Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 4:9 - ພຣະຄຳພີສັກສິ

9 ແວວ​ຕາ​ນ້ອງ ຢຶດຄອງ​ຫົວໃຈ​ອ້າຍ​ໄວ້​ແລ້ວ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ສ້ອຍ​ຄ້ອງ​ຄໍ​ນ້ອງ ມັດ​ອ້າຍ​ໃຫ້​ຕົກ​ເປັນ​ຊະເລີຍ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ

Uka jalj uñjjattʼäta Copia luraña




ຍອດເພງ 4:9
31 Jak'a apnaqawi uñst'ayäwi  

ຕາມ​ຄວາມ​ເປັນ​ຈິງ​ແລ້ວ ນາງ​ກໍ​ເປັນ​ນ້ອງສາວ​ຂອງ​ຂ້ານ້ອຍ​ແທ້. ນາງ​ເປັນ​ລູກ​ຕ່າງ​ແມ່ ແລະ​ຂ້ານ້ອຍ​ໄດ້​ເອົາ​ນາງ​ມາ​ເປັນ​ເມຍ.


ແລ້ວ​ກະສັດ​ກໍ​ຖອດ​ແຫວນ​ແຫ່ງ​ອຳນາດ​ອອກ​ຈາກ​ນິ້ວມື​ຂອງຕົນ ແລະ​ສຸບ​ໃສ່​ນິ້ວມື​ຂອງ​ໂຢເຊັບ. ເພິ່ນ​ເອົາ​ເສື້ອ​ໂຕ​ງາມ​ທີ່ສຸດ​ໃຫ້​ໂຢເຊັບ​ນຸ່ງ ແລະ​ເອົາ​ສາຍສ້ອຍ​ຄຳ​ຄ້ອງ​ຄໍ​ໃຫ້.


ໃນ​ທ່າມກາງ​ບັນດາ​ສະຕຼີ​ຜູ້​ທີ່​ປະຈຳ​ຢູ່​ໃນ​ວັງ ກໍ​ມີ​ບັນດາ​ລູກສາວ​ຂອງ​ກະສັດ​ຢູ່​ນຳ​ດ້ວຍ ທີ່​ຂ້າງ​ຂວາ​ບັນລັງ​ນັ້ນ​ກໍ​ມີ​ຣາຊີນີ​ຢືນ​ຢູ່ ຜູ້​ທີ່​ຕົບແຕ່ງ​ດ້ວຍ​ເຄື່ອງເອ້​ເປັນ​ຄຳ​ແຫ່ງ​ໂອເຟຍ.


ຄຳສັ່ງສອນ​ຂອງ​ເພິ່ນ​ຈະ​ປັບປຸງ​ນິໄສ​ໃຈຄໍ​ຂອງເຈົ້າ​ໃຫ້​ດີ​ຂຶ້ນ ເປັນ​ດັ່ງ​ພວງມະໄລ​ແຫ່ງ​ພຣະຄຸນ​ສຸບ​ໃສ່​ຫົວ​ຂອງ​ເຈົ້າ ແລະ​ເປັນ​ສາຍສ້ອຍ​ຄ້ອງຄໍ​ຂອງ​ເຈົ້າ.


ຢ່າ​ໃຫ້​ຄວາມງາມ​ຂອງ​ນາງ​ເປັນ​ທີ່​ຍົວະເຍົ້າ​ໃຈ​ເຈົ້າ​ໄດ້ ຢ່າ​ໃຫ້​ສາຍຕາ​ອັນ​ຫວານ​ແກມລວງ​ຂອງ​ນາງ ເປັນ​ແຮ້ວ​ດັກຈັບ​ເຈົ້າ​ໄດ້.


ຜົມ​ທີ່​ຢ່ອນ​ລົງ​ຕາມ​ແກ້ມ​ເຮັດ​ໃຫ້​ແກ້ມ​ນ້ອງ​ງາມຫລາຍ ຜົມ​ທີ່​ຢ່ອນ​ລົງ​ຕາມ​ຄໍ​ເປັນ​ດັ່ງ​ເພັດພອຍ​ຄ້ອງ​ຄໍ​ຂອງ​ນ້ອງ.


ໂອ ທີ່ຮັກ​ຂອງອ້າຍ ນ້ອງ​ເປັນ​ຍິງ​ທີ່​ງາມຫລາຍ ຜ່ອງໃສ​ໃນ​ສາຍຕາ ໜ້າຮັກ​ໜ້າເອັນດູ​ແທ້.


ສາວ​ພູ​ຊີໂອນ​ເອີຍ ມາ​ເບິ່ງ​ກະສັດ​ໂຊໂລໂມນ​ເຖີດ ເພິ່ນ​ສວມ​ມົງກຸດ​ອັນ​ງາມ​ທີ່​ແມ່​ເພິ່ນ​ສຸບ​ໃສ່​ໃຫ້ ແມ່​ສຸບ​ໃສ່​ໃຫ້​ເພິ່ນ​ໃນ​ວັນ​ທີ່​ກະສັດ​ແຕ່ງງານ ໃນ​ວັນ​ອັນ​ປິຕິ​ຍິນດີ ແລະ​ຊົມຊື່ນ​ທີ່ສຸດ​ຂອງເພິ່ນ.


ຄວາມຮັກ​ຂອງນ້ອງ ເຮັດ​ໃຫ້​ອ້າຍ​ຊື່ນໃຈ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ຄວາມຮັກ​ຂອງນ້ອງ ກໍດີກວ່າ​ເຫຼົ້າ​ອະງຸ່ນ ກິ່ນໂຕ​ນ້ອງ ຫອມຫວນ​ກວ່າ​ນໍ້າຫອມ​ໃດໆ​ທັງສິ້ນ.


ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ນ້ອງ​ເປັນ​ສວນ​ສ່ວນຕົວ​ຄົນດຽວ​ຂອງອ້າຍ ຄື​ສວນ​ແຫ່ງ​ໜຶ່ງ​ທີ່​ມີ​ກຳແພງ​ອ້ອມ​ໄວ້​ຢ່າງດີ ເປັນ​ບໍ່​ນໍ້າພຸ​ແຫ່ງ​ໜຶ່ງ​ທີ່​ຖືກ​ຈັບຈ່ອງ​ໄວ້​ແລ້ວ.


ອ້າຍ​ກຳລັງ​ສັ່ນ​ເພາະ​ນ້ອງ​ເຮັດ​ໃຫ້​ຫລົງ​ຮັກ​ສະເໜ່ຫາ ດັ່ງ​ເຈົ້າຊາຍ​ຕັ້ງໜ້າ​ຕັ້ງ​ຕາ​ຂັບ​ລົດມ້າ​ສູ່​ສະໜາມຮົບ.


ຈົ່ງ​ຫັນໜ້າ​ນ້ອງ​ໜີ​ຈາກ​ອ້າຍ​ສາ​ເທາະ ເພາະ​ສາຍຕາ​ນ້ອງ​ກວນ​ໃຈ​ອ້າຍ​ໃຫ້​ໝອງໝົ່ນ. ຜົມ​ນ້ອງ​ປິວ​ສະບັດ ດັ່ງ​ຝູງແບ້​ທີ່​ກະໂດດ​ໄປມາ ເຕັ້ນ​ກະໂດດ​ຢູ່​ຕາມ​ຮ່ອມພູ​ກີເລອາດ.


ຂ້ອຍ​ເປັນ​ກຳມະສິດ​ຂອງ​ຄົນຮັກ​ຂອງຂ້ອຍ ແລະ​ຄົນຮັກ​ຂອງຂ້ອຍ​ກໍ​ເປັນ​ກຳມະສິດ​ຂອງຂ້ອຍ.


ພຣະຜູ້​ສ້າງ​ຂອງເຈົ້າ​ຈະ​ເປັນ​ຄື​ຜົວ​ຂອງເຈົ້າ​ເດີ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ແມ່ນ​ພຣະນາມ​ຂອງ​ພຣະອົງ. ແລະ​ພຣະຜູ້ໄຖ່​ໃຫ້​ພົ້ນ​ຂອງເຈົ້າ​ຄື​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ປົກຄອງ​ທົ່ວ​ທັງ​ໂລກນີ້.


ດັ່ງ​ຊາຍໜຸ່ມ​ທີ່​ໄດ້​ຍິງ​ບໍຣິສຸດ​ເປັນ​ເມຍ​ຂອງຕົນ ພຣະອົງ​ຜູ້​ຫລໍ່ຫລອມ​ເຈົ້າ​ຈະ​ແຕ່ງງານ​ກັບ​ເຈົ້າ. ເຈົ້າບ່າວ​ຊົມຊື່ນ​ຍິນດີ​ນຳ​ເຈົ້າສາວ​ຂອງຕົນ​ສັນໃດ ພຣະເຈົ້າ​ຂອງເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ນຳ​ເຈົ້າ​ສັນນັ້ນ.


ເຮົາ​ໄດ້​ເອົາ​ເຄື່ອງເອ້​ໃສ່​ໃຫ້​ເຈົ້າ ຄື​ປອກແຂນ ແລະ​ສາຍຄໍ.


ແລ້ວ​ເຮົາ​ກໍໄດ້​ຍ່າງ​ກາຍໄປ​ອີກ ເຮົາ​ໄດ້​ເຫັນ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ມີ​ຄວາມຮັກ. ເຮົາ​ໄດ້​ເອົາ​ເສື້ອຄຸມ​ຂອງເຮົາ​ປົກ​ຮ່າງ​ທີ່​ເປືອຍກາຍ​ນັ້ນ ແລະ​ສັນຍາ​ວ່າ​ຈະ​ຮັກ​ເຈົ້າ. ແມ່ນແທ້ ເຮົາ​ໄດ້​ເຮັດ​ພັນທະສັນຍາ​ແຕ່ງງານ​ກັບ​ເຈົ້າ ແລະ​ເຈົ້າ​ກໍ​ເປັນ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເພິ່ນ​ຮ້ອງ​ບອກ​ໃຫ້​ຄົນ​ນຳ​ເອົາ​ໝໍມົນ, ໝໍ​ວິຊາອາຄົມ ແລະ​ໝໍໂຫນ​ເຂົ້າ​ມາ. ເມື່ອ​ພວກເຂົາ​ມາຮອດ ກະສັດ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຜູ້ໃດ​ຜູ້ໜຶ່ງ​ທີ່​ອ່ານ ແລະ​ແປ​ຄວາມໝາຍ​ທີ່​ຂຽນ​ນີ້​ໄດ້ ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ໄດ້​ເປັນ​ຜູ້​ທີ່​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ພວກເຈົ້າ​ໄດ້​ມີໄຊ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ ພຣະອົງ​ຈະ​ເປັນ​ສຸກໃຈ​ຍ້ອນ​ພວກເຈົ້າ​ທັງຫລາຍ ໃນ​ຄວາມຮັກ​ນັ້ນ​ຈະ​ຊົງ​ໃຫ້​ຊີວິດ​ໃໝ່​ແກ່​ພວກເຈົ້າ. ພຣະອົງ​ຈະ​ຂັບຮ້ອງ​ດີໃຈ​ເໜືອ​ພວກເຈົ້າ​ທັງຫລາຍ


ຜູ້ໃດ​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ພຣະບິດາ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ຜູ້ນັ້ນ​ແຫຼະ ເປັນ​ນ້ອງຊາຍ, ນ້ອງສາວ ແລະ​ມານດາ​ຂອງເຮົາ.”


ເຈົ້າສາວ​ຍ່ອມ​ເປັນ​ຂອງ​ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ​ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫຼະ ຄວາມ​ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ.


ເຮົາ​ບໍ່ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຄຣິສຕຽນ​ເດີນທາງ​ໄປມາ​ດ້ວຍ​ກັນ ເໝືອນ​ດັ່ງ​ອັກຄະສາວົກ​ຄົນອື່ນໆ ແລະ​ເໝືອນ​ດັ່ງ​ນ້ອງຊາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເໝືອນ​ດັ່ງ​ເປໂຕ​ນັ້ນ​ບໍ?


ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ.


ຂ້າພະເຈົ້າ​ກໍໄດ້​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ​ໃໝ່ ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ, ນະຄອນ​ນີ້​ໄດ້​ຈັດ​ຕຽມພ້ອມ​ແລ້ວ​ເໝືອນ​ເຈົ້າສາວ​ແຕ່ງຕົວ​ໄວ້​ເພື່ອ​ພົບ​ເຈົ້າບ່າວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka