Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 4:7 - ພຣະຄຳພີສັກສິ

7 ສຸດທີ່ຮັກ​ຂອງອ້າຍ ນ້ອງ​ນາງ​ຊ່າງ​ງາມຫລາຍ​ແທ້ ງາມ​ຄົບຖ້ວນ​ທຸກປະການ​ຈົນ​ຫາ​ທີ່ຕິ​ບໍ່ໄດ້.

Uka jalj uñjjattʼäta Copia luraña




ຍອດເພງ 4:7
12 Jak'a apnaqawi uñst'ayäwi  

ຄວາມງາມ​ຂອງເຈົ້າ​ຈະ​ເຮັດ​ໃຫ້​ກະສັດ​ປາຖະໜາ ຈົ່ງ​ເຊື່ອຟັງ​ເພິ່ນ​ເພາະ​ເພິ່ນ​ເປັນ​ນາຍ​ຂອງເຈົ້າ.


ຊ່າງ​ງາມ​ແທ້ ຮູບຮ່າງ​ເຈົ້າຍິງ​ທີ່​ຢູ່​ໃນ​ວັງ ເສື້ອຄຸມ​ຂອງ​ນາງ​ກໍ​ຕົບແຕ່ງ​ດ້ວຍ​ເສັ້ນດ້າຍ​ຄຳ.


ໂອ ທີ່ຮັກ​ຂອງອ້າຍ ນ້ອງ​ເປັນ​ຍິງ​ທີ່​ງາມຫລາຍ ຜ່ອງໃສ​ໃນ​ສາຍຕາ ໜ້າຮັກ​ໜ້າເອັນດູ​ແທ້.


ທີ່ຮັກ​ຂອງອ້າຍ​ເອີຍ ນ້ອງ​ນາງ​ຊ່າງ​ງາມຫລາຍ ຕາ​ນ້ອງ​ໜ້າຮັກ​ແລະ​ຜ່ອງໃສ ໃນ​ຜ້າ​ຄຸມ​ທີ່​ປົກ​ໜ້າ. ຜົມ​ນ້ອງ​ປີວສະບັດ ດັ່ງ​ຝູງແບ້​ທີ່​ກະໂດດ​ໄປມາ ເຕັ້ນ​ກະໂດດ​ຢູ່​ຕາມ​ຮ່ອມພູ​ກີເລອາດ


ປາກ​ລາວ​ຫວານຊື່ນ ເປັນ​ໜ້າ​ຈູບ​ອີ່ຫລີ ທຸກສິ່ງ​ໃນ​ຕົວ​ລາວ ເຮັດ​ໃຫ້​ຂ້ອຍ​ໄຝ່ຝັນ​ຫາ​ເລື້ອຍ. ຄົນຮັກ​ຂອງຂ້ອຍ ກໍ​ເປັນ​ດັ່ງນີ້ແຫລະ ເປັນ​ທັງ​ເພື່ອນແທ້ ແລະ​ທີ່ຮັກ​ຂອງຂ້ອຍ​ຄືກັນ.


ຈິດໃຈ​ນ້ອງ​ຮູ້ເມື່ອ​ຂຶ້ນ​ໃນ​ຂະນະທີ່​ນອນຫລັບ​ໄປ ນ້ອງ​ຝັນ​ວ່າ​ຄົນຮັກ​ຢືນ​ເຄາະ​ຢູ່​ທີ່​ປະຕູ​ຫ້ອງ. ທີ່ຮັກ​ຂອງອ້າຍ ຂໍ​ໃຫ້​ເຂົ້າ​ໄປ​ຂ້າງ​ໃນ​ຫ້ອງ​ນ້ອງ​ສາ ນ້ອງສາວ​ຂອງ​ອ້າຍ, ຄູ່ຮັກ​ຂອງອ້າຍ​ເອີຍ ນົກເຂົາ​ຂອງອ້າຍ, ຍິງ​ດີ​ທີ່ສຸດ​ຂອງ​ອ້າຍ​ເອີຍ. ສ່ວນ​ນໍ້າ​ຄ້າງ​ນັ້ນ​ກໍ​ເຕັມ​ຢູ່​ເທິງ​ຫົວ ຜົມ​ຂອງອ້າຍ​ກໍ​ຊຸ່ມ​ໄປ​ດ້ວຍ​ນໍ້າໝອກ​ໃນ​ກາງຄືນ.


ໂອ ຢາໂຄບ​ເອີຍ ບັນດາ​ເຕັນ​ຂອງ​ທ່ານ​ຊ່າງ​ງາມ​ຫລາຍ ໂອ ຊາວ​ອິດສະຣາເອນ​ເອີຍ ທີ່​ອາໄສ​ທັງຫລາຍ​ຂອງ​ທ່ານ ຊ່າງ​ງາມ​ແທ້ໆ.


ແຕ່​ບັດນີ້ ໂດຍ​ຄວາມ​ຕາຍ​ທາງ​ດ້ານ​ຮ່າງກາຍ ຄື​ເນື້ອໜັງ​ຂອງ​ພຣະອົງ ພຣະເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ມິດ​ກັບ​ພຣະອົງ ເພື່ອ​ໃຫ້​ເປັນ​ຜູ້​ບໍຣິສຸດ ແລະ​ບໍ່ມີ​ທີ່​ຕິຕຽນ​ຢູ່​ຊ້ອງໜ້າ​ພຣະອົງ.


ດ້ວຍເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ເຈົ້າ​ທັງຫລາຍ​ກຳລັງ​ຄອຍຖ້າ​ສິ່ງ​ເຫຼົ່ານີ້​ຢູ່ ຈົ່ງ​ອົດສາ​ພະຍາຍາມ​ໃຫ້​ພຣະອົງ​ຊົງ​ພົບ​ພວກເຈົ້າ​ຢູ່​ໃນ​ຄວາມ​ສະຫງົບ ໂດຍ​ບໍ່ມີ​ຈຸດ​ດ່າງ​ພອຍ​ແລະ​ຂໍ້​ຕຳໜິ.


ອັນ​ໜຶ່ງ ຂໍ​ພຣະກຽດ, ພຣະ​ເດຊານຸພາບ, ພຣະ​ອານຸພາບ ແລະ​ສັກດາ​ນຸພາບ​ຈົ່ງ​ມີ​ແດ່​ພຣະອົງ ຜູ້​ທີ່​ສາມາດ​ປ້ອງກັນ​ຮັກສາ​ພວກເຈົ້າ​ໄວ້​ບໍ່​ໃຫ້​ສະດຸດ​ລົ້ມ​ລົງ ແລະ​ນຳ​ພວກເຈົ້າ​ມາ​ຢູ່​ຊ້ອງ​ພຣະພັກ​ອັນ​ສະຫງ່າຣາສີ​ຂອງ​ພຣະອົງ ຢ່າງ​ຜູ້​ທີ່​ບໍ່ມີ​ຄວາມຜິດ ແຕ່​ມີ​ຄວາມ​ຍິນດີ​ອັນ​ເຫລືອລົ້ນ.


ຂ້າພະເຈົ້າ​ກໍໄດ້​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ​ໃໝ່ ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ, ນະຄອນ​ນີ້​ໄດ້​ຈັດ​ຕຽມພ້ອມ​ແລ້ວ​ເໝືອນ​ເຈົ້າສາວ​ແຕ່ງຕົວ​ໄວ້​ເພື່ອ​ພົບ​ເຈົ້າບ່າວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka