12 ສ່ວນເຈົ້າໂຊໂລໂມນນັ້ນກໍຍິນດີຮັບເອົາ ເງິນພັນຫລຽນທີ່ເປັນຄ່າເຊົ່າສວນນັ້ນ ຄົນເຮັດສວນກໍໄດ້ສ່ວນແບ່ງ ສອງຮ້ອຍຫລຽນເງິນ ແຕ່ສຳລັບຂ້ອຍເອງ ຂ້ອຍມີສວນອະງຸ່ນຂອງຂ້ອຍ.
ຜູ້ທີ່ບົວລະບັດຕົ້ນໝາກເດື່ອເທດ ກໍຈະໄດ້ກິນໝາກຂອງມັນ. ຄົນຮັບໃຊ້ທີ່ບົວລະບັດນາຍຂອງຕົນກໍຈະໄດ້ຮັບກຽດ.
ຈົ່ງລະວັງສິ່ງທີ່ເຈົ້າຄິດຢູ່ໃນໃຈໃຫ້ດີ ເພາະຊີວິດຂອງຄົນຖືກຫລໍ່ຫລອມຂຶ້ນໂດຍຄວາມນຶກຄິດ.
ຂໍຢ່າສູ່ດູຖູກຂ້ອຍຍ້ອນຜິວພັນຂ້ອຍເທາະ ເພາະຕາເວັນເຮັດໃຫ້ຂ້ອຍດຳແຫລ້ທົ່ວຜິວພັນ. ພວກອ້າຍຂ້ອຍໃຈຮ້າຍໃຫ້ຂ້ອຍໃດ ຈຶ່ງບັງຄັບຂ້ອຍໃຫ້ທຳງານໃນສວນອະງຸ່ນພຸ້ນ. ຂ້ອຍບໍ່ມີເວລາທີ່ຈະຮັກສາສວນອະງຸ່ນຂອງຂ້ອຍເອງ ຄືບໍ່ມີເວລາຮັກສາຕົນຕົວຂອງຂ້ອຍ.
ຕົ້ນໝາກຈອງເກີດຢູ່ທ່າມກາງຕົ້ນໄມ້ປ່າສັນໃດ ຄົນຮັກຂອງນ້ອງກໍປະປົນຢູ່ກັບຊາຍອື່ນສັນນັ້ນ. ຂ້ອຍມັກມານັ່ງພັກເຊົາຢູ່ໃຕ້ຮົ່ມຂອງມັນ ແລະໝາກຂອງມັນກໍຫວານແລະຣົດຊາດກໍແຊບ.
ກະສັດໂຊໂລໂມນມີສວນອະງຸ່ນແຫ່ງໜຶ່ງ ໃນສະຖານທີ່ເອີ້ນວ່າ ບາອານຮາໂມນ. ເພິ່ນໄດ້ເອົາບ່ອນນີ້ໃຫ້ຄົນເຊົ່າເຮັດສວນ ແຕ່ລະຄົນກໍໄດ້ນຳເງິນພັນຫລຽນມາຈ່າຍໃຫ້.
ທີ່ຮັກຂອງອ້າຍເອີຍ ຂໍໃຫ້ອ້າຍໄດ້ຍິນ ສຽງຂອງນ້ອງເວົ້າຈາກສວນແດ່ ໝູ່ເພື່ອນຂອງອ້າຍນັ້ນ ກຳລັງລໍຟັງນ້ອງເວົ້າຈາ.
ທ່ານທັງຫລາຍ ຈົ່ງລະວັງຕົວເອງໃຫ້ດີ ແລະເຝົ້າຮັກສາຝູງແກະ ທີ່ພຣະວິນຍານບໍຣິສຸດເຈົ້າໄດ້ມອບໄວ້ໃຫ້ພວກທ່ານເປັນຜູ້ດູແລ, ຈົ່ງບຳລຸງລ້ຽງຄຣິສຕະຈັກຂອງພຣະເຈົ້າ ທີ່ພຣະອົງເປັນເຈົ້າຂອງ ໂດຍພຣະບຸດໄດ້ຊົງໄຖ່ມາດ້ວຍພຣະໂລຫິດຂອງພຣະອົງເອງ.
ພຣະເຈົ້າໄດ້ຊົງຊື້ພວກເຈົ້າມາດ້ວຍລາຄາສູງ. ສະນັ້ນ ຈົ່ງຖວາຍພຣະກຽດແກ່ພຣະເຈົ້າດ້ວຍຮ່າງກາຍຂອງຕົນ.
ແລະພຣະອົງໄດ້ຕາຍແທນຄົນທັງປວງ ເພື່ອວ່າພວກທີ່ມີຊີວິດຢູ່ນັ້ນ ຈະບໍ່ໃຊ້ຊີວິດຢູ່ເພື່ອຕົນເອງອີກຕໍ່ໄປ, ແຕ່ເພື່ອພຣະອົງຜູ້ທີ່ໄດ້ຕາຍ ແລະໄດ້ເປັນຄືນມາຈາກຕາຍ ເພາະເຫັນແກ່ເຂົາທັງຫລາຍ.
ດ້ວຍວ່າ, ແມ່ນສິ່ງໃດຈະເປັນທີ່ຫວັງໃຈຂອງເຮົາ ຫລືທີ່ຊົມຊື່ນຍິນດີ ຫລືມົງກຸດ ອັນໃຫ້ມີຄວາມອວດອ້າງ ຊ້ອງພຣະພັກອົງຣະເຢຊູເຈົ້າຂອງເຮົາທັງຫລາຍ ເມື່ອພຣະອົງຈະສະເດັດມາປາກົດ ບໍ່ແມ່ນພວກເຈົ້າດອກຫລື?