10 ນ້ອງເອງນີ້ແຫລະ ທີ່ເປັນກຳແພງເມືອງ ນົມນ້ອງເອງກໍເປັນຫໍຄອຍສູງຂອງເມືອງນັ້ນ. ຄົນຮັກຂອງນ້ອງຮູ້ວ່າເມື່ອນ້ອງຢູ່ກັບລາວ ນ້ອງມີຄວາມພໍໃຈ ແລະມີສັນຕິສຸກທັງນັ້ນ.
ແຕ່ພຣະເຈົ້າຢາເວຊົງພໍໃຈນຳໂນອາ.
ຖ້າເຈົ້າເຮັດເຊັ່ນນີ້ ທັງພຣະເຈົ້າແລະມະນຸດກໍຈະພໍໃຈນຳ.
ສ່ວນຄໍນ້ອງນັ້ນ ກໍເປັນດັ່ງຫໍຄອຍດາວິດໃດ ທັງກົມທັງກ້ຽງໃສ ມີສ້ອຍຮູບໂລ້ຄຳພັນອັນຄ້ອງໄວ້.
ນົມທັງສອງຂອງນ້ອງ ເປັນດັ່ງແບ້ນ້ອຍສອງໂຕ ດັ່ງເຍືອງແຝດຄູ່ໜຶ່ງ ຊຶ່ງກິນຫຍ້າຢູ່ທົ່ງດອກຊ້ອນ.
ກະສັດໂຊໂລໂມນມີສວນອະງຸ່ນແຫ່ງໜຶ່ງ ໃນສະຖານທີ່ເອີ້ນວ່າ ບາອານຮາໂມນ. ເພິ່ນໄດ້ເອົາບ່ອນນີ້ໃຫ້ຄົນເຊົ່າເຮັດສວນ ແຕ່ລະຄົນກໍໄດ້ນຳເງິນພັນຫລຽນມາຈ່າຍໃຫ້.
ອົງພຣະຜູ້ເປັນເຈົ້າກ່າວແກ່ນະຄອນເຢຣູຊາເລັມວ່າ, “ຊາວຕ່າງດ້າວຈະສ້າງກຳແພງເຈົ້າຂຶ້ນໃໝ່ ກະສັດຂອງພວກເຂົາກໍຈະມີສິດຮັບໃຊ້ເຈົ້າຄືກັນ ທີ່ເຮົາໄດ້ລົງໂທດເຈົ້າໄປເພາະຄວາມໂກດຮ້າຍ; ແຕ່ບັດນີ້ ເຮົາຈະສຳແດງຄວາມເມດຕາ ເຮົາຈະໃຫ້ຄວາມປານີຂອງເຮົາແກ່ເຈົ້າ.
ເຮົາໄດ້ລ້ຽງເຈົ້າໃຫ້ໃຫຍ່ຂຶ້ນເໝືອນຕົ້ນພືດທີ່ແຂງແຮງດີ. ເຈົ້າມີສຸຂະພາບດີ ແລະສູງແລະຈົນໃຫຍ່ເປັນສາວ. ໜ້າເອິກຂອງເຈົ້າຮູບຊົງງາມດີ ແລະຜົມຂອງເຈົ້າກໍປົ່ງງາມ ແຕ່ເຈົ້າພັດເປືອຍຕົວ.
ແລ້ວເທວະດາກໍໄດ້ກ່າວແກ່ນາງວ່າ, “ມາຣີເອີຍ ຢ່າຢ້ານເລີຍ ພຣະເຈົ້າຊົງໂຜດເມດຕາກະລຸນາເຈົ້າແລ້ວ.
ເພື່ອຈະໃຫ້ເປັນທີ່ສັນລະເສີນພຣະຄຸນອັນຮຸ່ງເຮືອງຂອງພຣະອົງ ຊຶ່ງຊົງໂຜດປະທານແກ່ພວກເຮົາໃນພຣະເຢຊູເຈົ້າ ຜູ້ຊົງເປັນທີ່ຮັກຂອງພຣະເຈົ້າ.
ເປັນພຣະຄຸນຊຶ່ງພວກເຮົາໄດ້ຮັບຢ່າງລົ້ນເຫລືອຫາທີ່ປຽບບໍ່ໄດ້. ໃນພຣະປັນຍາແລະຄວາມຮູ້ແຈ້ງເຫັນຈິງທຸກຢ່າງຂອງພຣະອົງນັ້ນ.
ແຕ່ດ້ວຍເຫດນີ້ເອງ ພຣະເຈົ້າຈຶ່ງເມດຕາຕໍ່ເຮົາ ເພື່ອວ່າພຣະເຢຊູຄຣິດເຈົ້າຈະໄດ້ຊົງສຳແດງໃຫ້ເຮົາເຫັນ ເຖິງຄວາມອົດທົນຢ່າງລົ້ນເຫລືອຂອງພຣະອົງ ຊຶ່ງມີຕໍ່ເຮົາທີ່ເປັນຄົນບາບໜາທີ່ສຸດ ເພື່ອໃຫ້ເປັນແບບຢ່າງສຳລັບທຸກຄົນ ທີ່ຈະໄດ້ເຊື່ອໃນພຣະອົງ ແລະຮັບຊີວິດນິຣັນດອນ.