Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 7:2 - ພຣະຄຳພີສັກສິ

2 ສ່ວນ​ສະບື​ນ້ອງ​ກໍ​ເປັນ​ດັ່ງ​ຖ້ວຍ​ໃບ​ໜຶ່ງ​ມົນໆ ບ່ອນ​ທີ່​ມີ​ກິ່ນ​ເຫຼົ້າ​ອະງຸ່ນ​ຫອມ​ບໍ່​ຈາງ​ຈັກເທື່ອ. ໜ້າທ້ອງ​ນ້ອງ​ເປັນ​ດັ່ງ​ກອງເຂົ້າ​ບະເລ ທີ່​ມີ​ດອກ​ລີລາ​ອ້ອມຮອບ​ເຕັມຢູ່.

Uka jalj uñjjattʼäta Copia luraña




ຍອດເພງ 7:2
8 Jak'a apnaqawi uñst'ayäwi  

ກະສັດ​ຂອງ​ຂ້ານ້ອຍ​ເອີຍ ທ່ານ​ຈະ​ມີ​ລູກຊາຍ​ຫລາຍ​ຄົນ ເພື່ອ​ຂຶ້ນ​ເປັນ​ກະສັດ​ສືບ​ປົກຄອງ​ແທນ​ທ່ານ. ບັນພະບຸລຸດ​ຂອງທ່ານ ແລະ​ທ່ານເອງ​ຈະ​ເຮັດ​ໃຫ້​ພວກເຂົາ​ໄດ້​ເປັນ​ຜູ້​ປົກຄອງ ເໜືອ​ທົ່ວ​ທັງ​ໂລກນີ້.


ຖ້າ​ເຈົ້າ​ເຮັດ​ສິ່ງ​ນັ້ນ​ກໍ​ຈະ​ເປັນ​ຢາ​ດີ​ວິເສດ​ປິ່ນປົວ​ບາດແຜ​ຂອງເຈົ້າ​ໃຫ້​ຫາຍ ແລະ​ຜ່ອນຄາຍ​ຄວາມ​ເຈັບປວດ​ຂອງເຈົ້າ.


ສ່ວນ​ມື​ລາວ​ນັ້ນ​ກໍໄດ້​ຊັດສ່ວນ​ດີ ໃສ່​ແຫວນ​ທີ່​ປະດັບ​ດ້ວຍ​ແກ້ວຫີນ​ສີຄຳ​ເຫລື້ອມ. ໂຕ​ລາວ​ກ້ຽງ ຄີງກົມ​ດັ່ງ​ງາ​ຊ້າງເຜືອກ ທີ່​ປະດັບ​ປະດາ​ດ້ວຍ​ຫີນ​ແກ້ວ​ນິນ​ສີຄາມ.


ນ້ອງ​ນາງ​ຊ່າງ​ເປັນ​ຍິງສາວ​ທີ່​ງາມຫລາຍ ຕີນ​ນ້ອງ​ທີ່​ສຸບ​ເກີບ​ສາຍພາຍ​ກໍ​ງາມ​ຫລາຍແທ້ ບັ້ນແອວ​ນ້ອງ​ກິ່ວ​ແລະ​ໜ້າທ້ອງ​ຂອງ​ນາງ ກໍ​ງາມ​ເທົ່າກັບ​ສີມື​ນັກ​ສິນລະປິນ​ປັ້ນແຕ່ງ.


ນົມ​ທັງສອງ​ຂອງນ້ອງ​ງາມ​ດັ່ງ​ລູກກວາງ​ສອງ​ໂຕ ງາມ​ດັ່ງ​ເຍືອງ​ສອງ​ໂຕ​ທີ່​ເປັນ​ລູກ​ຝາແຝດ.


ຈົ່ງ​ຟັງ​ເຮົາ​ເທີ້ນ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຄື​ປະຊາຊົນ​ທັງໝົດ​ຂອງເຮົາ​ທີ່​ຍັງ​ມີ​ຊີວິດ​ຢູ່​ນັ້ນ. ເຮົາ​ໄດ້​ເບິ່ງແຍງ​ພວກເຈົ້າ​ແຕ່​ໃດໆ​ມາ ຄື​ຕອນ​ທີ່​ພວກເຈົ້າ​ເກີດ​ມາ​ແຕ່​ທ້ອງ​ແມ່.


“ເຮົາ​ເລືອກ​ເຈົ້າ​ໄວ້ ກ່ອນ​ເຮົາ​ໄດ້​ໃຫ້​ຊີວິດ​ແກ່​ເຈົ້າ ແລະ​ກ່ອນ​ເຈົ້າ​ໄດ້​ເກີດ​ມາ ເຮົາ​ໄດ້​ເລືອກ​ເອົາ​ເຈົ້າ​ໄວ້​ແລ້ວ ເພື່ອ​ໃຫ້​ເປັນ​ຜູ້ທຳນວາຍ​ແກ່​ປະຊາຊາດ​ທັງຫລາຍ.”


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka