Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 7:4 - ພຣະຄຳພີສັກສິ

4 ລຳຄໍ​ນ້ອງ​ກໍ​ເປັນ​ດັ່ງ​ຫໍຄອຍ​ສູງ ຊຶ່ງ​ກ້ຽງ​ກົມ ແລະ​ຂາວ​ງາມ​ດັ່ງ​ງາ​ຊ້າງ. ຕາ​ນ້ອງ​ທັງສອງ​ເປັນ​ດັ່ງ​ສະ​ນໍ້າ​ທີ່​ເຮັດຊະໂບນ ທີ່​ຢູ່​ໃກ້​ປະຕູ​ເຂົ້າ​ໄປ​ສູ່​ເມືອງ​ໃຫຍ່​ນັ້ນ. ດັງ​ນ້ອງ​ກໍ​ງາມ​ດັ່ງ​ຫໍຄອຍ​ສູງ​ທີ່​ເລບານອນ ທີ່​ເປັນ​ບ່ອນ​ເຝົ້າຍາມ​ຢູ່​ກົງກັບ​ດາມັສກັດ​ພຸ້ນ.

Uka jalj uñjjattʼäta Copia luraña




ຍອດເພງ 7:4
23 Jak'a apnaqawi uñst'ayäwi  

ແຕ່​ອັບຣາມ​ໄດ້​ຕອບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ພຣະອົງ​ຢາກ​ໃຫ້​ບຳເໜັດ​ແກ່​ຂ້ານ້ອຍ​ເຮັດ​ຫຍັງ​ໃນ​ເມື່ອ​ຂ້ານ້ອຍ​ບໍ່ມີ​ລູກ? ຜູ້​ທີ່​ຈະ​ສືບ​ມໍຣະດົກ​ແທນ​ຂ້ານ້ອຍ​ກໍ​ແມ່ນ​ເອລີເອເຊ ຊາວ​ດາມັສກັດ.


ແລ້ວ​ເພິ່ນ​ກໍໄດ້​ຕັ້ງ​ຄ້າຍ​ທະຫານ​ໄວ້​ໃນ ດິນແດນ​ຂອງ​ພວກເຂົາ. ຊາວ​ຊີເຣຍ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ. ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.


ເພິ່ນ​ຍັງ​ໄດ້​ສ້າງ​ບັນລັງ​ທີ່​ໃຫຍ່ໂຕ. ບາງສ່ວນ​ຂອງ​ບັນລັງ​ນີ້​ໄດ້​ເຮັດ​ດ້ວຍ​ງາ​ຊ້າງ ແລະ​ນອກ​ນັ້ນ​ກໍ​ເຄືອບ​ດ້ວຍ​ຄຳ​ນໍ້າໜຶ່ງ.


ກະສັດ​ໂຊໂລໂມນ​ຍັງ​ມີ​ຂະບວນ​ເຮືອ​ແຫ່ງ​ຕາກຊິດ ທີ່​ແລ່ນ​ໄປ​ກັບ​ຂະບວນ​ເຮືອ​ຂອງ​ກະສັດ​ຮີຣາມ. ໃນ​ທຸກ​ສາມ​ປີ​ໃດ ຂະບວນ​ເຮືອ​ຂອງ​ເພິ່ນ​ໄດ້​ແລ່ນ​ກັບຄືນ​ມາ ທັງ​ບັນທຸກ​ເອົາ​ຄຳ, ເງິນ, ງາ​ຊ້າງ, ລີງໃຫຍ່ ແລະ​ລີງນ້ອຍ​ມາ​ນຳ​ດ້ວຍ.


ສິ່ງ​ອື່ນໆ​ທີ່​ກະສັດ​ອາຮາບ​ໄດ້​ກະທຳ​ພ້ອມ​ທັງ​ເລື່ອງ​ທີ່​ເພິ່ນ​ເອ້​ຣາຊວັງ​ດ້ວຍ​ງາ​ຊ້າງ ແລະ​ເມືອງ​ຕ່າງໆ​ທີ່​ເພິ່ນ​ໄດ້​ສ້າງ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.


ເພິ່ນ​ສ້າງ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລບານອນ ຊຶ່ງ​ຍາວ​ສີ່ສິບສີ່​ແມັດ ກວ້າງ​ຊາວສອງ​ແມັດ ແລະ​ສູງ​ສິບສາມ​ແມັດ​ເຄິ່ງ. ມີ​ເສົາ​ໄມ້ແປກ​ສາມ​ແຖວ ແຖວລະ​ສິບຫ້າ​ເສົາ ຊຶ່ງ​ມີ​ຂື່​ເປັນ​ໄມ້ແປກ​ກາດ​ໃສ່​ເສົາ​ເຫຼົ່ານີ້. ສ່ວນ​ເພດານ​ແມ່ນ​ໄດ້​ເຮັດ​ດ້ວຍ​ໄມ້ແປກ​ທັງ​ນັ້ນ ຊຶ່ງ​ຕໍ່​ອອກ​ໄປ​ຮອດ​ເພດານ​ຫ້ອງ​ໄວ້​ເຄື່ອງຂອງ ແລະ​ມີ​ເສົາ​ຄໍ້າ.


ແລະ​ອີກ​ຫລາຍ​ເມືອງ​ສຳລັບ​ໄວ້​ສະບຽງ​ອາຫານ ຫລາຍ​ເມືອງ​ສຳລັບ​ໄວ້​ມ້າ ແລະ​ລົດຮົບ​ທັງຫລາຍ​ຂອງ​ເພິ່ນ ແລະ​ສຳລັບ​ທຸກສິ່ງ​ທີ່​ເພິ່ນ​ຢາກ​ຈະ​ສ້າງ​ໃນ​ນະຄອນ​ເຢຣູຊາເລັມ, ໃນ​ເລບານອນ ແລະ​ໃນ​ບ່ອນ​ຕ່າງໆ​ຂອງ​ອານາຈັກ​ຂອງ​ເພິ່ນ.


ເມືອງ​ບາອາລາດ, ເມືອງ​ທັງໝົດ​ທີ່​ເພິ່ນ​ໃຊ້​ເປັນ​ບ່ອນ​ສະສົມ​ສະບຽງ​ອາຫານ ແລະ​ເມືອງ​ທັງຫລາຍ ບ່ອນ​ທີ່​ເພິ່ນ​ໄດ້​ສະສົມ​ຝູງມ້າ​ແລະ​ລົດຮົບ. ເພິ່ນ​ຍັງ​ດຳເນີນ​ແຜນການ​ກໍ່ສ້າງ​ທັງໝົດ​ຂອງ​ເພິ່ນ​ໃນ​ນະຄອນ​ເຢຣູຊາເລັມ, ໃນ​ເລບານອນ, ຕະຫລອດ​ທົ່ວ​ທັງ​ເຂດແດນ​ທີ່​ເພິ່ນ​ປົກຄອງ.


ຂໍ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ຕົ້ນໄມ້​ໃຫຍ່ ທີ່​ໃຫຍ່​ຂຶ້ນ​ຢ່າງ​ທ່ຽງທຳ​ໃນ​ໄວ​ໜຸ່ມ​ຂອງ​ເຂົາເຈົ້າ. ຂໍ​ໃຫ້​ລູກສາວ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເສົາ​ຕົ້ນ​ໃຫຍ່ ທີ່​ຖືກ​ປະດັບ​ໄວ້​ເອ້​ໃນ​ພະຣາຊວັງ.


ກິ່ນ​ຢາງໄມ້​ຫອມ​ແລະ​ກິ່ນ​ອາໂລ​ກໍ​ຕິດ​ເຄື່ອງນຸ່ງຖື ນັກດົນຕຼີ​ກໍ​ຂັບກ່ອມ​ໃນ​ວັງ​ຕົບແຕ່ງ​ດ້ວຍ​ງາ​ຊ້າງ.


ຜົມ​ທີ່​ຢ່ອນ​ລົງ​ຕາມ​ແກ້ມ​ເຮັດ​ໃຫ້​ແກ້ມ​ນ້ອງ​ງາມຫລາຍ ຜົມ​ທີ່​ຢ່ອນ​ລົງ​ຕາມ​ຄໍ​ເປັນ​ດັ່ງ​ເພັດພອຍ​ຄ້ອງ​ຄໍ​ຂອງ​ນ້ອງ.


ທີ່ຮັກ​ຂອງອ້າຍ​ເອີຍ ນ້ອງ​ນາງ​ຊ່າງ​ງາມຫລາຍ ຕາ​ນ້ອງ​ໜ້າຮັກ​ແລະ​ຜ່ອງໃສ ໃນ​ຜ້າ​ຄຸມ​ທີ່​ປົກ​ໜ້າ. ຜົມ​ນ້ອງ​ປີວສະບັດ ດັ່ງ​ຝູງແບ້​ທີ່​ກະໂດດ​ໄປມາ ເຕັ້ນ​ກະໂດດ​ຢູ່​ຕາມ​ຮ່ອມພູ​ກີເລອາດ


ສ່ວນ​ຄໍ​ນ້ອງ​ນັ້ນ ກໍ​ເປັນ​ດັ່ງ​ຫໍຄອຍ​ດາວິດ​ໃດ ທັງກົມ​ທັງກ້ຽງໃສ ມີ​ສ້ອຍ​ຮູບ​ໂລ້​ຄຳ​ພັນ​ອັນ​ຄ້ອງ​ໄວ້.


ນົມ​ທັງສອງ​ຂອງນ້ອງ ເປັນ​ດັ່ງ​ແບ້ນ້ອຍ​ສອງ​ໂຕ ດັ່ງ​ເຍືອງແຝດ​ຄູ່​ໜຶ່ງ ຊຶ່ງ​ກິນ​ຫຍ້າ​ຢູ່​ທົ່ງ​ດອກຊ້ອນ.


ຈົ່ງ​ຫັນໜ້າ​ນ້ອງ​ໜີ​ຈາກ​ອ້າຍ​ສາ​ເທາະ ເພາະ​ສາຍຕາ​ນ້ອງ​ກວນ​ໃຈ​ອ້າຍ​ໃຫ້​ໝອງໝົ່ນ. ຜົມ​ນ້ອງ​ປິວ​ສະບັດ ດັ່ງ​ຝູງແບ້​ທີ່​ກະໂດດ​ໄປມາ ເຕັ້ນ​ກະໂດດ​ຢູ່​ຕາມ​ຮ່ອມພູ​ກີເລອາດ.


ຢ່າ​ສູ່ຢ້ານ ເພາະ​ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ອີກ​ເລີຍ ເຈົ້າ​ຈະ​ບໍ່ໄດ້​ເສຍ​ກຽດສັກສີ​ແຕ່​ຢ່າງໃດ. ເຈົ້າ​ຈະ​ລືມ​ຄວາມອາຍ​ໃນ​ໄວສາວ ເຈົ້າ​ຈະ​ບໍ່​ຈົດຈຳ​ຄຳ​ຕ້ອງຕິ​ໃນ​ຄາວ​ເຈົ້າ​ເປັນ​ໝ້າຍ.


ອາຫານ​ແຂງ​ເປັນ​ອາຫານ​ສຳລັບ​ຜູ້​ໃຫຍ່​ແລ້ວ ຄື​ສຳລັບ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກຫັດ​ອົບຮົມ ໃຫ້​ສາມາດ​ສັງເກດ​ວ່າ ສິ່ງໃດ​ດີ​ແລະ​ສິ່ງໃດ​ຊົ່ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka