12 ພວກເຮົາຈະລຸກແຕ່ເຊົ້າເພື່ອໄປເບິ່ງເຄືອອະງຸ່ນ ເບິ່ງວ່າເຄືອອະງຸ່ນປົ່ງຍອດແລ້ວຫລືບໍ່ ເລາະເບິ່ງຕົ້ນໄມ້ ເບິ່ງຕົ້ນໝາກພີລາທີ່ນັ້ນຄືກັນ ແລະນ້ອງຈະມອບຄວາມຮັກໃຫ້ແກ່ອ້າຍທີ່ນັ້ນ.
ພຣະທີ່ນັ່ງແຫ່ງການພິພາກສາກໍໄດ້ຕັ້ງຢູ່ທີ່ນັ້ນ ຄືພຣະທີ່ນັ່ງຂອງຣາຊວົງດາວິດ.
ຂ້າແດ່ພຣະເຈົ້າ ແລ້ວຂ້ານ້ອຍກໍຈະໄປທີ່ແທ່ນບູຊາ ເພາະພຣະອົງເປັນບໍ່ເກີດແຫ່ງຄວາມສຸກອັນໃຫຍ່. ຂ້ານ້ອຍຈະຈັບກິດຕາຂຶ້ນດີດ ຮ້ອງເພງຍ້ອງຍໍສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ.
ນອກຈາກພຣະອົງແລ້ວ ຂ້ານ້ອຍມີໃຜແດ່ໃນສະຫວັນ? ເມື່ອມີພຣະອົງຂ້ານ້ອຍຕ້ອງການຢາກໄດ້ຫຍັງອີກແດ່ໃນໂລກນີ້?
ເຮົາຈະພົບກັບເຈົ້າຢູ່ທີ່ເທິງຝາອັດຫີບນັ້ນ ຄືຢູ່ລະຫວ່າງເທິງປີກທັງສອງຂອງເຄຣຸບ; ໃນທີ່ນັ້ນ ເຮົາຈະໃຫ້ກົດບັນຍັດຕ່າງໆຂອງເຮົາແກ່ປະຊາຊົນອິດສະຣາເອນ.
ເຮົາຮັກພວກທີ່ຮັກເຮົາ ຜູ້ທີ່ຊອກຫາເຮົາກໍພົບເຮົາໄດ້.
ບໍ່ວ່າຈະເຮັດສິ່ງໃດກໍຕາມ ຈົ່ງເຮັດສິ່ງນັ້ນຢ່າງເຕັມກຳລັງ ເພາະໃນແດນຂອງຄົນຕາຍນັ້ນຈະບໍ່ມີການກະທຳ, ບໍ່ມີຄວາມຄິດ, ບໍ່ມີຄວາມຮູ້, ບໍ່ມີປັນຍາໃດໆ ແລະໃນບ່ອນນັ້ນແຫລະທີ່ພວກເຈົ້າຈະໄປ.
ສ່ວນຕົ້ນເດື່ອເທດນັ້ນ ໝາກມັນກໍກຳລັງສຸກ ຕົ້ນອະງຸ່ນດອກບານສົ່ງກິ່ນຫອມໄປທົ່ວແຄວ້ນ. ທີ່ຮັກເອີຍ ຈົ່ງລຸກຂຶ້ນມາຫາອ້າຍສາເທາະ ຈົ່ງໄປກັບອ້າຍສາເຖີດ ຄົນງາມຂອງອ້າຍເອີຍ
ຈົ່ງຈັບຝູງໝາຈອກ ຄືໝາຈອກນ້ອຍທັງຫລາຍ ກ່ອນມັນຈະທຳລາຍສວນອະງຸ່ນບານຂອງພວກເຮົາຖິ້ມ.
ໃນທີ່ນັ້ນ ຕົ້ນໄມ້ກິນໝາກຕ່າງກໍໃຫຍ່ຂຶ້ນຫລາຍ ໃຫຍ່ຂຶ້ນມາດັ່ງສວນຕົ້ນໝາກພິລາທັງນັ້ນ ມີໝາກໄມ້ຣົດຊາດດີເລີດທຸກໆຊະນິດ ມີທັງຕົ້ນທຽນຊຳແລະຕົ້ນຫອມແຝກ.
ຈົ່ງຕື່ນຂຶ້ນເຖີດ ລົມໃຕ້ລົມເໜືອເອີຍ ຈົ່ງພັດເອົາກິ່ນຫອມມາທີ່ສວນຂອງຂ້ອຍ; ຈົ່ງພັດກິ່ນຫອມນັ້ນໃຫ້ເຕັມທົ່ວເທິງເວຫາ ໃຫ້ຄົນຮັກຂອງຂ້ອຍມາທີ່ສວນ ກິນໝາກໄມ້ທີ່ດີເລີດ.
ອ້າຍໄດ້ລົງມາທີ່ສວນໝາກອາລະມັນ ເພື່ອເບິ່ງພືດພັນທີ່ຫາກໍປົ່ງຂຶ້ນໃນຮ່ອມພູນັ້ນ ເພື່ອມາເບິ່ງໃບອ່ອນຂອງເຄືອອະງຸ່ນ ແລະເບິ່ງຕົ້ນໝາກພິລາທີ່ມີດອກບານ.
ມາພີ້ທີ່ຮັກຂອງນ້ອງ ໃຫ້ພວກເຮົາໄປຍັງຊົນນະບົດ ອອກໄປສູ່ໝູ່ບ້ານຕ່າງໆ ແລະນອນຄ້າງຄືນຢູ່ທີ່ນັ້ນ.
ນ້ອງນາງຊ່າງງາມແທ້ ນ້ອງນາງຊ່າງງາມຫລາຍ ຄວາມຮັກຂອງນາງ ຊ່າງພາໃຫ້ຍິນດີຢ່າງເຕັມລົ້ນ.
ກ່ອນເຖິງຍາມເກັບໝາກອະງຸ່ນ ເມື່ອດອກຂອງມັນຫລົ່ນ ແລະໝາກອະງຸ່ນກຳລັງສຸກ ສັດຕູຈະມາທຳລາຍຊາວເອທີໂອເປຍຢ່າງງ່າຍດາຍ ດັ່ງເອົາມີດຕັດຕົ້ນອະງຸ່ນຖິ້ມ.
ຫລັງຈາກນັ້ນບໍ່ດົນ ໂປໂລກໍເວົ້າກັບບາຣະນາບາວ່າ, “ໃຫ້ພວກເຮົາກັບໄປຢ້ຽມຢາມພີ່ນ້ອງໃນເມືອງອື່ນໆ ທີ່ພວກເຮົາໄດ້ປະກາດພຣະທຳຂອງອົງພຣະຜູ້ເປັນເຈົ້າ ເພື່ອຈະຮູ້ວ່າພວກເຂົາຢູ່ຢ່າງໃດ?”
ບໍ່ພຽງແຕ່ເທົ່ານັ້ນ ພວກເຮົາຍັງຊື່ນຊົມຍິນດີໃນພຣະເຈົ້າໂດຍທາງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຜູ້ຊົງເປັນເຫດໃຫ້ເຮົາທັງຫລາຍໄດ້ຄືນດີກັບພຣະເຈົ້າ.
ຈົ່ງພິຈາລະນາເບິ່ງຕົນເອງວ່າ, ພວກເຈົ້າຕັ້ງຢູ່ໃນຄວາມເຊື່ອຫລືບໍ? ຈົ່ງພິສູດຕົວເອງສາ ເຈົ້າທັງຫລາຍບໍ່ຮູ້ຫລືວ່າ ພຣະເຢຊູຄຣິດເຈົ້າຊົງສະຖິດຢູ່ໃນພວກເຈົ້າ ເວັ້ນເສຍແຕ່ພວກເຈົ້າຈະຜ່ານການພິສູດນັ້ນບໍ່ໄດ້.
ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ນຳທຸກຄົນທີ່ຮັກອົງພຣະເຢຊູຄຣິດເຈົ້າຂອງພວກເຮົາຢ່າງບໍ່ຮູ້ເສື່ອມສູນ.
ຈົ່ງລະວັງໃຫ້ດີ ຢ້ານວ່າຈະມີຜູ້ຫັນໜີຈາກພຣະຄຸນຂອງພຣະເຈົ້າ, ຢ້ານວ່າຈະມີຮາກອັນຂົມຂື່ນງອກຂຶ້ນມາ ແລະສ້າງຄວາມເດືອດຮ້ອນຫຍຸ້ງຍາກ ຈຶ່ງຈະເປັນເຫດໃຫ້ຫລາຍຄົນຊົ່ວມົວໝອງໄປ.
ພຣະອົງຍັງຊົງກ່າວວ່າ, “ຂ້ານ້ອຍຈະມອບຄວາມໄວ້ວາງໃຈໃນພຣະເຈົ້າ” ແລະພຣະອົງຍັງກ່າວອີກວ່າ, “ຂ້ານ້ອຍຢູ່ທີ່ນີ້ພ້ອມກັບບຸດທັງຫລາຍ ທີ່ພຣະເຈົ້າຊົງມອບໃຫ້ຂ້ານ້ອຍ.”
ແລະຈະໄດ້ຊົງປ່ອຍຄົນທັງປວງ ທີ່ເປັນທາດຂອງຄວາມຢ້ານຕາຍຕະຫລອດຊີວິດນັ້ນໃຫ້ລອດພົ້ນ.
ດ້ວຍເຫດນັ້ນ ຈົ່ງໃຫ້ເຮົາທັງຫລາຍມີໃຈກ້າເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ ເພື່ອພວກເຮົາຈະໄດ້ຮັບພຣະເມດຕາ ແລະພົບພຣະຄຸນທີ່ຈະຊ່ວຍເຮົາໃນເວລາທີ່ຕ້ອງການ.