7 ນໍ້າກໍມອດບໍ່ໄດ້ໃຫ້ມັນດັບລົງເປັນ ນໍ້າໄຫລຖ້ວມທົ່ວໄປກໍຈົມມັນລົງບໍ່ໄດ້. ຖ້າຄວາມຮັກຫາຊື້ໄດ້ດ້ວຍຄວາມຮັ່ງມີ ສິ່ງທີ່ລາວໄດ້ມາກໍຈະຖືກດູໝິ່ນປະໝາດ.
ເມື່ອນາຍຂອງໂຢເຊັບໄດ້ຍິນເລື່ອງທີ່ເມຍຂອງຕົນເລົ່າສູ່ຟັງກໍໃຈຮ້າຍຫຼາຍ
ລາວດູຖູກຄົນທີ່ພຣະເຈົ້າປະຕິເສດເຂົາ ແຕ່ໃຫ້ກຽດຄົນທີ່ຢຳເກງພຣະເຈົ້າຢາເວ. ລາວເຮັດຕາມທີ່ຕົນໄດ້ສັນຍາໄວ້ສະເໝີ ເຖິງວ່າຕົນຈະເປັນຝ່າຍເສຍຜົນປະໂຫຍດກໍຕາມ.
ແຕ່ຖ້າຖືກຈັບໄດ້ ລາວຕ້ອງຈ່າຍຄືນເຈັດເທົ່າ ຄືລາວຕ້ອງເສຍທຸກສິ່ງທີ່ຕົນມີຢູ່.
ລາວຈະບໍ່ຍອມຮັບເອົາຄ່າທຳຂວັນໃດໆ ຂອງຂວັນກອງຖ້ວມຫົວ ກໍຈະບໍ່ຊ່ວຍໃຫ້ລາວຊ່ວງເຊົາໂມໂຫໄດ້.
ເຮົາຈະຢູ່ນຳເມື່ອຍ່າງຂ້າມບ່ອນນໍ້າເລິກໄປ ຄວາມລຳບາກຂອງພວກເຈົ້າຈະບໍ່ຖ້ວມພວກເຈົ້າ. ໄຟຈະບໍ່ໄໝ້ພວກເຈົ້າເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລຳບາກຈະທຳຮ້າຍພວກເຈົ້າບໍ່ໄດ້.