Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 7:11 - ພຣະຄຳພີສັກສິ

11 ມາພີ້​ທີ່ຮັກ​ຂອງນ້ອງ ໃຫ້​ພວກເຮົາ​ໄປ​ຍັງ​ຊົນນະບົດ ອອກ​ໄປ​ສູ່​ໝູ່ບ້ານ​ຕ່າງໆ ແລະ​ນອນ​ຄ້າງຄືນ​ຢູ່​ທີ່ນັ້ນ.

Uka jalj uñjjattʼäta Copia luraña




ຍອດເພງ 7:11
7 Jak'a apnaqawi uñst'ayäwi  

ຊາວ​ເມືອງ​ຕີເຣ​ຈະ​ຫາ​ຂອງຂວັນ​ແລະ​ນຳ​ມາ ຄົນ​ຮັ່ງມີ​ກໍ​ຊອກຫາ​ທາງ​ທີ່​ຈະ​ເອົາ​ໃຈ​ເຈົ້າ.


ຈົ່ງ​ມາ​ຮັບ​ເອົາ​ນ້ອງ ແລະ​ພາ​ພວກນ້ອງ​ໜີໄປ​ສາ ຈົ່ງ​ມາ​ເປັນ​ຣາຊາ​ແລະ​ພາເຂົ້າ​ໄປ​ຫ້ອງນອນ​ອ້າຍ. ເພາະ​ອ້າຍ ນ້ອງ​ຈະ​ຊົມຊື່ນ​ກັບ​ຄວາມສຸກ​ດ້ວຍກັນ ມາ​ເພາະ​ຮັກກັນ​ໃຫ້​ເມົາ​ກວ່າ​ລິດ​ເຫຼົ້າ​ອະງຸ່ນ​ເຖີດ. ສົມພໍແລ້ວ ສາວ​ທຸກຖ້ວນໜ້າ​ຈຶ່ງ​ພາກັນ​ຮັກ ຫລົງໄຫລ​ຮັກ​ອ້າຍ ຮັກ​ອ້າຍ​ແຕ່​ຜູ້ດຽວ.


ລາວ​ເປັນ​ທີ່ຮັກ​ຂອງຂ້ອຍ ຂ້ອຍ​ເປັນ​ທີ່ຮັກ​ຂອງ​ລາວ ລາວ​ລ້ຽງ​ຝູງສັດ​ຂອງ​ລາວ​ໃນ​ບ່ອນ​ທີ່​ມີ​ດອກ​ຊ້ອນ.


ເຈົ້າສາວ​ຂອງອ້າຍ​ເອີຍ ຈາກ​ພູ​ເລບານອນ​ໄປ​ກັບ​ອ້າຍ ໜີ​ຈາກ​ພູ​ເລບານອນ​ແລະ​ໄປ​ກັບ​ອ້າຍ​ສາ​ເຖີດ ຈົ່ງ​ລົງ​ມາ​ຈາກ​ຈອມພູ​ອາມານາ ຈາກ​ພູ​ເສນີ​ແລະ​ພູ​ເຮີໂມນ​ດ້ວຍ ຈົ່ງ​ໜີ​ຈາກ​ໝົ້ງ​ບ່ອນ​ຢູ່​ຂອງ​ສິງໂຕ ຈົ່ງ​ໜີ​ຈາກ​ໝົ້ງນອນ​ບ່ອນ​ເສືອດາວ​ຢູ່.


ຂ້ອຍ​ເປັນ​ກຳມະສິດ​ຂອງ​ຄົນຮັກ​ຂອງຂ້ອຍ ແລະ​ຄົນຮັກ​ຂອງຂ້ອຍ​ກໍ​ເປັນ​ກຳມະສິດ​ຂອງຂ້ອຍ.


ພວກເຮົາ​ຈະ​ລຸກ​ແຕ່​ເຊົ້າ​ເພື່ອ​ໄປ​ເບິ່ງ​ເຄືອ​ອະງຸ່ນ ເບິ່ງ​ວ່າ​ເຄືອ​ອະງຸ່ນ​ປົ່ງ​ຍອດ​ແລ້ວ​ຫລື​ບໍ່ ເລາະ​ເບິ່ງ​ຕົ້ນໄມ້ ເບິ່ງ​ຕົ້ນ​ໝາກພີລາ​ທີ່ນັ້ນ​ຄືກັນ ແລະ​ນ້ອງ​ຈະ​ມອບ​ຄວາມຮັກ​ໃຫ້​ແກ່​ອ້າຍ​ທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka