Biblia Todo Logo
Internet tuqin Biblia

- Anuncios ukanaka -




ຕີໂຕ 1:1 - ພຣະຄຳພີສັກສິ

1 ຈາກ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ເພື່ອ​ຊ່ວຍ​ສົ່ງເສີມ​ຄວາມເຊື່ອ​ຂອງ​ໄພ່ພົນ ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ນຳ​ໄປ​ສູ່​ຄວາມຈິງ​ຕາມ​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ ແລະ ເພື່ອ​ຄວາມຮູ້​ເຖິງ​ຄວາມຈິງ​ອັນ​ນໍາ​ໄປ​ສູ່​ທາງ​ພຣະເຈົ້າ

Uka jalj uñjjattʼäta Copia luraña




ຕີໂຕ 1:1
23 Jak'a apnaqawi uñst'ayäwi  

ອາໂຣນ​ແລະ​ເຊື້ອສາຍ​ຂອງຕົນ​ເປັນ​ຜູ້​ເຜົາ​ເຄື່ອງຫອມ ແລະ​ເຜົາ​ເຄື່ອງ​ບູຊາ​ຕ່າງໆ​ເທິງ​ແທ່ນບູຊາ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ນະມັດສະການ​ທຸກຢ່າງ​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ສຳລັບ​ການ​ຖວາຍບູຊາ​ຕ່າງໆ​ເພື່ອ​ພຣະເຈົ້າ​ຈະ​ຍົກ​ບາບ​ໃຫ້​ແກ່​ຊາດ​ອິດສະຣາເອນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້​ຕາມ​ຄຳແນະນຳ​ຂອງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.


ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?


ເມື່ອ​ຄົນຕ່າງຊາດ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ຊົມຊື່ນ​ຍິນດີ​ຫລາຍ ແລະ​ສັນລະເສີນ​ຖ້ອຍຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ຄົນ​ທັງຫລາຍ ຜູ້​ທີ່​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິຣັນດອນ​ກໍໄດ້​ວາງໃຈເຊື່ອ.


ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຄົນ​ໜຶ່ງ​ຂອງ​ພຣະເຢຊູ​ຄຣິດເຈົ້າ ທີ່​ພຣະອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ.


ຈາກ​ໂປໂລ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ຕາມ​ນໍ້າພຣະໄທ ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈາກ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ. ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ແລະ​ເຖິງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ​ໃນ​ທົ່ວ​ແຂວງ​ອະຂາຢາ.


ດ້ວຍວ່າ, ຊຶ່ງ​ເຈົ້າ​ທັງຫລາຍ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ນັ້ນ ກໍ​ຍ້ອນ​ພຣະຄຸນ​ດ້ວຍ​ທາງ​ຄວາມເຊື່ອ, ສິ່ງ​ເຫຼົ່ານີ້ ບໍ່ແມ່ນ​ພວກເຈົ້າ​ເຮັດ​ເອງ ແຕ່​ພຣະເຈົ້າ​ຊົງ​ປະທານ​ໃຫ້.


ຈາກ​ໂປໂລ ແລະ ຕີໂມທຽວ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ, ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ໃນ​ເມືອງ​ຟີລິບປອຍ ທີ່​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ​ພ້ອມ​ທັງ​ພວກ​ຜູ້ນຳ ແລະ​ພວກ​ຜູ້​ບົວລະບັດ​ໃນ​ຄຣິສຕະຈັກ​ດ້ວຍ.


ເພື່ອ​ເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ຊູໃຈ ແລະ​ເຂົ້າ​ຕິດ​ສະໜິດ​ກັນ​ໃນ​ຄວາມຮັກ ຈົນເຖິງ​ຄວາມຮູ້​ຄັກແນ່​ອັນ​ສົມບູນ ຊຶ່ງ​ມາ​ດ້ວຍ​ຄວາມ​ເຂົ້າໃຈ ຈຶ່ງ​ຈະ​ສັງເກດ​ຮູ້​ໄດ້​ຂໍ້​ລັບເລິກ​ຂອງ​ພຣະເຈົ້າ ຄື​ພຣະຄຣິດ


ພຣະອົງ​ຊົງ​ມີ​ພຣະ​ປະສົງ​ໃຫ້​ທຸກຄົນ​ໄດ້​ເຖິງ​ຄວາມ​ພົ້ນ ແລະ​ໃຫ້​ມາ​ຮູ້ຈັກ​ຄວາມຈິງ.


ເຮົາ​ຕ້ອງ​ຍອມຮັບ​ເຖິງ​ຄວາມ​ຍິ່ງໃຫຍ່​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຖືກ​ຊົງ​ສຳແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບທຳ ໂດຍ​ພຣະວິນຍານ ຊົງ​ສຳແດງ​ພຣະອົງ​ແກ່​ພວກ​ເທວະດາ. ມີ​ຜູ້​ປະກາດ​ເລື່ອງ​ພຣະອົງ​ ໃນ​ທ່າມກາງ​ພວກ​ຕ່າງຊາດ. ມີ​ຜູ້​ເຊື່ອຖື​ພຣະອົງ​ທົ່ວ​ທັງ​ໂລກ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າຣາສີ.


ຜູ້ໃດ​ກໍຕາມ​ທີ່​ສັ່ງສອນ​ຜິດ​ໄປ​ຈາກ​ນີ້ ແລະ​ທັງ​ບໍ່​ເຫັນ​ພ້ອມ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ແທ້ຈິງ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ຄຳສັ່ງສອນ​ອັນ​ຖືກຕ້ອງ​ເປັນທຳ​ກັບ​ຄວາມເຊື່ອ​ຂອງ​ພວກເຮົາ


ເພາະສະນັ້ນ ເຮົາ​ຈຶ່ງ​ສູ້ທົນ​ທຸກສິ່ງ ເພາະ​ເຫັນ​ແກ່​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ພົ້ນ ຊຶ່ງ​ມາ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈະ​ຖືກ​ນຳ​ໄປ​ສູ່​ສະຫງ່າຣາສີ​ນິຣັນດອນ.


ແຕ່​ຈົ່ງ​ຫລີກ​ເວັ້ນ​ຈາກ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ​ແລະ​ອັບ​ປັນຍາ ເຈົ້າ​ກໍ​ຮູ້​ແລ້ວ​ວ່າ ການ​ກະທຳ​ຢ່າງ​ນັ້ນ​ນຳ​ໄປ​ສູ່​ການ​ວິວາດ​ຜິດຖຽງ​ກັນ.


ແກ້ໄຂ​ຄວາມ​ຄິດເຫັນ​ຝ່າຍ​ກົງກັນຂ້າມ ດ້ວຍ​ຄວາມ​ສຸພາບ​ອ່ອນໂຍນ ເພາະ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາ​ໄປ​ສູ່​ການ​ຮູ້ຈັກ​ເຖິງ​ຄວາມຈິງ.


ຈາກ ຢາໂກໂບ, ຜູ້​ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ. ເຖິງ​ຄົນ​ສິບສອງ​ຕະກຸນ​ທີ່​ກະຈັດ​ກະຈາຍ​ຢູ່​ນັ້ນ.


ດ້ວຍ​ເຫັນ​ແລ້ວ​ວ່າ ຣິດເດດ​ຂອງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ສິ່ງສາລະພັດ​ແກ່​ພວກເຮົາ ຊຶ່ງ​ຈຳເປັນ​ຕໍ່​ຊີວິດ ແລະ​ຕໍ່​ການ​ດຳເນີນ​ຕາມ​ທາງ​ຂອງ​ພຣະເຈົ້າ ໂດຍ​ການ​ຮູ້ຈັກ​ພຣະອົງ ຜູ້​ທີ່​ຊົງ​ເອີ້ນ​ພວກເຈົ້າ​ດ້ວຍ​ສະຫງ່າຣາສີ ແລະ​ຄວາມ​ລໍ້າເລີດ​ຂອງ​ພຣະອົງ​ເອງ.


ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ໄປ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ຢ່າງ​ໃດ? ໃນ​ການ​ດຳເນີນ​ຊີວິດ​ອັນ​ບໍຣິສຸດ​ແລະ​ການ​ນັບຖື​ພຣະເຈົ້າ.


ດ້ວຍວ່າ, ຜູ້​ທີ່​ປະຕິເສດ​ພຣະບຸດ ກໍ​ປະຕິເສດ​ພຣະບິດາເຈົ້າ​ເໝືອນກັນ, ຜູ້​ທີ່​ຍອມ​ຮັບ​ພຣະບຸດ ຜູ້ນັ້ນ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.


ການ​ຊົງ​ສຳແດງ​ຂອງ​ພຣະເຢຊູເຈົ້າ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ແກ່​ພຣະອົງ ເພື່ອ​ຊົງ​ຊີ້ແຈງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ຮູ້​ເຖິງ​ເຫດການ​ທັງຫລາຍ​ທີ່​ຕ້ອງ​ບັງເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະຄຣິດ​ໄດ້​ຊົງ​ໃຊ້​ເທວະດາ​ຂອງ​ພຣະອົງ ໄປ​ສຳແດງ​ໝາຍສຳຄັນ​ແກ່​ໂຢຮັນ ຜູ້ຮັບໃຊ້​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka