ຍອດເພງ 5:1 - ພຣະຄຳພີສັກສິ1 ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ ອ້າຍໄດ້ເຂົ້າມາຢູ່ໃນສວນຂອງອ້າຍແລ້ວ. ອ້າຍໄດ້ເກັບເອົາບາງສິ່ງທີ່ຢູ່ໃນສວນ ຄືເຄື່ອງເທດ, ເຄື່ອງຫອມ ແລະຢາງໄມ້ຫອມດ້ວຍ; ອ້າຍກຳລັງດື່ມນໍ້າເຜິ້ງໃນເຮືອນຮັງຂອງມັນຢູ່ ອ້າຍກຳລັງດື່ມເຫຼົ້າ ແລະນໍ້ານົມຂອງອ້າຍໃດ. ຈົ່ງກິນແລະດື່ມສາເຖີດ ຍອດສຸດທີ່ຮັກຂອງຂ້ອຍ ຈົນພວກເຈົ້າເມົາຮັກໃຫ້ຄັກໃຈພວກເຈົ້າສາເຖີດ. Uka jalj uñjjattʼäta |
ພຣະເຈົ້າຢາເວຈະໃຫ້ຄວາມເມດຕາຕໍ່ນະຄອນເຢຣູຊາເລັມ ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກຮ້າງເພພັງນັ້ນ. ເຖິງວ່າດິນແດນນັ້ນຈະເປັນຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນສວນເອເດນໄດ້ ຈາກພື້ນດິນແຫ້ງຂາດນໍ້າຫລໍ່ລ້ຽງໃຫ້ເກີດຜົນ ກໍຈະເປັນດັ່ງສວນຂອງພຣະເຈົ້າຢາເວ. ແລ້ວທີ່ນັ້ນກໍຈະມີຄວາມຊົມຊື່ນຍິນດີຫລາຍ ມີທັງສຽງຮ້ອງລຳທຳເພງຍົກຍໍໂມທະນາຂອບພຣະຄຸນດ້ວຍ.