທີ່​ບໍ່ແມ່ນ​ຄົນ​ລ້ຽງແກະ ແລະ​ທັງ​ບໍ່​ເປັນ​ເຈົ້າ​ຂອງ​ແກະ ເມື່ອ​ເຫັນ​ໝາໄນ​ມາ ລາວ​ກໍ​ປະຖິ້ມ​ຝູງແກະ ແລະ​ແລ່ນ​ປົບໜີໄປ ໝາໄນ​ຈຶ່ງ​ກັດ ແລະ​ຍາດ​ເອົາ​ຝູງແກະ​ເຮັດ​ໃຫ້​ເຂົາ​ແຕກຊະ​ກັນ​ໄປ.


ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ.


ຄວາມຈິງ​ຂອງ​ພຣະຄຣິດ​ຢູ່​ໃນ​ເຮົາ​ສະເໝີ​ສັນໃດ ຄົງ​ບໍ່ມີ​ຜູ້ໃດ​ໃນ​ແຂວງ​ອະຂາຢາ​ນີ້ ຈະ​ຫ້າມ​ເຮົາ​ບໍ່​ໃຫ້​ອວດອ້າງ​ສິ່ງ​ນີ້​ສັນນັ້ນ.


ນອກ​ນັ້ນ​ພວກເຂົາ​ຍັງ​ເປັນ​ຄົນ​ມັກ​ຢູ່​ລ້າ ທຽວ​ຂຶ້ນ​ເຮືອນນັ້ນ​ເຮືອນນີ້ ຍິ່ງ​ຮ້າຍ​ກວ່າ​ນັ້ນ ພວກເຂົາ​ມັກ​ເວົ້າຂວັນ​ນິນທາ ມັກ​ຫຍຸ້ງກ່ຽວ​ຢູ່​ກັບ​ກິດທຸລະ​ຂອງ​ຄົນອື່ນ ແລະ​ມັກ​ເວົ້າ​ແຕ່​ສິ່ງ​ທີ່​ບໍ່​ສົມຄວນ.


ແຕ່​ຖ້າ​ແມ່ໝ້າຍ​ຄົນ​ໃດ​ມີ​ລູກ ຫລື​ຫລານ ກໍ​ໃຫ້​ລູກຫລານ​ນັ້ນ​ຮຽນຮູ້​ປະຕິບັດ​ໜ້າທີ່​ທາງ​ສາສະໜາ ແກ່​ຄອບຄົວ​ຂອງ​ເຂົາ​ເອງ ຄື​ໃຫ້​ຕອບບຸນ​ແທນຄຸນ​ຂອງ​ພໍ່​ແມ່ ເພາະ​ການ​ກະທຳ​ຢ່າງ​ນີ້ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ແລະ​ການ​ໂຕ້ຖຽງ​ກັນ​ຢ່າງ​ບໍ່ມີ​ທີ່​ສິ້ນສຸດ ລະຫວ່າງ​ຄົນ​ໃຈ​ດື້ດ້ານ​ແລະ​ຄົນ​ໃຈ​ຄົດໂກງ ຂາດ​ຄວາມຈິງ ເຂົາ​ຄິດ​ວ່າ​ຄວາມເຊື່ອ​ໃນ​ພຣະເຈົ້າ​ນັ້ນ ເປັນ​ຫົນທາງ​ທີ່​ນຳ​ໄປ​ສູ່​ຄວາມ​ຮັ່ງມີ​ສີສຸກ.


ຄົນ​ທັງສອງ​ນັ້ນ​ໄດ້​ຫລົງ​ໄປ​ຈາກ​ຄວາມຈິງ ໂດຍ​ກ່າວ​ວ່າ ການ​ຄືນ​ຈາກ​ຄວາມ​ຕາຍ​ນັ້ນ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ພວກເຂົາ​ກຳລັງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ບາງຄົນ​ລົ້ມ​ລະລາຍ​ໄປ.


ເພາະ​ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ມີ​ຄົນ​ທີ່​ມັກ​ລ່ວງ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ກ້ຽວກ່ອມ​ເອົາ​ໃຈ​ແມ່ຍິງ​ທີ່​ເບົາ​ປັນຍາ ໜາ​ດ້ວຍ​ຄວາມ​ຜິດບາບ ແລະ​ຫລົງ​ໄຫລ​ໄປ​ດ້ວຍ​ຕັນຫາ​ຕ່າງໆ ເອົາ​ໄປ​ເປັນ​ຊະເລີຍ,


ເພາະວ່າ​ຜູ້ປົກຄອງ​ດູແລ​ນັ້ນ ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ມອບໝາຍ​ຈາກ​ພຣະເຈົ້າ ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີ​ຂໍ້​ຕຳໜິ, ບໍ່​ເປັນ​ຄົນ​ຈອງຫອງ, ບໍ່​ເປັນ​ຄົນ​ເລືອດ​ຮ້ອນ, ບໍ່​ເປັນ​ຄົນ​ເມົາ​ເຫຼົ້າ, ບໍ່​ເປັນ​ຄົນ​ອັນທະພານ, ບໍ່​ເປັນ​ຄົນ​ໂລບ​ເອົາ​ກຳໄລ​ໃນ​ທາງ​ບໍ່​ສັດຊື່,


ເປັນ​ຄົນ​ຢຶດໝັ້ນ​ໃນ​ຫລັກ​ອັນ​ທ່ຽງທຳ​ທີ່​ຖືກຕ້ອງ, ຕາມ​ໂອວາດ​ຄຳສອນ, ເພື່ອ​ຈະ​ສາມາດ​ເຕືອນ​ສະຕິ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ​ຊີ້ແຈງ​ແກ່​ຄົນ​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.


ຄົນ​ໃດ​ທີ່​ຍຸແຫຍ່​ໃຫ້​ເກີດ​ການ​ແຕກແຍກ​ກັນ ເມື່ອ​ໄດ້​ເຕືອນ​ເຂົາ​ຄັ້ງ​ໜຶ່ງ ຫລື​ສອງ​ຄັ້ງ​ແລ້ວ ຢ່າ​ກ່ຽວຂ້ອງ​ກັບ​ຄົນ​ນັ້ນ​ອີກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka