9 ຖ້ານ້ອງນາງຫາກເປັນດັ່ງກຳແພງ ພວກຂ້ອຍຈະເອົາແທ່ງເງິນສ້າງຫໍຄອຍຕັນໄວ້. ຖ້ານ້ອງນາງຫາກເປັນປະຕູກຳແພງ ພວກຂ້ອຍຈະເອົາໄມ້ສົນສີດາໃສ່ໄລປ້ອງກັນໄວ້.
ຝາຂ້າງໃນຂອງພຣະວິຫານ ຕັ້ງແຕ່ພື້ນຈົນຈຸເພດານແມ່ນເຮັດດ້ວຍແປ້ນໄມ້ແປກ ແລະພື້ນກໍປູດ້ວຍໄມ້ສົນ.
ແຕ່ພວກເຮົາຈະເຮັດສາຍສ້ອຍຄ້ອງຄໍສຳລັບນາງ ກັບເຄື່ອງເອ້ທີ່ເຮັດດ້ວຍເງິນມອບໃຫ້ນາງດ້ວຍ.
ຄົນຮັກຂອງຂ້ອຍເປັນດັ່ງກວາງໜຸ່ມ ແລະເຍືອງເຖິກ ຫັ້ນເດ ລາວຢືນຜົກຢູ່ທາງດ້ານຫລັງກຳແພງພຸ້ນ ລາວແນມໄປທາງປ່ອງຢ້ຽມແລະກວດເບິ່ງທຸກທາງ ຕາມປ່ອງຢ້ຽມຜ່ານຕາໜ່າງຄອຍຜົກຈອບເບິ່ງ.
ປະຊາຊົນຂອງເຈົ້າຈະສ້າງສິ່ງທີ່ຮົກຮ້າງເພພັງແຕ່ດົນນານຂຶ້ນໃໝ່ ຄືສ້າງຂຶ້ນໃໝ່ຢູ່ໃນບ່ອນທີ່ມີຮາກຖານເດີມ. ເຈົ້າຈະເປັນທີ່ຮູ້ຈັກໃນຖານະປະຊາຊົນ ຜູ້ທີ່ສ້າງກຳແພງເມືອງຂຶ້ນໃໝ່ ຜູ້ທີ່ສ້າງບ້ານເຮືອນທີ່ຮົກຮ້າງເພພັງຂຶ້ນໃໝ່.”
ເຮົາຈະນຳເອົາຄຳມາໃຫ້ເຈົ້າ ແທນທີ່ຈະແມ່ນທອງສຳຣິດ ນຳເອົາເງິນມາໃຫ້ ແທນທີ່ຈະແມ່ນເຫຼັກ ເຮົາຈະນຳເອົາທອງສຳຣິດ ແທນທີ່ຈະນຳໄມ້ມາ ນຳເອົາເຫຼັກ ແທນທີ່ຈະນຳຫີນມາໃຫ້. ພວກຜູ້ປົກຄອງຂອງເຈົ້າຈະບໍ່ກົດຂີ່ເຈົ້າອີກຕໍ່ໄປ; ພວກເຂົາຈະປົກຄອງຢ່າງຍຸດຕິທຳ ແລະມີສັນຕິສຸກລົ້ນ.
ພວກເຂົາຈະກໍ່ສ້າງເມືອງທັງຫລາຍຂຶ້ນໃໝ່ ຄືເມືອງທີ່ຮົກຮ້າງເພພັງແຕ່ດົນນານນັ້ນ.
ຝ່າຍເຮົາຈຶ່ງບອກວ່າ ເຈົ້າຄືເປໂຕ ເທິງສີລາກ້ອນນີ້ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະປະຕູແຫ່ງແດນມໍຣະນາຈະເອົາຊະນະຄຣິສຕະຈັກນີ້ບໍ່ໄດ້.
ເມື່ອມາຮອດເມືອງອັນຕີໂອເຂຍ ທ່ານທັງສອງໄດ້ເອີ້ນສະມາຊິກໃນຄຣິສຕະຈັກມາປະຊຸມ ແລ້ວໄດ້ເລົ່າສູ່ພີ່ນ້ອງຟັງເຖິງທຸກຢ່າງ ທີ່ພຣະເຈົ້າຊົງສະຖິດ ແລະໄດ້ຊົງກະທຳສຳລັບຕົນ ແລະການທີ່ພຣະເຈົ້າເປີດປະຕູແຫ່ງຄວາມເຊື່ອໃຫ້ຄົນຕ່າງຊາດເຂົ້າມາ.
‘ພາຍຫລັງເຫດການນີ້ແລ້ວເຮົາຈະກັບມາ ແລະສ້າງຫໍເຕັນຂອງດາວິດ ທີ່ເພພັງນັ້ນໃຫ້ຟື້ນຂຶ້ນໃໝ່. ເຮົາຈະສ້າງບ່ອນທີ່ ຮົກຮ້າງເພພັງຂຶ້ນໃໝ່ ແລະຈະຕັ້ງຂຶ້ນມາອີກ.
ເມື່ອພວກເຈົ້າສ້າງເຮືອນໃໝ່ໃຫ້ເຮັດຂອບເທິງຫລັງຄາເຮືອນໄວ້. ແລ້ວພວກເຈົ້າຈະບໍ່ຕ້ອງຮັບຜິດຊອບ ຖ້າຜູ້ໃດຜູ້ໜຶ່ງຕົກລົງຕາຍ.