Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 5:2 - ພຣະຄຳພີສັກສິ

2 ຈິດໃຈ​ນ້ອງ​ຮູ້ເມື່ອ​ຂຶ້ນ​ໃນ​ຂະນະທີ່​ນອນຫລັບ​ໄປ ນ້ອງ​ຝັນ​ວ່າ​ຄົນຮັກ​ຢືນ​ເຄາະ​ຢູ່​ທີ່​ປະຕູ​ຫ້ອງ. ທີ່ຮັກ​ຂອງອ້າຍ ຂໍ​ໃຫ້​ເຂົ້າ​ໄປ​ຂ້າງ​ໃນ​ຫ້ອງ​ນ້ອງ​ສາ ນ້ອງສາວ​ຂອງ​ອ້າຍ, ຄູ່ຮັກ​ຂອງອ້າຍ​ເອີຍ ນົກເຂົາ​ຂອງອ້າຍ, ຍິງ​ດີ​ທີ່ສຸດ​ຂອງ​ອ້າຍ​ເອີຍ. ສ່ວນ​ນໍ້າ​ຄ້າງ​ນັ້ນ​ກໍ​ເຕັມ​ຢູ່​ເທິງ​ຫົວ ຜົມ​ຂອງອ້າຍ​ກໍ​ຊຸ່ມ​ໄປ​ດ້ວຍ​ນໍ້າໝອກ​ໃນ​ກາງຄືນ.

Uka jalj uñjjattʼäta Copia luraña




ຍອດເພງ 5:2
39 Jak'a apnaqawi uñst'ayäwi  

ສະນັ້ນ ຢາໂຄບ​ຈຶ່ງ​ຕ້ອງ​ເຮັດ​ວຽກ​ເຈັດ​ປີ​ເພື່ອ​ຈະ​ໄດ້​ນາງ​ຣາເຊັນ ແລະ​ເວລາ​ໄດ້​ຜ່ານ​ໄປ​ເໝືອນ​ສອງ​ສາມ​ມື້ ຍ້ອນ​ວ່າ​ລາວ​ຮັກ​ນາງ​ຣາເຊັນ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ດຳເນີນ​ຊີວິດ ຢ່າງ​ບໍ່ມີ​ຄວາມຜິດ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ອ້າ​ປາກ​ຂອງ​ເຈົ້າ​ໃຫ້​ກວ້າງ​ແລະ​ເຮົາ​ຈະ​ປ້ອນ​ເຈົ້າ​ໃຫ້​ອີ່ມ.


ລູກ​ເອີຍ ຂໍ​ໃຈ​ຂອງ​ເຈົ້າ​ໃຫ້​ເຮົາ​ເທາະ ແລະ​ຈົ່ງ​ໃຫ້​ຕາ​ຂອງ​ເຈົ້າ​ສັງເກດ​ເບິ່ງ​ແບບຢ່າງ​ທັງຫຼາຍ​ຂອງ​ເຮົາ.


ໂອ ສຸດທີ່ຮັກ​ຂອງນ້ອງ ຮູບ​ຫລໍ່​ແລະ​ງາມຫລາຍ ປ່າຫຍ້າ​ຂຽວສົດ ຈະ​ເປັນ​ຕຽງນອນ​ຂອງອ້າຍ​ກັບ​ນ້ອງ;


ແລ້ວ​ຄົນຮັກ​ຂອງຂ້ອຍ​ກໍ​ລັ່ນປາກ​ໄຂ​ວາຈາ ແລະ​ສົນທະນາ​ປາໄສ​ກັບ​ຂ້ອຍ​ວ່າ​ດັ່ງນີ້: ທີ່ຮັກ​ຂອງອ້າຍ ຈົ່ງ​ລຸກ​ມາ​ສາ ໂອ ຄົນງາມ​ຂອງອ້າຍ​ເອີຍ ຈົ່ງ​ມາ​ຫາ​ອ້າຍ​ເຖີດ


ນ້ອງ​ຄື​ນົກເຂົາ​ໂຕໜຶ່ງ ທີ່​ກຳລັງ​ລີ້ຊ່ອນ​ຕົວ ຢູ່​ຕາມວ່າງ​ຂອງ​ໂງ່ນຫີນ​ນັ້ນ. ຂໍ​ໃຫ້​ອ້າຍ​ໄດ້​ເຫັນ​ໜ້າ​ເປັນ​ຕາຮັກ​ຂອງນ້ອງ​ແດ່ ແລະ​ໃຫ້​ໄດ້ຍິນ​ສຽງ​ນິ້ມນວນ​ຂອງນ້ອງ​ແດ່​ນາ.


ຈົ່ງ​ຟັງ​ເຖີດ ນັ້ນ​ແມ່ນ​ສຽງ​ຄົນ​ຮັກ​ຂອງຂ້ອຍ​ໃດ ຈົ່ງ​ເບິ່ງ​ພຸ້ນ​ດູ ລາວ​ກຳລັງ​ແລ່ນ​ມາ​ໃກ້ ລາວ​ແລ່ນ​ມາ​ຫາ​ຂ້ອຍ ກະໂດດ​ຂ້າມ​ໜ່ວຍ​ພູ​ມາ ແລ່ນ​ແຂ່ງ​ຂ້າມ​ເນີນພູ​ຟ້າວຟັ່ງ​ມາ​ຫາ​ຂ້ອຍ.


ຢູ່​ເທິງ​ທີ່​ນອນ​ຂອງຂ້ອຍ​ໃນ​ຍາມ​ຄໍ່າຄືນ ຂ້ອຍ​ມີ​ແຕ່​ຝັນ​ຫາ​ຄົນຮັກ​ຂອງຂ້ອຍ; ຂ້ອຍ​ຊອກ​ຄົ້ນ​ຫາ​ຄົນ​ທີ່​ຂ້ອຍ​ຮັກ ແຕ່​ຂ້ອຍ​ກໍ​ຊອກຫາ​ລາວ​ບໍ່​ພົບ​ເລີຍ


ສຸດທີ່ຮັກ​ຂອງອ້າຍ ນ້ອງ​ນາງ​ຊ່າງ​ງາມຫລາຍ​ແທ້ ງາມ​ຄົບຖ້ວນ​ທຸກປະການ​ຈົນ​ຫາ​ທີ່ຕິ​ບໍ່ໄດ້.


ແວວ​ຕາ​ນ້ອງ ຢຶດຄອງ​ຫົວໃຈ​ອ້າຍ​ໄວ້​ແລ້ວ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ສ້ອຍ​ຄ້ອງ​ຄໍ​ນ້ອງ ມັດ​ອ້າຍ​ໃຫ້​ຕົກ​ເປັນ​ຊະເລີຍ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ


ໜ້າ​ລາວ​ກ້ຽງ​ຜຸດຜ່ອງ​ດັ່ງ​ທອງສຳຣິດ​ໃດ ຜົມ​ລາວ​ເປັນ​ຄື້ນ​ກໍ່າດຳ​ດັ່ງ​ກາ​ໂຕໜຶ່ງ


ຂ້ອຍ​ໄຂ​ປະຕູ​ໃຫ້​ຄົນຮັກ​ເພື່ອ​ໃຫ້​ລາວ​ເຂົ້າ​ມາ ແຕ່​ລາວ​ຊໍ້າພັດ​ໜີ​ຈາກ​ໄປ​ສາ​ແລ້ວ. ຂ້ອຍ​ຢາກ​ໄດ້ຍິນ​ສຽງ​ເວົ້າ​ຂອງ​ລາວ​ຫລາຍ​ທີ່ສຸດ ແຕ່​ຂ້ອຍ​ບໍ່​ເຫັນ​ລາວ​ຢືນ​ຢູ່​ຈຸດ​ໃດໆ​ໃນ​ທີ່ນັ້ນ. ຂ້ອຍ​ຊອກຫາ​ລາວ ແຕ່​ກໍ​ບໍ່​ພົບ​ລາວ​ເລີຍ ຂ້ອຍ​ສົ່ງ​ສຽງ​ຮ້ອງຫາ ແຕ່​ບໍ່ມີ​ສຽງ​ຂານ​ຕອບ.


ສ່ວນ​ອ້າຍ​ຮັກ​ນ້ອງ​ພຽງແຕ່​ຜູ້ດຽວ ນາງ​ເປັນ​ດັ່ງ​ນົກເຂົາ​ງາມ​ເປັນ​ຕາຮັກ. ນາງ​ເປັນ​ລູກສາວ​ໂທນ​ຂອງ​ແມ່​ແຕ່ພຽງ​ຄົນດຽວ ເປັນ​ລູກ​ທີ່​ແມ່​ເພິ່ງ​ພໍໃຈ​ນຳ​ຫລາຍ​ດ້ວຍ. ເມື່ອ​ຜູ້ຍິງ​ທຸກຄົນ​ຫລຽວເບິ່ງ​ຕ່າງ​ກໍ​ຊົມເຊີຍ ເມຍໃຫຍ່​ເມຍນ້ອຍ​ຂອງ​ກະສັດ​ກໍ​ຊົມເຊີຍ​ນາງ​ດ້ວຍ.


ສ່ວນ​ປາກ​ນ້ອງ​ນັ້ນ​ເຮັດ​ໃຫ້​ອ້າຍ​ຊາບຊຶ້ງ ເໝືອນ​ດັ່ງ​ເຫຼົ້າ​ອະງຸ່ນ​ຊັ້ນດີ​ຢູ່​ໃນ​ປາກ. ຖ້າດັ່ງນັ້ນ ຂໍ​ໃຫ້​ເຫຼົ້າ​ອະງຸ່ນ​ໄຫລ​ສູ່​ຄົນຮັກ​ຂ້ອຍ​ໂດຍ​ກົງ ໂດຍ​ໃຫ້​ໄຫລ​ຕົງ​ໄປ​ສູ່​ຮີມສົບ​ແລະ​ສູ່​ແຂ້ວ​ດ້ວຍ.


ນໍ້າ​ກໍ​ມອດ​ບໍ່ໄດ້​ໃຫ້​ມັນ​ດັບ​ລົງ​ເປັນ ນໍ້າ​ໄຫລ​ຖ້ວມ​ທົ່ວ​ໄປ​ກໍ​ຈົມ​ມັນ​ລົງ​ບໍ່ໄດ້. ຖ້າ​ຄວາມຮັກ​ຫາ​ຊື້​ໄດ້​ດ້ວຍ​ຄວາມຮັ່ງມີ ສິ່ງ​ທີ່​ລາວ​ໄດ້​ມາ​ກໍ​ຈະ​ຖືກ​ດູໝິ່ນ​ປະໝາດ.


ຂ້ອຍ​ໄດ້​ແບ​ຫລັງ​ໃຫ້​ຜູ້​ທີ່​ຂ້ຽນຕີ​ ຂ້ອຍ​ບໍ່ໄດ້​ຢັບຢັ້ງ​ຄົນ​ທີ່​ດູໝິ່ນ​ນິນທາ​ຂ້ອຍ. ເມື່ອ​ພວກເຂົາ​ກຳ​ໜວດ​ຈັບ​ເຄົາ​ຂ້ອຍ​ດຶງ​ໄປ ກໍ​ປິ່ນໜ້າ​ໂດຍ​ດີ​ໃຫ້​ພວກເຂົາ​ຖົ່ມ​ນໍ້າລາຍ​ໃສ່.


ເມື່ອ​ປະຊາຊົນ​ໄດ້​ເຫັນ​ທ່ານ​ກໍ​ສະດຸ້ງ​ຕົກໃຈ; ໜ້າ​ຕາ​ທ່ານ​ປ່ຽນ​ໂສມ ທ່າທາງ​ເກືອບ​ບໍ່​ຄື​ມະນຸດ.


ໃນ​ຂະນະທີ່​ຄັບຣີເອນ​ກຳລັງ​ເວົ້າ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ໝົດ​ສະຕິໄປ ແລະ​ສະຫລົບ​ລົ້ມລົງ​ກັບ​ບ່ອນ, ແຕ່​ເພິ່ນ​ໄດ້​ໂຊມ​ຂ້າພະເຈົ້າ​ລຸກຢືນຂຶ້ນ


ເທວະດາ​ຕົນ​ທີ່​ມີ​ໜ້າທີ່​ກ່າວ​ແກ່​ຂ້າພະເຈົ້າ​ນັ້ນ ໄດ້​ກັບຄືນ​ມາ​ຫາ​ຂ້າພະເຈົ້າ​ອີກ ແລະ​ປຸກ​ຂ້າພະເຈົ້າ​ໃຫ້​ຕື່ນ​ຂຶ້ນ ດັ່ງ​ກັບ​ວ່າ​ຂ້າພະເຈົ້າ​ໄດ້​ນອນ​ຫລັບ​ໄປ.


ດ້ວຍວ່າ, ທຸກຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ, ທຸກຄົນ​ທີ່​ຊອກ​ຫາ​ກໍ​ຈະ​ໄດ້​ພົບ ແລະ​ທຸກຄົນ​ທີ່​ເຄາະ​ກໍ​ຈະ​ມີ​ຜູ້​ໄຂ​ໃຫ້.


ພຣະອົງ​ເຮັດ​ເຊັ່ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງ​ໄດ້​ຮັບ​ເອົາ​ຄວາມ​ເຈັບໄຂ້ ແລະ​ຮັບ​ແບກ​ພະຍາດ​ໂຣຄາ​ຂອງ​ພວກເຮົາ​ໄປ.”


ເຊົ້າ​ວັນ​ໃໝ່​ເວລາ​ຍັງ​ມືດ​ຢູ່ ພຣະເຢຊູເຈົ້າ​ໄດ້​ລຸກ​ຂຶ້ນ ແລະ​ໄປ​ຍັງ​ສະຖານທີ່​ງຽບ​ສະຫງັດ ແລ້ວ​ພາວັນນາ​ອະທິຖານ​ຢູ່​ທີ່​ນັ້ນ.


ເມື່ອ​ຊົງ​ເກີດ​ເປັນທຸກ​ວຸ້ນວາຍ​ຫລາຍ​ຂຶ້ນ ພຣະອົງ​ກໍ​ຊົງ​ຕັ້ງໃຈ​ພາວັນນາ​ອະທິຖານ​ຫລາຍ ເຫື່ອ​ຂອງ​ພຣະອົງ​ເກີດ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ​ເປັນເມັດ​ໃຫຍ່.


ໃນ​ເວລາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ເພື່ອ​ພາວັນນາ​ອະທິຖານ ແລະ​ໃຊ້​ເວລາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຢູ່​ທີ່​ນັ້ນ​ຕະຫລອດ​ຄືນ.


ຝ່າຍ​ເປໂຕ​ກັບ​ໝູ່​ເພື່ອນ​ຂອງຕົນ ຕ່າງ​ກໍ​ເຫງົາ​ນອນ, ແຕ່​ເມື່ອ​ພວກເພິ່ນ​ໄດ້​ຕື່ນ​ຂຶ້ນ​ແລ້ວ ຈຶ່ງ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຢຊູເຈົ້າ ກັບ​ສອງ​ຄົນ​ທີ່​ກຳລັງ​ຢືນ​ຢູ່​ນຳ​ພຣະອົງ.


ເມື່ອ​ນຳ​ຝູງແກະ​ຂອງຕົນ ເພິ່ນ​ກໍ​ນຳ​ໜ້າ​ຝູງແກະ​ໄປ ແລະ​ຝູງແກະ​ກໍຕາມ​ເພິ່ນ​ໄປ ເພາະ​ຮູ້ຈັກ​ສຽງ​ຂອງ​ເພິ່ນ.


ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ, “ຄົນ​ທີ່​ນອນ​ຫລັບ​ເອີຍ, ຈົ່ງ​ຕື່ນ​ຂຶ້ນ​ເຖີດ, ຈົ່ງ​ຟື້ນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ແລະ​ພຣະຄຣິດ​ຈະ​ສ່ອງ​ສະຫວ່າງ​ໃສ່​ເຈົ້າ.”


ຄົນ​ເຫຼົ່ານີ້ ເປັນ​ຜູ້​ທີ່​ບໍ່ມີ​ຄວາມຊົ່ວ​ມົວໝອງ​ກັບ​ແມ່ຍິງ ເພາະ​ພວກເຂົາ​ເປັນ​ພວກ​ພົມມະຈາຣີ. ພຣະ​ເມສານ້ອຍ​ສະເດັດ​ໄປ​ທາງ​ໃດ ແມ່ນ​ຄົນ​ເຫຼົ່ານີ້ ທີ່​ຕາມ​ສະເດັດ​ໄປ. ພວກເພິ່ນ​ໄດ້ຖືກ​ຊົງ​ໄຖ່​ໄວ້​ຈາກ​ມວນ​ມະນຸດ ເພື່ອ​ເປັນ​ຜົນ​ທໍາອິດ​ຖວາຍ​ແດ່​ພຣະເຈົ້າ ແລະ​ພຣະ​ເມສານ້ອຍ.


ເບິ່ງແມ! ເຮົາ​ຢືນ​ເຄາະ​ຢູ່​ທີ່​ປະຕູ ຖ້າ​ຜູ້ໃດ​ໄດ້ຍິນ​ສຽງ​ຂອງເຮົາ ແລະ​ໄຂ​ປະຕູ ເຮົາ​ຈະ​ເຂົ້າ​ໄປ​ຫາ​ຜູ້ນັ້ນ ແລະ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ຮ່ວມ​ຮັບປະທານ​ອາຫານ​ກັບ​ເຮົາ.


ແຕ່​ຍັງ​ມີ​ບາງຄົນ​ໃນ​ພວກເຈົ້າ​ທີ່​ເມືອງ​ຊາເດ ທີ່​ຮັກສາ​ເສື້ອຜ້າ​ຂອງຕົນ​ບໍ່​ໃຫ້​ເປິເປື້ອນ ຄົນ​ເຫຼົ່ານັ້ນ​ຈະ​ນຸ່ງ​ເຄື່ອງ​ຂາວ ແລະ​ຍ່າງ​ໄປ​ກັບ​ເຮົາ ເພາະ​ພວກເຂົາ​ເປັນ​ຜູ້​ສົມຄວນ​ຢູ່​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka