Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 4:8 - ພຣະຄຳພີສັກສິ

8 ເຈົ້າສາວ​ຂອງອ້າຍ​ເອີຍ ຈາກ​ພູ​ເລບານອນ​ໄປ​ກັບ​ອ້າຍ ໜີ​ຈາກ​ພູ​ເລບານອນ​ແລະ​ໄປ​ກັບ​ອ້າຍ​ສາ​ເຖີດ ຈົ່ງ​ລົງ​ມາ​ຈາກ​ຈອມພູ​ອາມານາ ຈາກ​ພູ​ເສນີ​ແລະ​ພູ​ເຮີໂມນ​ດ້ວຍ ຈົ່ງ​ໜີ​ຈາກ​ໝົ້ງ​ບ່ອນ​ຢູ່​ຂອງ​ສິງໂຕ ຈົ່ງ​ໜີ​ຈາກ​ໝົ້ງນອນ​ບ່ອນ​ເສືອດາວ​ຢູ່.

Uka jalj uñjjattʼäta Copia luraña




ຍອດເພງ 4:8
19 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ບັນລະຍາຍ​ເຖິງ​ເລື່ອງ​ຕົ້ນໄມ້​ແລະ​ພືດຜົນ​ຕ່າງໆ ນັບ​ແຕ່​ຕົ້ນແປກ​ທີ່​ພູ​ເລບານອນ ຈົນເຖິງ​ຕົ້ນ​ຫູສົບ​ທີ່​ເກີດຂຶ້ນ​ຕາມ​ກຳແພງ; ເພິ່ນ​ເວົ້າ​ເຖິງ​ເລື່ອງ​ສັດ, ນົກ, ສັດ​ເລືອຄານ ແລະ​ປາ.


ຕາມຈິງ​ແລ້ວ ແມ່ນໍ້າ​ອາບານາ ແລະ​ຟຣາປັກ​ທີ່​ດາມັສກັດ ກໍ​ຍັງ​ດີກວ່າ​ແມ່ນໍ້າ​ຕ່າງໆ​ຢູ່​ໃນ​ອິດສະຣາເອນ​ນີ້​ບໍ່​ແມ່ນ​ບໍ? ຂ້ອຍ​ຄວນ​ອາບນໍ້າ​ຢູ່​ໃນ​ແມ່ນໍ້າ​ເຫຼົ່ານັ້ນ​ແລະ​ຄົງ​ຫາຍ​ດີ​ແລ້ວ.” ລາວ​ຈຶ່ງ​ກັບ​ໄປ​ດ້ວຍ​ຄວາມ​ໂມໂຫ.


ປະຊາຊົນ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ທີ່​ເຂດແດນ​ຂອງ​ບາຊານ ຈົນ​ໄປ​ເຖິງ​ພາກເໜືອ​ຂອງ​ບາອານເຮີໂມນ, ເສນີ ແລະ​ທີ່​ພູ​ເຮີໂມນ; ແລະ​ປະຊາຊົນ​ຂອງ​ພວກເຂົາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ.


ຈົ່ງ​ຟັງ​ຂ້ອຍ​ເຖີດ ເຈົ້າສາວ​ຂອງ​ກະສັດ​ເອີຍ ຈົ່ງ​ລືມໄລ​ປະຊາຊົນ ແລະ​ພີ່ນ້ອງ​ຂອງ​ເຈົ້າ​ສາ​ເຖີດ.


ຂໍ​ໃຫ້​ດິນແດນ​ນັ້ນ​ເຕັມ​ໄປ​ດ້ວຍ​ເຂົ້າ ຂໍ​ໃຫ້​ເນີນພູ​ທັງຫຼາຍ​ນັ້ນ​ເຕັມ​ໄປ​ດ້ວຍ​ຜົນລະປູກ ເກີດ​ໝາກຜົນ​ຫຼວງຫຼາຍ​ເໝືອນດັ່ງ​ມີ​ຢູ່ ທີ່​ເນີນພູ​ເລບານອນ​ແລະ​ໃຫ້​ເມືອງ​ຕ່າງໆ ເຕັມ​ໄປ​ດ້ວຍ​ປະຊາຊົນ​ເໝືອນດັ່ງ​ທົ່ງນາ​ທີ່​ເຕັມ​ໄປ​ດ້ວຍ​ຫຍ້າ.


ພຣະເຈົ້າ​ເປັນ​ທີ່​ຮູ້ຈັກ​ກັນ​ໃນ​ຢູດາ ພຣະນາມ​ກໍ​ເປັນ​ທີ່​ຍົກຍໍ​ໃນ​ອິດສະຣາເອນ.


ພຣະອົງ​ຊົງ​ສະຫງ່າຣາສີ​ຍິ່ງໃຫຍ່ ສູງສົ່ງ​ເໜືອ​ພູເຂົາ​ທັງປວງ.


ພຣະອົງ​ໄດ້​ສ້າງ​ທິດໃຕ້​ທິດເໜືອ​ພູ​ຕາໂບ​ກັບ​ເຮີໂມນ ຕ່າງ​ກໍ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ຍົກຍໍ​ພຣະອົງ​ດ້ວຍ.


ຈົ່ງ​ໜີ​ຈາກ​ໝູ່​ທີ່​ໂງ່ຈ້າ​ນັ້ນ​ສາ ແລ້ວ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່ ຈົ່ງ​ເດີນ​ຕາມ​ທາງ​ແຫ່ງ​ຄວາມ​ຮອບຮູ້.”


ສ່ວນ​ຕົ້ນ​ເດື່ອເທດ​ນັ້ນ ໝາກ​ມັນ​ກໍ​ກຳລັງ​ສຸກ ຕົ້ນອະງຸ່ນ​ດອກບານ​ສົ່ງ​ກິ່ນ​ຫອມ​ໄປ​ທົ່ວແຄວ້ນ. ທີ່ຮັກ​ເອີຍ ຈົ່ງ​ລຸກ​ຂຶ້ນ​ມາ​ຫາ​ອ້າຍ​ສາ​ເທາະ ຈົ່ງ​ໄປ​ກັບ​ອ້າຍ​ສາ​ເຖີດ ຄົນ​ງາມ​ຂອງ​ອ້າຍ​ເອີຍ


ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ອ້າຍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ສວນ​ຂອງອ້າຍ​ແລ້ວ. ອ້າຍ​ໄດ້​ເກັບ​ເອົາ​ບາງ​ສິ່ງ​ທີ່​ຢູ່​ໃນ​ສວນ ຄື​ເຄື່ອງເທດ, ເຄື່ອງຫອມ ແລະ​ຢາງໄມ້​ຫອມ​ດ້ວຍ; ອ້າຍ​ກຳລັງ​ດື່ມ​ນໍ້າເຜິ້ງ​ໃນ​ເຮືອນຮັງ​ຂອງມັນ​ຢູ່ ອ້າຍ​ກຳລັງ​ດື່ມ​ເຫຼົ້າ ແລະ​ນໍ້ານົມ​ຂອງອ້າຍ​ໃດ. ຈົ່ງ​ກິນ​ແລະ​ດື່ມ​ສາເຖີດ ຍອດ​ສຸດທີ່ຮັກ​ຂອງຂ້ອຍ ຈົນ​ພວກເຈົ້າ​ເມົາ​ຮັກ​ໃຫ້​ຄັກ​ໃຈ​ພວກເຈົ້າ​ສາເຖີດ.


ມາພີ້​ທີ່ຮັກ​ຂອງນ້ອງ ໃຫ້​ພວກເຮົາ​ໄປ​ຍັງ​ຊົນນະບົດ ອອກ​ໄປ​ສູ່​ໝູ່ບ້ານ​ຕ່າງໆ ແລະ​ນອນ​ຄ້າງຄືນ​ຢູ່​ທີ່ນັ້ນ.


ດັ່ງ​ຊາຍໜຸ່ມ​ທີ່​ໄດ້​ຍິງ​ບໍຣິສຸດ​ເປັນ​ເມຍ​ຂອງຕົນ ພຣະອົງ​ຜູ້​ຫລໍ່ຫລອມ​ເຈົ້າ​ຈະ​ແຕ່ງງານ​ກັບ​ເຈົ້າ. ເຈົ້າບ່າວ​ຊົມຊື່ນ​ຍິນດີ​ນຳ​ເຈົ້າສາວ​ຂອງຕົນ​ສັນໃດ ພຣະເຈົ້າ​ຂອງເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ນຳ​ເຈົ້າ​ສັນນັ້ນ.


ພວກເຂົາ​ໄດ້​ໄມ້ແປກເທດ​ມາ​ຈາກ​ພູເຂົາ​ເຮີໂມນ​ເປັນ​ລຳ ແລະ​ໄມ້ແປກ​ຈາກ​ເລບານອນ​ເຮັດ​ເສົາ​ຄໍ້າ​ເຈົ້າ.


ຖ້າ​ຜູ້ໃດ​ບົວລະບັດ​ຮັບໃຊ້​ເຮົາ ໃຫ້​ຜູ້ນັ້ນ​ຕິດຕາມ​ເຮົາ​ມາ ເຮົາ​ຢູ່​ທີ່​ໃດ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ ກໍຈະ​ຢູ່​ທີ່​ນັ້ນ​ເໝືອນກັນ ຝ່າຍ​ພຣະບິດາເຈົ້າ​ຂອງເຮົາ ຈະ​ໃຫ້​ກຽດຕິຍົດ​ແກ່​ທຸກຄົນ ທີ່​ບົວລະບັດ​ຮັບໃຊ້​ເຮົາ.”


ຂໍ​ພຣະອົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ໄປ​ເບິ່ງ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ທາງ​ຟາກ​ພຸ້ນ​ແດ່ທ້ອນ ຄື​ເບິ່ງ​ເນີນພູ​ອັນ​ສວຍງາມ​ແລະ​ພູເຂົາ​ຂອງ​ເລບານອນ.’


ຊາວ​ຊີໂດນ​ເອີ້ນ​ພູ​ເຮີໂມນ​ວ່າ ສີຣິໂອນ ແລະ​ຊາວ​ອາໂມ​ເອີ້ນ​ວ່າ ເສນີ.)


ຊາວ​ອິດສະຣາເອນ​ໄດ້​ໄຊຊະນະ ແລະ​ໄດ້​ປົກຄອງ​ດິນແດນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈາກ​ຮ່ອມພູ​ອາກໂນນ​ຂຶ້ນ​ໄປ​ສູ່​ຮ່ອມພູ​ຈໍແດນ ແລະ​ເລີຍ​ໄປ​ທາງ​ພາກເໜືອ​ຈົນເຖິງ​ພູ​ເຮີໂມນ. ພວກເຂົາ​ຈັບ​ກະສັດ​ສອງ​ຄົນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka