Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 8:6 - ພຣະຄຳພີສັກສິ

6 ນອກຈາກ​ນ້ອງ​ແລ້ວ ຂໍ​ອ້າຍ​ຢ່າ​ສູ່​ຮັກ​ຍິງ​ອື່ນໃດ ນອກຈາກ​ນ້ອງ ຂໍ​ຢ່າ​ໃຫ້​ມີ​ຍິງ​ໃດ​ຢູ່​ໃນ​ອ້ອມກອດ. ຄວາມຮັກ​ມີ​ອຳນາດ​ເທົ່າກັບ​ຄວາມຕາຍ ຄວາມ​ຫລົງໄຫລ​ກໍ​ອັນຕະລາຍ​ເທົ່າກັບ​ປ່າຊ້າ. ມັນ​ເຜົາໄໝ້​ໄດ້​ເໝືອນດັ່ງ​ແປວໄຟ ແລະ​ໄໝ້​ລຸກລາມ​ໄປ​ຢ່າງ​ເຕັມທີ່.

Uka jalj uñjjattʼäta Copia luraña




ຍອດເພງ 8:6
27 Jak'a apnaqawi uñst'ayäwi  

ສາມ​ທະຫານ​ເອກ​ໄດ້​ຕີ​ຝ່າ​ຄ້າຍ​ທະຫານ​ຟີລິດສະຕິນ ໄປ​ຕັກ​ນໍ້າ​ທີ່​ສ້າງ​ມາ​ໃຫ້​ກະສັດ​ດາວິດ. ເພິ່ນ​ດື່ມ​ບໍ່​ລົງ ແຕ່​ກັບ​ຖອກ​ນໍ້າ​ລົງ​ດິນ​ຖວາຍ​ແກ່​ພຣະເຈົ້າຢາເວ


ກໍ​ດ້ວຍ​ລູກໜ້າ​ທະນູ​ອັນ​ແຫລມຄົມ​ຂອງ​ນັກຮົບ ແລະ​ຖ່ານໄຟ​ແດງ​ໄໝ້​ເຜົາຜານ​ແນ່ນອນ.


ຂ້າແດ່​ພຣະເຈົ້າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຈິດວິນຍານ​ຂອງ​ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະອົງ ດັ່ງ​ດິນ​ແຫ້ງແລ້ງ​ທີ່​ຂາດ​ນໍ້າ​ລໍ່ລ້ຽງ​ສັນໃດ ເນື້ອໜັງ​ຂອງ​ຂ້ານ້ອຍ​ກໍ​ຫິວກະຫາຍ​ຫາ​ພຣະອົງ​ສັນນັ້ນ.


ຂ້ານ້ອຍ​ປາຖະໜາ ຢາກ​ຢູ່​ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ. ຈິດໃຈ​ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ​ຢ່າງ​ຊົມຊື່ນ ຖວາຍ​ແກ່​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ດ້ວຍ​ສຸດຈິດ​ສຸດໃຈ.


ແກ້ວ​ແຕ່ລະ​ຢ່າງ​ໃນ​ຈຳນວນ​ສິບສອງ​ຊະນິດ​ນັ້ນ ຈົ່ງ​ໃຫ້​ຈາລຶກ​ຊື່​ລູກຊາຍ​ຂອງ​ຢາໂຄບ​ໃສ່ ຊຶ່ງ​ໝາຍເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ.


ການ​ເຮັດ​ເຊັ່ນ​ນີ້​ຈະ​ເຮັດ​ໃຫ້​ລາວ​ຢູ່​ບໍ່​ສະບາຍ ພຣະເຈົ້າຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.


ຜົວ​ເກີດ​ໂມໂຫ​ຂຶ້ນ​ຍ້ອນ​ຫຶງຫວງ​ເມຍ ການ​ແກ້ແຄ້ນ​ຂອງ​ລາວ​ບໍ່ມີ​ຂອບເຂດ.


ສາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັນຍາ​ຂ້ອຍ​ເຖີດ ຖ້າ​ພົບ​ຄົນຮັກ​ທີ່​ຂ້ອຍ​ເວົ້າ​ເຖິງ ກໍ​ຂໍ​ໃຫ້​ບອກ​ລາວ​ດ້ວຍ. ຈົ່ງ​ບອກ​ໃຫ້​ລາວ​ຮູ້ວ່າ​ຂ້ອຍ​ອິດອ່ອນ​ຈິດໃຈ ຍ້ອນ​ຂ້ອຍ​ຫລົງໄຫລ​ຢູ່​ໃນ​ຄວາມຮັກ​ລາວ​ນັ້ນ.


ນະຄອນ​ເຢຣູຊາເລັມ ເຮົາ​ລືມໄລ​ເຈົ້າ​ບໍ່ໄດ້​ເລີຍ ເຮົາ​ຂຽນ​ຊື່​ເຈົ້າ​ໃສ່​ຝາມື​ຂອງເຮົາ​ແລ້ວ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ເຢໂຮຍອາກິນ ລູກຊາຍ​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່​ຢ່າງ​ແນ່ແທ້​ສັນໃດ ເຖິງ​ແມ່ນ​ເຈົ້າ​ເປັນ​ແຫວນ​ສຸບ​ຢູ່​ໃນ​ມື​ຂວາ​ຂອງເຮົາ ເຮົາ​ກໍ​ຈະ​ດຶງ​ເຈົ້າ​ອອກ​ໄປ​ສັນນັ້ນ


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ວ່າ, “ໃນ​ວັນ​ນັ້ນ ເຮົາ​ຈະ​ເອົາ​ເຈົ້າ ເຊຣຸບບາເບນ​ລູກ​ຊາຍ​ຂອງ​ເຊອານຕີເອນ​ຜູ້​ເປັນ​ຄົນ​ຮັບໃຊ້​ຂອງເຮົາ ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ເຈົ້າ​ຂຶ້ນ​ເປັນ​ຜູ້ປົກຄອງ​ໃນ​ນາມ​ຂອງ​ເຮົາ. ເຈົ້າ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ເລືອກໄວ້.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ເຮົາ​ກຳລັງ​ວາງ​ຫີນ​ກ້ອນ​ໜຶ່ງ ທີ່​ມີ​ເຈັດ​ຫລ່ຽມ​ຢູ່​ຕໍ່ໜ້າ​ເຢຊູອາ. ເຮົາ​ຈະ​ສະຫລັກ​ຕົວໜັງສື​ໄວ້​ເທິງ​ນັ້ນ ແລະ​ເຮົາ​ຈະ​ຍົກ​ເອົາ​ບາບ​ຂອງ​ດິນແດນ​ນີ້​ໄປ​ໃນ​ວັນ​ດຽວ​ເທົ່ານັ້ນ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


“ເພາະ​ສິ່ງ​ທີ່​ຟີເນຮາ​ໄດ້​ເຮັດ​ນັ້ນ ເຮົາ​ຈຶ່ງ​ບໍ່​ໂກດຮ້າຍ​ປະຊາຊົນ​ອິດສະຣາເອນ​ອີກ​ຕໍ່ໄປ. ລາວ​ໄດ້​ຈັດການ​ຢ່າງ​ເດັດຂາດ ຕໍ່​ຜູ້​ທີ່​ຂາບໄຫວ້​ພະອື່ນໆ​ນອກ​ເໜືອ​ຈາກ​ເຮົາ. ດ້ວຍເຫດນີ້ ເຮົາ​ຈຶ່ງ​ບໍ່​ໂກດຮ້າຍ​ແລະ​ທຳລາຍ​ພວກເຂົາ.


ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.


ແຕ່​ໂປໂລ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ​ເຮັດ​ໃຫ້​ເຮົາ​ເສຍ​ກຳລັງ​ໃຈ​ເຊັ່ນນີ້? ເຮົາ​ຕຽມພ້ອມ​ບໍ່ແມ່ນແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ທີ່ນັ້ນ​ອີກ​ດ້ວຍ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ.”


ແຕ່ “ຖ້າ​ສັດຕູ​ຂອງ​ເຈົ້າ​ຢາກ​ເຂົ້າ ຈົ່ງ​ເອົາ​ໃຫ້​ເຂົາ​ກິນ ຖ້າ​ເຂົາ​ຫິວນໍ້າ ຈົ່ງ​ເອົາ​ໃຫ້​ເຂົາ​ດື່ມ ເພາະ​ການ​ທີ່​ເຈົ້າ​ເຮັດ​ຢ່າງ​ນັ້ນ ເປັນ​ການ​ກອງ​ຖ່ານໄຟ​ແດງ​ໃສ່​ໄວ້​ເທິງ​ຫົວ​ຂອງ​ເຂົາ.”


ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ.


ໂດຍ​ຮູບເຄົາຣົບ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ແກ້ງເຮັດ​ໃຫ້​ເຮົາ​ໂມໂຫ ໂດຍ​ແກ້ງເຮັດ​ໃຫ້​ເຮົາ​ຫຶງຫວງ ຕໍ່​ສິ່ງ​ທີ່​ພວກເຂົາ​ເອີ້ນ​ວ່າ​ພະ​ຂອງ​ເຂົາເຈົ້າ​ນັ້ນ; ພະເກ້ໆ​ເຫຼົ່ານັ້ນ​ລ້ວນແຕ່​ເປັນ​ພະທຽມ ບໍ່ແມ່ນ​ພຣະເຈົ້າ​ແທ້​ຈັກດີ້. ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຊ້​ຊາດ​ໜຶ່ງ​ມາ​ເຮັດ​ໃຫ້ ພວກ​ເຂົາເຈົ້າ​ເກີດ​ໂມໂຫ; ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເກີດ​ອິດສາ ຊົນຊາດ​ເບົາ​ປັນຍານີ້.


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ເຂົາ​ເຫຼົ່ານັ້ນ​ໄດ້​ຊະນະ​ພະຍານາກ​ແລ້ວ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ເມສານ້ອຍ ແລະ​ເພາະ​ຄຳ​ພະຍານ​ຂອງ​ພວກເຂົາ​ເອງ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຕາຍ​ກໍ​ບໍ່​ເສຍ​ດາຍ​ຊີວິດ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka