Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 7:7 - ພຣະຄຳພີສັກສິ

7 ຊັດສ່ວນ​ນ້ອງ​ນາງ​ນັ້ນ​ກໍ​ງາມ​ສະຫງ່າ​ດັ່ງ​ຕົ້ນ​ຕານ ນົມ​ນ້ອງ​ທັງສອງ​ເປັນ​ດັ່ງ​ແຊງ​ໝາກຕານ​ອ້ອຍຕ້ອຍ.

Uka jalj uñjjattʼäta Copia luraña




ຍອດເພງ 7:7
12 Jak'a apnaqawi uñst'ayäwi  

ຄົນ​ຊອບທຳ​ນັ້ນ​ຈະ​ຈະເລີນ​ຂຶ້ນ​ດັ່ງ​ຕົ້ນ​ຕານ ຈະ​ໃຫຍ່ຂຶ້ນ​ດັ່ງ​ຕົ້ນແປກ​ທີ່​ເລບານອນ​ນັ້ນ.


ຄົນຮັກ​ຂອງນ້ອງ​ເປັນ​ດັ່ງ​ຢາງໄມ້​ຫອມ ໃນ​ຂະນະທີ່​ລາວ​ນອນ​ໝູນ​ເອິກ​ນ້ອງ​ຢູ່​ນັ້ນ.


ໂອ ທີ່ຮັກ​ຂອງອ້າຍ ນ້ອງ​ເປັນ​ຍິງ​ທີ່​ງາມຫລາຍ ຜ່ອງໃສ​ໃນ​ສາຍຕາ ໜ້າຮັກ​ໜ້າເອັນດູ​ແທ້.


ນົມ​ທັງສອງ​ຂອງນ້ອງ ເປັນ​ດັ່ງ​ແບ້ນ້ອຍ​ສອງ​ໂຕ ດັ່ງ​ເຍືອງແຝດ​ຄູ່​ໜຶ່ງ ຊຶ່ງ​ກິນ​ຫຍ້າ​ຢູ່​ທົ່ງ​ດອກຊ້ອນ.


ນົມ​ທັງສອງ​ຂອງນ້ອງ​ງາມ​ດັ່ງ​ລູກກວາງ​ສອງ​ໂຕ ງາມ​ດັ່ງ​ເຍືອງ​ສອງ​ໂຕ​ທີ່​ເປັນ​ລູກ​ຝາແຝດ.


ນ້ອງ​ນາງ​ຊ່າງ​ງາມແທ້ ນ້ອງ​ນາງ​ຊ່າງ​ງາມຫລາຍ ຄວາມຮັກ​ຂອງ​ນາງ ຊ່າງ​ພາ​ໃຫ້​ຍິນດີ​ຢ່າງ​ເຕັມ​ລົ້ນ.


ອ້າຍ​ຈະ​ຄ່ອຍ​ປີນ​ກະດືບ​ຂຶ້ນ​ໄປ​ຕາມ​ລຳ​ຕົ້ນ​ຕານ ອ້າຍ​ຈະ​ໃຊ້​ມື​ຈັບ​ໝາກຕານ​ທັງແຊງ​ໄວ້. ສຳລັບ​ອ້າຍ ນົມ​ນ້ອງ​ນັ້ນ​ເປັນ​ດັ່ງ​ພົ້ວ​ໝາກອະງຸ່ນ ສ່ວນ​ລົມຫາຍໃຈ ກໍ​ສໍ່າ​ກິ່ນ​ໝາກຈອງ​ຫອມຫວນ​ຍິ່ງ.


ພວກຂ້ອຍ​ຍັງ​ມີ​ນ້ອງສາວ​ຢູ່​ອີກ​ຄົນ​ໜຶ່ງ ຊຶ່ງ​ໜ້າອົກ​ນາງ​ນັ້ນ​ກໍ​ຍັງ​ບໍ່​ທັນ​ເຕັມ. ພວກຂ້ອຍ​ຈະ​ເຮັດ​ກັບ​ນາງ​ຢ່າງໃດ​ນໍ ຖ້າ​ຊາຍໜຸ່ມ​ມາ​ຂໍ​ໂອ້ລົມ​ກັບ​ນ້ອງ.


ຈົ່ງ​ຍິນດີ​ເຖີດ ຈົ່ງ​ດີໃຈ​ນຳ​ນະຄອນ​ເຢຣູຊາເລັມ ພວກເຈົ້າ​ທຸກຄົນ​ທີ່​ຮັກແພງ​ນະຄອນ​ນີ້ ບັດນີ້ ຈົ່ງ​ຍິນດີ​ເຖີດ ຈົ່ງ​ດີໃຈ​ນຳ​ນະຄອນ​ນີ້​ສາ ພວກເຈົ້າ​ທຸກຄົນ​ທີ່​ໄດ້​ໄວ້ທຸກ​ໃຫ້​ນະຄອນ​ນີ້


ຮູບເຄົາຣົບ​ນີ້ ຄື​ເປັນ​ດັ່ງ​ຫຸ່ນ​ທີ່​ສວນ​ໝາກແຕງໂມ ຊຶ່ງ​ສາມາດ​ເວົ້າຈາ ຫລື​ປາໄສ​ຫຍັງ​ບໍ່ໄດ້; ຄົນ​ຕ້ອງ​ຫາມ​ຍົກຍ້າຍ​ເພາະ​ມັນ​ຍ່າງ​ບໍ່​ເປັນ ຢ່າສູ່​ຢ້ານກົວ​ຮູບເຄົາຣົບ​ເຫຼົ່ານີ້​ເທາະ ເພາະ​ມັນ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້​ເລີຍ ມັນ​ບໍ່​ເຮັດ​ຫຍັງ​ດີ​ໃຫ້​ແກ່​ພວກເຈົ້າ​ໄດ້​ດ້ວຍ.”


ເພື່ອ​ພຣະຄຣິດ​ຈະ​ຊົງ​ສະຖິດ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ໄດ້​ວາງ​ຮາກ​ລົງ​ຢ່າງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,


ຈົນກວ່າ​ເຮົາ​ທຸກຄົນ​ຈະ​ບັນລຸ​ເຖິງ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ​ໃນ​ຄວາມເຊື່ອ ແລະ​ໃນ​ຄວາມຮູ້​ເຖິງ​ເລື່ອງ​ພຣະບຸດ​ຂອງ​ພຣະເຈົ້າ ຈົນກວ່າ​ເຮົາ​ຈະ​ເປັນ​ຄົນ​ໃຫຍ່​ເຕັມ​ສ່ວນ ຄື​ເຕັມ​ເຖິງ​ຂະໜາດ​ຄວາມ​ສົມບູນ​ຂອງ​ພຣະຄຣິດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka