5 ສ່ວນຫົວນ້ອງນັ້ນສູງສົ່ງຢ່າງຜຶງຜາຍ ສູງດັ່ງພູກາເມນທີ່ຕັ້ງຢູ່ຢ່າງສູງສົ່ງ. ຜົມເປຍນ້ອງສີແດງເຂັ້ມເປັນສີສັນງາມສະຫງ່າ ຄວາມງາມນັ້ນ ເຮັດໃຫ້ກະສັດຄົນໜຶ່ງຕົກເປັນຈຳເລີຍ.
ຊາຍຜູ້ນັ້ນເວົ້າວ່າ, “ປ່ອຍຂ້ອຍແມ ເພາະຕາເວັນຈວນຈະຂຶ້ນແລ້ວ.” ແຕ່ຢາໂຄບຕອບວ່າ, “ຂ້ອຍຈະບໍ່ປ່ອຍເຈົ້າໄປ ຈົນກວ່າເຈົ້າຈະອວຍພອນຂ້ອຍ.”
ຂ້າແດ່ພຣະເຈົ້າ ທຸກຄົນໄດ້ເຫັນຂະບວນແຫ່ໄຊຊະນະຂອງພຣະອົງ ຜູ້ທີ່ເປັນກະສັດຂອງຂ້ານ້ອຍ ແຫ່ໄປສູ່ສະຖານທີ່ສັກສິດຂອງພຣະອົງນັ້ນ.
ພຣະເຈົ້າຢາເວຮັກປະຕູນະຄອນເຢຣູຊາເລັມຫລາຍກວ່າທີ່ອື່ນໃດ ໃນດິນແດນອິດສະຣາເອນນັ້ນ.
ຄືຜູ້ທີ່ເປັນໜ້າຮັກດັ່ງກວາງແມ່ ແລະງາມສະຫງ່າດັ່ງເຍືອງຜາ. ຈົ່ງໃຫ້ສະເໜ່ຂອງນາງເຮັດໃຫ້ເຈົ້າມີຄວາມສຸກໃຈ ຈົ່ງໃຫ້ຄວາມຮັກຂອງນາງຈັບໃຈຂອງເຈົ້າໄວ້.
ຂາງແຫ່ງຫໍຮັກຂອງພວກເຮົາຈະເປັນໄມ້ສົນສີດາ ເພດານແຫ່ງຫໍຮັກກໍຈະເປັນໄມ້ແປກເທດ.
ທີ່ຮັກຂອງອ້າຍເອີຍ ນ້ອງນາງຊ່າງງາມຫລາຍ ຕານ້ອງໜ້າຮັກແລະຜ່ອງໃສ ໃນຜ້າຄຸມທີ່ປົກໜ້າ. ຜົມນ້ອງປີວສະບັດ ດັ່ງຝູງແບ້ທີ່ກະໂດດໄປມາ ເຕັ້ນກະໂດດຢູ່ຕາມຮ່ອມພູກີເລອາດ
ສ່ວນຄໍນ້ອງນັ້ນ ກໍເປັນດັ່ງຫໍຄອຍດາວິດໃດ ທັງກົມທັງກ້ຽງໃສ ມີສ້ອຍຮູບໂລ້ຄຳພັນອັນຄ້ອງໄວ້.
ໜ້າລາວກ້ຽງຜຸດຜ່ອງດັ່ງທອງສຳຣິດໃດ ຜົມລາວເປັນຄື້ນກໍ່າດຳດັ່ງກາໂຕໜຶ່ງ
ຖິ່ນແຫ້ງແລ້ງຈະຂັບຮ້ອງບົດເພງຢ່າງຊື່ນໃຈ ຈະເປັນທີ່ສວຍງາມວິໄລດັ່ງພູເລບານອນພຸ້ນ. ແລະເປັນດັ່ງທົ່ງຫຍ້າທີ່ອຸດົມສົມບູນດີ ຂອງພູກາເມນ ແລະທົ່ງຊາໂຣນດ້ວຍ. ທຸກຄົນຈະໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າຢາເວໃດ ຄືຄວາມຍິ່ງໃຫຍ່ແລະຣິດອຳນາດຂອງພຣະເຈົ້າຂອງພວກເຮົາ.
ໂຜດໃຊ້ຄ້ອນເທົ້າຂອງພຣະອົງລ້ຽງປະຊາຊົນຂອງພຣະອົງດ້ວຍເຖີດ ຄືປະຊາຊົນທີ່ເປັນຂອງພຣະອົງພວກດຽວໃນປ່າ. ໃນອ້ອມແອ້ມພວກເຂົານັ້ນມີດິນດີ. ໂຜດປ່ອຍໃຫ້ພວກເຂົາໄປ ແລະລ້ຽງພວກເຂົາໃນທົ່ງຫຍ້າຂອງເມືອງບາຊານ ແລະກີເລອາດ ດັ່ງໃນຄາວກ່ອນແຕ່ດົນນານມາແລ້ວ.
ເຮັດຊະໂບນເປັນເມືອງຫລວງຂອງເຈົ້າສີໂຫນ ກະສັດຂອງຊາວອາໂມ; ເພິ່ນໄດ້ຊະນະກະສັດແຫ່ງໂມອາບຄົນກ່ອນ ແລ້ວກໍຢຶດຄອງເອົາດິນແດນທັງໝົດມາປົກຄອງ ຈົນຮອດແມ່ນໍ້າອາກໂນນ.
ດ້ວຍວ່າ, ມີສອງຫລືສາມຄົນມາຮ່ວມປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ທ່າມກາງພວກເຂົາໃນບ່ອນນັ້ນແຫຼະ.”
ສັ່ງສອນພວກເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ ນີ້ແຫຼະ ເຮົາຢູ່ກັບເຈົ້າທັງຫລາຍທຸກໆວັນຈົນສິ້ນໂລກນີ້.”
ແລະໄດ້ຊົງປາບສິ່ງສາລະພັດທັງປວງລົງໃຕ້ພຣະບາດຂອງພຣະອົງ ແລະໄດ້ຊົງຕັ້ງພຣະອົງໄວ້ໃຫ້ເປັນພຣະປະມຸກ ເໜືອສິ່ງສາລະພັດແກ່ຄຣິສຕະຈັກ.
ພຣະອົງຊົງເປັນຫົວຂອງກາຍ ຄືຄຣິສຕະຈັກ ພຣະອົງຊົງເປັນປະຖົມ ເປັນຜູ້ທຳອິດທີ່ຖືກຊົງບັນດານໃຫ້ຄືນມາຈາກຕາຍ ເພື່ອພຣະອົງຈະຊົງເປັນເອກໃນສັບພະສິ່ງທັງປວງ.
ແລະບໍ່ໄດ້ຢຶດໝັ້ນໃນພຣະອົງ ຜູ້ທີ່ເປັນຫົວຂອງຮ່າງກາຍ, ໂດຍການຄວບຄຸມຂອງພຣະອົງນັ້ນ ທົ່ວທັງຮ່າງກາຍກໍໄດ້ຮັບການບຳລຸງລ້ຽງ ແລະຕໍ່ເຂົ້າກັນ ດ້ວຍຂໍ້ແລະເອັນຕ່າງໆ ຈຶ່ງຈະເລີນຂຶ້ນ ຕາມທີ່ພຣະເຈົ້າຕ້ອງການໃຫ້ຈະເລີນຂຶ້ນນັ້ນ.
ຫົວແລະຜົມຂອງພຣະອົງ ຂາວເໝືອນຂົນແກະສີຂາວ ແລະເໝືອນດັ່ງຫິມະ ຕາຂອງພຣະອົງເໝືອນດັ່ງແປວໄຟ