Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 7:1 - ພຣະຄຳພີສັກສິ

1 ນ້ອງ​ນາງ​ຊ່າງ​ເປັນ​ຍິງສາວ​ທີ່​ງາມຫລາຍ ຕີນ​ນ້ອງ​ທີ່​ສຸບ​ເກີບ​ສາຍພາຍ​ກໍ​ງາມ​ຫລາຍແທ້ ບັ້ນແອວ​ນ້ອງ​ກິ່ວ​ແລະ​ໜ້າທ້ອງ​ຂອງ​ນາງ ກໍ​ງາມ​ເທົ່າກັບ​ສີມື​ນັກ​ສິນລະປິນ​ປັ້ນແຕ່ງ.

Uka jalj uñjjattʼäta Copia luraña




ຍອດເພງ 7:1
13 Jak'a apnaqawi uñst'ayäwi  

ຢາໂຄບ​ໄດ້​ໃຊ້​ຄົນນຳຂ່າວ​ໄປ​ບອກ​ເອຊາວ​ອ້າຍ​ຂອງຕົນ ທີ່​ເມືອງ​ເສອີ​ໃນ​ດິນແດນ​ເອໂດມ.


ຊ່າງ​ງາມ​ແທ້ ຮູບຮ່າງ​ເຈົ້າຍິງ​ທີ່​ຢູ່​ໃນ​ວັງ ເສື້ອຄຸມ​ຂອງ​ນາງ​ກໍ​ຕົບແຕ່ງ​ດ້ວຍ​ເສັ້ນດ້າຍ​ຄຳ.


“ຈົ່ງ​ເຮັດ​ແຜ່ນ​ປົກເອິກ​ໃຫ້​ປະໂຣຫິດ ເພື່ອ​ໃຊ້​ໃນ​ການ​ຕັດສິນ​ພຣະປະສົງ​ຂອງ​ພຣະເຈົ້າ. ໃຫ້​ໃຊ້​ຜ້າ​ແບບ​ດຽວກັນ​ກັບ​ຜ້າ​ທີ່​ເຮັດ​ເສື້ອຄຸມ​ສັ້ນ​ເອໂຟດ ພ້ອມ​ກັບ​ຕົບແຕ່ງ​ຢ່າງ​ດຽວກັນ​ດ້ວຍ.


ຈົ່ງ​ຫຍິບ​ສົ້ງ​ຂາສັ້ນ​ດ້ວຍ​ຜ້າປ່ານ​ໃຫ້​ພວກເຂົາ ໃຫ້​ຍາວ​ຕັ້ງແຕ່​ແອວ​ລົງ​ມາ​ຮອດ​ຂາ​ໂຕ້ ເພື່ອ​ປົກປິດ​ຕົວ​ຂອງ​ພວກເຂົາ.


ພຣະອົງ​ຍັງ​ໃຫ້​ພວກເຂົາ​ມີ​ສະຕິປັນຍາ ແລະ​ຄວາມ​ສາມາດ​ໃນ​ວຽກງານ​ຫລາຍ​ຢ່າງ​ຄື: ວຽກງານ​ຂອງ​ນັກ​ແກະສະຫລັກ, ນັກ​ອອກແບບ, ນັກ​ຫຍິບປັກ​ຖັກແສ່ວ​ຜ້າປ່ານ​ເນື້ອລະອຽດ​ດີ; ຕໍ່າ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງ ແລະ​ການ​ຕໍ່າ​ຜ້າ​ຊະນິດ​ອື່ນໆ​ອີກ​ດ້ວຍ. ພວກເຂົາ​ມີ​ຄວາມ​ສາມາດ​ເຮັດ​ວຽກ​ຊ່າງສີມື​ໄດ້​ທຸກຢ່າງ ແລະ​ເປັນ​ຊ່າງ​ທີ່​ຊຳນິ​ຊຳນານ​ໃນ​ການ​ອອກແບບ​ເຊັ່ນກັນ.”


ສ່ວນ​ສະບື​ນ້ອງ​ກໍ​ເປັນ​ດັ່ງ​ຖ້ວຍ​ໃບ​ໜຶ່ງ​ມົນໆ ບ່ອນ​ທີ່​ມີ​ກິ່ນ​ເຫຼົ້າ​ອະງຸ່ນ​ຫອມ​ບໍ່​ຈາງ​ຈັກເທື່ອ. ໜ້າທ້ອງ​ນ້ອງ​ເປັນ​ດັ່ງ​ກອງເຂົ້າ​ບະເລ ທີ່​ມີ​ດອກ​ລີລາ​ອ້ອມຮອບ​ເຕັມຢູ່.


ຫົວ​ຮູບ​ນີ້​ເປັນ​ຄຳ​ຢ່າງດີ​ທີ່ສຸດ ເອິກ​ແລະ​ແຂນ​ເປັນ​ເງິນ; ແອວ​ແລະ​ກະໂພກ​ເປັນ​ທອງສຳຣິດ


ແຕ່​ຜູ້​ເປັນ​ພໍ່​ເອີ້ນ​ບັນດາ​ຄົນ​ຮັບໃຊ້​ຂອງຕົນ​ມາ ເພິ່ນ​ເວົ້າ​ວ່າ, ‘ໄວໆ ຟ້າວ​ເອົາ​ເຄື່ອງ​ຢ່າງດີ​ທີ່ສຸດ​ມາ​ໃຫ້​ລູກ​ຂອງເຮົາ​ນຸ່ງ ຈົ່ງ​ເອົາ​ແຫວນ​ມາ​ສວມ​ໃສ່​ນິ້ວ​ມື ແລະ​ສຸບ​ເກີບ​ໃສ່​ຕີນ​ໃຫ້​ລູກ​ຂອງເຮົາ.


ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ບຸດ​ຊາຍ​ ບຸດ​ຍິງ​ຂອງເຮົາ.” ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນັ້ນ.


ແລະ​ເອົາ​ຄວາມ​ຕຽມພ້ອມ​ຝ່າຍ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ມາ​ສຸບ​ໃສ່​ຕີນ.


ພຽງແຕ່​ໃຫ້​ເຈົ້າ​ທັງຫລາຍ ດຳເນີນ​ຊີວິດ​ໃຫ້​ສົມກັບ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ຫລື​ບໍ່​ມາ​ກໍຕາມ ເຮົາ​ກໍ​ຈະ​ໄດ້ຍິນ​ຂ່າວ​ຂອງ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕໍ່ສູ້​ເໝືອນ​ຢ່າງ​ເປັນ​ຄົນ​ຄົນ​ດຽວ ເພື່ອ​ຄວາມເຊື່ອ​ອັນ​ເກີດ​ຈາກ​ຂ່າວປະເສີດ​ນັ້ນ.


ແລະ​ບໍ່ໄດ້​ຢຶດໝັ້ນ​ໃນ​ພຣະອົງ ຜູ້​ທີ່​ເປັນ​ຫົວ​ຂອງ​ຮ່າງກາຍ, ໂດຍ​ການ​ຄວບຄຸມ​ຂອງ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ກໍໄດ້​ຮັບ​ການ​ບຳລຸງລ້ຽງ ແລະ​ຕໍ່​ເຂົ້າ​ກັນ ດ້ວຍ​ຂໍ້​ແລະ​ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ຂຶ້ນ ຕາມ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ຈະເລີນ​ຂຶ້ນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka