6 ນ້ອງນາງຊ່າງງາມແທ້ ນ້ອງນາງຊ່າງງາມຫລາຍ ຄວາມຮັກຂອງນາງ ຊ່າງພາໃຫ້ຍິນດີຢ່າງເຕັມລົ້ນ.
ບັດນີ້ ທ່ານຈົ່ງສັ່ງໃຫ້ປະຊາຊົນອິດສະຣາເອນທຸກຄົນໄປພົບຂ້ານ້ອຍເທິງພູເຂົາກາເມນ ພ້ອມທັງພວກຜູ້ທຳນວາຍຂອງພະບາອານສີ່ຮ້ອຍຫ້າສິບຄົນ ແລະພວກຜູ້ທຳນວາຍຂອງເຈົ້າແມ່ອາເຊຣາສີ່ຮ້ອຍຄົນ ທີ່ຣາຊີນີເຢເຊເບນເຄີຍຮ່ວມໂຕະອາຫານນຳ.”
ຄວາມງາມຂອງເຈົ້າຈະເຮັດໃຫ້ກະສັດປາຖະໜາ ຈົ່ງເຊື່ອຟັງເພິ່ນເພາະເພິ່ນເປັນນາຍຂອງເຈົ້າ.
ນ້ອງຄືນົກເຂົາໂຕໜຶ່ງ ທີ່ກຳລັງລີ້ຊ່ອນຕົວ ຢູ່ຕາມວ່າງຂອງໂງ່ນຫີນນັ້ນ. ຂໍໃຫ້ອ້າຍໄດ້ເຫັນໜ້າເປັນຕາຮັກຂອງນ້ອງແດ່ ແລະໃຫ້ໄດ້ຍິນສຽງນິ້ມນວນຂອງນ້ອງແດ່ນາ.
ຄວາມຮັກຂອງນ້ອງ ເຮັດໃຫ້ອ້າຍຊື່ນໃຈ ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ ຄວາມຮັກຂອງນ້ອງ ກໍດີກວ່າເຫຼົ້າອະງຸ່ນ ກິ່ນໂຕນ້ອງ ຫອມຫວນກວ່ານໍ້າຫອມໃດໆທັງສິ້ນ.
ສຸດທີ່ຮັກຂອງອ້າຍ ນ້ອງນາງຊ່າງງາມຫລາຍແທ້ ງາມຄົບຖ້ວນທຸກປະການຈົນຫາທີ່ຕິບໍ່ໄດ້.
ຂ້ອຍເປັນກຳມະສິດຂອງຄົນຮັກຂອງຂ້ອຍ ແລະຄົນຮັກຂອງຂ້ອຍກໍເປັນກຳມະສິດຂອງຂ້ອຍ.
ຊັດສ່ວນນ້ອງນາງນັ້ນກໍງາມສະຫງ່າດັ່ງຕົ້ນຕານ ນົມນ້ອງທັງສອງເປັນດັ່ງແຊງໝາກຕານອ້ອຍຕ້ອຍ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຊົງສະຖິດຢູ່ກັບພວກເຈົ້າ ພວກເຈົ້າໄດ້ມີໄຊດ້ວຍຣິດອຳນາດຂອງພຣະອົງ ພຣະອົງຈະເປັນສຸກໃຈຍ້ອນພວກເຈົ້າທັງຫລາຍ ໃນຄວາມຮັກນັ້ນຈະຊົງໃຫ້ຊີວິດໃໝ່ແກ່ພວກເຈົ້າ. ພຣະອົງຈະຂັບຮ້ອງດີໃຈເໜືອພວກເຈົ້າທັງຫລາຍ