Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 7:8 - ພຣະຄຳພີສັກສິ

8 ອ້າຍ​ຈະ​ຄ່ອຍ​ປີນ​ກະດືບ​ຂຶ້ນ​ໄປ​ຕາມ​ລຳ​ຕົ້ນ​ຕານ ອ້າຍ​ຈະ​ໃຊ້​ມື​ຈັບ​ໝາກຕານ​ທັງແຊງ​ໄວ້. ສຳລັບ​ອ້າຍ ນົມ​ນ້ອງ​ນັ້ນ​ເປັນ​ດັ່ງ​ພົ້ວ​ໝາກອະງຸ່ນ ສ່ວນ​ລົມຫາຍໃຈ ກໍ​ສໍ່າ​ກິ່ນ​ໝາກຈອງ​ຫອມຫວນ​ຍິ່ງ.

Uka jalj uñjjattʼäta Copia luraña




ຍອດເພງ 7:8
10 Jak'a apnaqawi uñst'ayäwi  

ກິ່ນ​ຫອມຫວນ​ໃນ​ຕົວ​ອ້າຍ​ເຮັດ​ໃຫ້​ນ້ອງ​ໄດ້​ຊື່ນໃຈ ຊື່​ຂອງ​ອ້າຍ​ພາ​ໃຫ້​ນ້ອງ​ຄໍ່າຄວນ​ເຝົ້າ​ສະເໜ່ຫາ​ຢູ່​ບໍ່​ຂາດ ຈຶ່ງ​ບໍ່​ເປັນ​ສິ່ງ​ປະຫລາດ​ທີ່​ຍິງສາວ​ໃດໆ ຈຳ​ຕ້ອງ​ຫລົງໄຫລ​ຍ້ອນ​ຮັກ​ອ້າຍ​ແຕ່​ຜູ້ດຽວ.


ຕົ້ນໝາກຈອງ​ເກີດ​ຢູ່​ທ່າມກາງ​ຕົ້ນໄມ້​ປ່າ​ສັນໃດ ຄົນຮັກ​ຂອງນ້ອງ​ກໍ​ປະປົນ​ຢູ່​ກັບ​ຊາຍ​ອື່ນ​ສັນນັ້ນ. ຂ້ອຍ​ມັກ​ມາ​ນັ່ງ​ພັກ​ເຊົາ​ຢູ່​ໃຕ້​ຮົ່ມ​ຂອງມັນ ແລະ​ໝາກ​ຂອງມັນ​ກໍ​ຫວານ​ແລະ​ຣົດຊາດ​ກໍ​ແຊບ.


ຂໍ​ໃຫ້​ຂ້ອຍ​ໄດ້​ກິນ​ໝາກອະງຸ່ນ ເພື່ອ​ໃຫ້​ມີ​ແຮງ​ຂຶ້ນ ແລະ​ໃຫ້​ຂ້ອຍ​ໄດ້​ກິນ​ໝາກຈອງ ເພື່ອ​ໃຫ້​ໄດ້​ຊື່ນໃຈ​ຂຶ້ນ ເພາະ​ຂ້ອຍ​ປ່ວຍ​ເປັນ​ໂຣກ​ຄວາມຮັກ.


ຈົ່ງ​ຕື່ນ​ຂຶ້ນ​ເຖີດ ລົມ​ໃຕ້​ລົມເໜືອ​ເອີຍ ຈົ່ງ​ພັດ​ເອົາ​ກິ່ນ​ຫອມ​ມາ​ທີ່​ສວນ​ຂອງຂ້ອຍ; ຈົ່ງ​ພັດ​ກິ່ນ​ຫອມ​ນັ້ນ​ໃຫ້​ເຕັມ​ທົ່ວ​ເທິງ​ເວຫາ ໃຫ້​ຄົນຮັກ​ຂອງຂ້ອຍ​ມາ​ທີ່​ສວນ ກິນ​ໝາກໄມ້​ທີ່​ດີເລີດ.


ຊັດສ່ວນ​ນ້ອງ​ນາງ​ນັ້ນ​ກໍ​ງາມ​ສະຫງ່າ​ດັ່ງ​ຕົ້ນ​ຕານ ນົມ​ນ້ອງ​ທັງສອງ​ເປັນ​ດັ່ງ​ແຊງ​ໝາກຕານ​ອ້ອຍຕ້ອຍ.


ເຮົາ​ຈະ​ເຮັດ​ດີ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ເຕັມໃຈ ແລະ​ເຮົາ​ກໍ​ຈະ​ໃຫ້​ພວກເຂົາ​ຢູ່​ໃນ​ດິນແດນ​ນີ້​ຕະຫລອດໄປ.


ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ​ກໍ​ຮ່ວງໂຮຍ ຕົ້ນ​ໝາກພີລາ ກົກ​ຕານ​ແລະ​ຕົ້ນໝາກຈອງ​ດ້ວຍ. ຄື​ຕົ້ນ​ໝາກໄມ້​ທຸກໆ​ຕົ້ນ​ກໍ​ຫ່ຽວແຫ້ງ​ຕາຍໄປ ຄວາມ​ຊົມຊື່ນ​ຂອງ​ປະຊາຊົນ​ກໍ​ສູນຫາຍ​ໄປສິ້ນ.


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ນຳ​ເຮົາ​ທຸກ​ເວລາ​ຕໍ່ໄປ ຕາມ​ຂະບວນ​ຝ່າຍ​ຄວາມ​ໄຊຊະນະ​ໂດຍ​ພຣະຄຣິດ ແລະ​ຊົງ​ໂຜດ​ປະທານ​ກິ່ນ​ຫອມ​ຂອງ​ຄວາມ​ຮູ້ຈັກ​ພຣະອົງ ໃຫ້​ປາກົດ​ດ້ວຍ​ເຮົາ​ໃນ​ທຸກ​ບ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka