Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 6:1 - ພຣະຄຳພີສັກສິ

1 ເຈົ້າ​ຜູ້​ງາມ​ຍິ່ງ​ທ່າມກາງ​ຍິງ​ທັງຫລາຍ​ເອີຍ ຄົນຮັກ​ຂອງເຈົ້າ​ຫາຍ​ໜີໄປ​ໃສ​ກັນ​ແທ້? ຈົ່ງ​ບອກ​ໃຫ້​ພວກຂ້ອຍ​ຮູ້ວ່າ​ຄົນຮັກ​ຂອງເຈົ້າ​ໄປ​ໃສ ເພື່ອ​ວ່າ​ພວກຂ້ອຍ​ຈະ​ຊ່ວຍ​ຊອກຫາ​ລາວ​ໃຫ້​ເຈົ້າ.

Uka jalj uñjjattʼäta Copia luraña




ຍອດເພງ 6:1
13 Jak'a apnaqawi uñst'ayäwi  

ຈົ່ງ​ມາ​ຮັບ​ເອົາ​ນ້ອງ ແລະ​ພາ​ພວກນ້ອງ​ໜີໄປ​ສາ ຈົ່ງ​ມາ​ເປັນ​ຣາຊາ​ແລະ​ພາເຂົ້າ​ໄປ​ຫ້ອງນອນ​ອ້າຍ. ເພາະ​ອ້າຍ ນ້ອງ​ຈະ​ຊົມຊື່ນ​ກັບ​ຄວາມສຸກ​ດ້ວຍກັນ ມາ​ເພາະ​ຮັກກັນ​ໃຫ້​ເມົາ​ກວ່າ​ລິດ​ເຫຼົ້າ​ອະງຸ່ນ​ເຖີດ. ສົມພໍແລ້ວ ສາວ​ທຸກຖ້ວນໜ້າ​ຈຶ່ງ​ພາກັນ​ຮັກ ຫລົງໄຫລ​ຮັກ​ອ້າຍ ຮັກ​ອ້າຍ​ແຕ່​ຜູ້ດຽວ.


ໂອ ສຸດທີ່ຮັກ​ຂອງອ້າຍ ນ້ອງ​ບໍ່​ຮູ້ຈັກ​ບ່ອນ​ນັ້ນ​ບໍ? ຖ້າ​ນ້ອງ​ບໍ່​ຮູ້ຈັກ ໃຫ້​ຕາມຮອຍ​ຝູງສັດ​ໄປ​ທີ່​ນັ້ນ; ຈົ່ງ​ຊອກຫາ​ທົ່ງຫຍ້າ​ສຳລັບ​ຝູງແບ້​ຂອງນ້ອງ​ແດ່ ຢູ່​ໃກ້ໆ​ຜ້າເຕັນ​ພຸ້ນ​ບ່ອນ​ທີ່​ພວກ​ລ້ຽງແກະ​ພັກເຊົາ.


ດອກ​ລີລາ​ນັ້ນ ຢູ່​ທ່າມກາງ​ໜາມ​ສັນໃດ ຄົນຮັກ​ຂອງອ້າຍ ກໍ​ຢູ່​ທ່າມກາງ​ຍິງ​ອື່ນ​ສັນນັ້ນ.


ຂ້ອຍ​ໄຂ​ປະຕູ​ໃຫ້​ຄົນຮັກ​ເພື່ອ​ໃຫ້​ລາວ​ເຂົ້າ​ມາ ແຕ່​ລາວ​ຊໍ້າພັດ​ໜີ​ຈາກ​ໄປ​ສາ​ແລ້ວ. ຂ້ອຍ​ຢາກ​ໄດ້ຍິນ​ສຽງ​ເວົ້າ​ຂອງ​ລາວ​ຫລາຍ​ທີ່ສຸດ ແຕ່​ຂ້ອຍ​ບໍ່​ເຫັນ​ລາວ​ຢືນ​ຢູ່​ຈຸດ​ໃດໆ​ໃນ​ທີ່ນັ້ນ. ຂ້ອຍ​ຊອກຫາ​ລາວ ແຕ່​ກໍ​ບໍ່​ພົບ​ລາວ​ເລີຍ ຂ້ອຍ​ສົ່ງ​ສຽງ​ຮ້ອງຫາ ແຕ່​ບໍ່ມີ​ສຽງ​ຂານ​ຕອບ.


ເຈົ້າ​ຜູ້​ງາມ​ຍິ່ງ ທ່າມກາງ​ຍິງ​ທັງຫລາຍ​ເອີຍ ຄົນຮັກ​ເຈົ້າ​ແຕກຕ່າງ​ຫຍັງ​ກັບ​ຊາຍ​ຄົນອື່ນ? ມີ​ຫຍັງ​ແດ່​ໃນ​ລາວ​ນັ້ນ ທີ່​ວິເສດ​ວິໂສ​ໜັກໜາ ທີ່​ພວກຂ້ອຍ​ຕ້ອງ​ໃຫ້​ຄຳສັນຍາ​ຕາມ​ທີ່​ເຈົ້າ​ຂໍ​ນັ້ນ?


ທີ່ຮັກ​ຂອງອ້າຍ ນ້ອງ​ນາງ​ຊ່າງ​ງາມຫລາຍ ງາມ​ເທົ່າກັບ​ຕີຣະຊາ ເມືອງ​ແຫ່ງ​ຄວາມ​ງາມ​ຍິ່ງ. ທັງ​ໜ້າຮັກແພງ​ດ້ວຍ ດັ່ງ​ນະຄອນ​ເຢຣູຊາເລັມ ແລະ​ໜ້າຫລົງໄຫລ​ດັ່ງ​ເມືອງ​ຍິ່ງໃຫຍ່​ເຫຼົ່ານີ້.


ບັດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ໃຫ້​ພວກເຮົາ​ເດີນ​ໄປ​ໃນ​ຄວາມ​ສະຫວ່າງ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ນັ້ນ​ເທີ້ນ.


ຄວາມຫວັງ​ອັນດຽວ​ຂອງ​ອິດສະຣາເອນ​ຄື​ພຣະອົງ ພຣະອົງ​ເປັນ​ຜູ້​ຊ່ວຍ​ພວກ​ຂ້ານ້ອຍ​ໃນ​ເວລາ​ຖືກ​ຂັດສົນ. ເປັນຫຍັງ​ພຣະອົງ​ຈຶ່ງ​ເຮັດ​ຄື​ກັບ​ຄົນຕ່າງດ້າວ​ນໍ ດັ່ງ​ນັກ​ທ່ອງທ່ຽວ​ທີ່​ແວ່ຢາມ​ພຽງ​ຄືນດຽວ​ເທົ່ານັ້ນ?


ຂໍ​ໃຫ້​ພຣະເຈົ້າຢາເວ​ຕອບແທນ​ຄຸນງາມ​ຄວາມດີ​ທີ່​ເຈົ້າ​ໄດ້​ສ້າງ​ມາ​ນັ້ນ​ເຖີດ. ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ບຳເໜັດ​ອັນ​ລົ້ນເຫລືອ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ອົງ​ທີ່​ເຈົ້າ​ມາ​ເພິ່ງພາ​ອາໄສ​ນີ້​ເທີ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka