8 ພວກຂ້ອຍຍັງມີນ້ອງສາວຢູ່ອີກຄົນໜຶ່ງ ຊຶ່ງໜ້າອົກນາງນັ້ນກໍຍັງບໍ່ທັນເຕັມ. ພວກຂ້ອຍຈະເຮັດກັບນາງຢ່າງໃດນໍ ຖ້າຊາຍໜຸ່ມມາຂໍໂອ້ລົມກັບນ້ອງ.
ຈົ່ງຂໍມາເຖີດ ເຮົາຈະໃຫ້ຊົນຊາດທັງໝົດ; ແຜ່ນດິນໂລກທັງປວງເປັນກຳມະສິດຂອງເຈົ້າ.
ນົມທັງສອງຂອງນ້ອງ ເປັນດັ່ງແບ້ນ້ອຍສອງໂຕ ດັ່ງເຍືອງແຝດຄູ່ໜຶ່ງ ຊຶ່ງກິນຫຍ້າຢູ່ທົ່ງດອກຊ້ອນ.
ນົມທັງສອງຂອງນ້ອງງາມດັ່ງລູກກວາງສອງໂຕ ງາມດັ່ງເຍືອງສອງໂຕທີ່ເປັນລູກຝາແຝດ.
ນ້ອງເອງນີ້ແຫລະ ທີ່ເປັນກຳແພງເມືອງ ນົມນ້ອງເອງກໍເປັນຫໍຄອຍສູງຂອງເມືອງນັ້ນ. ຄົນຮັກຂອງນ້ອງຮູ້ວ່າເມື່ອນ້ອງຢູ່ກັບລາວ ນ້ອງມີຄວາມພໍໃຈ ແລະມີສັນຕິສຸກທັງນັ້ນ.
ຖ້ານ້ອງນາງຫາກເປັນດັ່ງກຳແພງ ພວກຂ້ອຍຈະເອົາແທ່ງເງິນສ້າງຫໍຄອຍຕັນໄວ້. ຖ້ານ້ອງນາງຫາກເປັນປະຕູກຳແພງ ພວກຂ້ອຍຈະເອົາໄມ້ສົນສີດາໃສ່ໄລປ້ອງກັນໄວ້.
ພຣະອົງກ່າວວ່າ, “ເຮົາມີພາລະກິດ ທີ່ຍິ່ງໃຫຍ່ໃຫ້ເຈົ້າຜູ້ຮັບໃຊ້ຂອງເຮົາເຮັດ. ບໍ່ແມ່ນພຽງແຕ່ໃຫ້ນຳຄວາມຍິ່ງໃຫຍ່ ຂອງຊົນຊາດອິດສະຣາເອນທີ່ລອດຕາຍຄືນມາ, ແຕ່ຈະໃຫ້ເຈົ້າເປັນແສງສະຫວ່າງແກ່ບັນດາປະຊາຊາດທັງຫລາຍ ເພື່ອວ່າເຈົ້າຈະນຳຄວາມລອດພົ້ນຂອງເຮົາໄປເຖິງທີ່ສຸດປາຍແຜ່ນດິນໂລກ.”
ເອື້ອຍກົກຂອງເຈົ້າແມ່ນຊາມາເຣຍຄືຢູ່ທາງທິດເໜືອ ໄດ້ມີໝູ່ບ້ານຂອງຕົນເອງ. ສ່ວນນ້ອງສາວຂອງເຈົ້າແມ່ນໂຊໂດມຄືຢູ່ທາງທິດໃຕ້ ກໍມີໝູ່ບ້ານຂອງຕົນເອງ.
ເຈົ້າຈະລະນຶກໄດ້ວ່າເຈົ້າໄດ້ເຮັດຫຍັງແດ່ ແລະເຈົ້າກໍຈະລະອາຍໃຈ ເມື່ອເຈົ້າໄດ້ເອື້ອຍນ້ອງຂອງເຈົ້າຄືນມາ. ເຮົາຈະໃຫ້ພວກເຂົາເປັນດັ່ງລູກສາວຂອງເຈົ້າ ເຖິງແມ່ນວ່າບໍ່ຢູ່ໃນສ່ວນພັນທະສັນຍາຂອງເຮົາກັບເຈົ້າກໍຕາມ.
ເຮົາໄດ້ລ້ຽງເຈົ້າໃຫ້ໃຫຍ່ຂຶ້ນເໝືອນຕົ້ນພືດທີ່ແຂງແຮງດີ. ເຈົ້າມີສຸຂະພາບດີ ແລະສູງແລະຈົນໃຫຍ່ເປັນສາວ. ໜ້າເອິກຂອງເຈົ້າຮູບຊົງງາມດີ ແລະຜົມຂອງເຈົ້າກໍປົ່ງງາມ ແຕ່ເຈົ້າພັດເປືອຍຕົວ.
ມັນຈະເຮັດໃຫ້ເຈົ້າທຸກໂສກແລະມືນເມົາ ເປັນຈອກຄວາມຢ້ານກົວແລະການຈິບຫາຍດ້ວຍ ແລະຈອກນັ້ນເປັນຈອກຂອງຊາມາເຣຍ ຄືຜູ້ທີ່ເປັນເອື້ອຍເຈົ້າເອງນັ້ນ.
ພວກເຂົາຈະທຳລາຍເຈົ້າ ແລະລູກທັງຫລາຍທີ່ຢູ່ນຳເຈົ້າໃຫ້ລົງພຽງດິນ. ພວກເຂົາຈະບໍ່ປະກ້ອນຫີນໃຫ້ຊ້ອນທັບກັນໄວ້ພາຍໃນເຈົ້າ ເພາະວ່າເຈົ້າບໍ່ຮູ້ເວລາທີ່ພຣະເຈົ້າໄດ້ມາຢ້ຽມຢາມເຈົ້າ.”
ມີຝູງແກະອື່ນທີ່ເປັນຝູງແກະຂອງເຮົາ ແຕ່ບໍ່ຢູ່ໃນຄອກນີ້ ເຮົາຈະຕ້ອງພາແກະເຫຼົ່ານັ້ນມາເໝືອນກັນ ພວກເຂົາຈະຟັງສຽງຂອງເຮົາ ເຮົາຈະເຕົ້າໂຮມພວກເຂົາເຂົ້າເປັນຝູງດຽວທີ່ມີຜູ້ລ້ຽງແຕ່ຜູ້ດຽວ.
ຢູ່ທີ່ເມືອງກາຍຊາເຣຍ ຍັງມີຊາຍຄົນໜຶ່ງຊື່ວ່າໂກເນລີໂອ ເພິ່ນເປັນນາຍຮ້ອຍຢູ່ໃນກອງທະຫານທີ່ຊື່ວ່າ, “ກອງອີຕາລີ.”
ໃນຄືນນັ້ນ ໂປໂລໄດ້ເຫັນນິມິດ ແລະໃນນິມິດນັ້ນ ເພິ່ນເຫັນຊາຍມາເກໂດເນຍຄົນໜຶ່ງຢືນຢູ່ ແລະຮ້ອງຕໍ່ເພິ່ນວ່າ, “ຂໍທ່ານຂ້າມມາເມືອງມາເກໂດເນຍພີ້ ເພື່ອຊ່ວຍພວກຂ້ານ້ອຍແດ່ທ້ອນ.”
ອົງພຣະຜູ້ເປັນເຈົ້າກ່າວແກ່ຂ້າພະເຈົ້າວ່າ, ‘ຈົ່ງອອກໄປ ເພາະເຮົາຈະໃຊ້ເຈົ້າໄປໄກ ຫາຄົນຕ່າງຊາດ.”’
ໂມເຊຜູ້ນີ້ແຫຼະ ທີ່ຮ່ວມຊຸມນຸມກັບປະຊາຊົນອິດສະຣາເອນ ຢູ່ໃນຖິ່ນແຫ້ງແລ້ງກັນດານ ເພິ່ນໄດ້ຢູ່ໃນທີ່ນັ້ນກັບບັນພະບຸລຸດຂອງພວກເຮົາ ແລະກັບເທວະດາຕົນທີ່ໄດ້ກ່າວແກ່ເພິ່ນທີ່ເທິງພູເຂົາຊີນາຍ ບ່ອນທີ່ເພິ່ນໄດ້ຮັບພຣະທຳອັນມີຊີວິດຖາວອນມາໃຫ້ພວກເຮົາ.
ຈົ່ງດຳເນີນຊີວິດອັນດີງາມຢູ່ໃນທ່າມກາງຄົນຕ່າງຄວາມເຊື່ອ ເພື່ອວ່າເມື່ອພວກເຈົ້າຖືກກ່າວຫາວ່າເປັນຄົນເຮັດຊົ່ວນັ້ນ, ພວກເຂົາກໍຈະໄດ້ເຫັນຄຸນຄວາມດີຂອງພວກເຈົ້າ ຈະໄດ້ສັນລະເສີນພຣະເຈົ້າ ໃນວັນທີ່ພຣະອົງສະເດັດມາປາກົດ.