5 ນົມທັງສອງຂອງນ້ອງ ເປັນດັ່ງແບ້ນ້ອຍສອງໂຕ ດັ່ງເຍືອງແຝດຄູ່ໜຶ່ງ ຊຶ່ງກິນຫຍ້າຢູ່ທົ່ງດອກຊ້ອນ.
ຄືຜູ້ທີ່ເປັນໜ້າຮັກດັ່ງກວາງແມ່ ແລະງາມສະຫງ່າດັ່ງເຍືອງຜາ. ຈົ່ງໃຫ້ສະເໜ່ຂອງນາງເຮັດໃຫ້ເຈົ້າມີຄວາມສຸກໃຈ ຈົ່ງໃຫ້ຄວາມຮັກຂອງນາງຈັບໃຈຂອງເຈົ້າໄວ້.
ຄົນຮັກຂອງນ້ອງເປັນດັ່ງຢາງໄມ້ຫອມ ໃນຂະນະທີ່ລາວນອນໝູນເອິກນ້ອງຢູ່ນັ້ນ.
ລາວເປັນທີ່ຮັກຂອງຂ້ອຍ ຂ້ອຍເປັນທີ່ຮັກຂອງລາວ ລາວລ້ຽງຝູງສັດຂອງລາວໃນບ່ອນທີ່ມີດອກຊ້ອນ.
ຄົນຮັກຂອງຂ້ອຍໄດ້ໜີໄປທີ່ສວນຂອງລາວ ບ່ອນທີ່ມີຕົ້ນຢາງຫອມນາໆຊະນິດເກີດທີ່ນັ້ນ. ໃນທີ່ນັ້ນ ລາວກຳລັງລ້ຽງຝູງສັດຂອງລາວ ແລະເກັບເອົາດອກຊ້ອນຢູ່ໃນທີ່ນັ້ນດ້ວຍ.
ຄົນຮັກນັ້ນເປັນຂອງຂ້ອຍ ຂ້ອຍກໍເປັນຂອງລາວ ລາວລ້ຽງຝູງສັດຂອງຕົນຢູ່ທ່າມກາງດອກຊ້ອນ.
ນົມທັງສອງຂອງນ້ອງງາມດັ່ງລູກກວາງສອງໂຕ ງາມດັ່ງເຍືອງສອງໂຕທີ່ເປັນລູກຝາແຝດ.
ລຳຄໍນ້ອງກໍເປັນດັ່ງຫໍຄອຍສູງ ຊຶ່ງກ້ຽງກົມ ແລະຂາວງາມດັ່ງງາຊ້າງ. ຕານ້ອງທັງສອງເປັນດັ່ງສະນໍ້າທີ່ເຮັດຊະໂບນ ທີ່ຢູ່ໃກ້ປະຕູເຂົ້າໄປສູ່ເມືອງໃຫຍ່ນັ້ນ. ດັງນ້ອງກໍງາມດັ່ງຫໍຄອຍສູງທີ່ເລບານອນ ທີ່ເປັນບ່ອນເຝົ້າຍາມຢູ່ກົງກັບດາມັສກັດພຸ້ນ.
ຊັດສ່ວນນ້ອງນາງນັ້ນກໍງາມສະຫງ່າດັ່ງຕົ້ນຕານ ນົມນ້ອງທັງສອງເປັນດັ່ງແຊງໝາກຕານອ້ອຍຕ້ອຍ.
ນ້ອງຢາກໃຫ້ອ້າຍເປັນອ້າຍຄີງໆຂອງນ້ອງຄົນໜຶ່ງເດ ຄືຜູ້ທີ່ແມ່ຂອງນ້ອງເອງໄດ້ໃຫ້ດູດນົມຈົນໃຫຍ່. ຖ້ານ້ອງພົບອ້າຍຢູ່ຕາມຖະໜົນຫົນທາງ ໃຜກໍຈະບໍ່ວ່າຫຍັງໝົດເມື່ອນ້ອງຈູບອ້າຍ.
ນ້ອງເອງນີ້ແຫລະ ທີ່ເປັນກຳແພງເມືອງ ນົມນ້ອງເອງກໍເປັນຫໍຄອຍສູງຂອງເມືອງນັ້ນ. ຄົນຮັກຂອງນ້ອງຮູ້ວ່າເມື່ອນ້ອງຢູ່ກັບລາວ ນ້ອງມີຄວາມພໍໃຈ ແລະມີສັນຕິສຸກທັງນັ້ນ.
ຈົ່ງເປັນເໝືອນດັ່ງເດັກນ້ອຍໆທີ່ເກີດໃໝ່ ຈົ່ງຮ້ອນໃຈປາຖະໜາຫານໍ້ານົມອັນບໍຣິສຸດຝ່າຍຈິດວິນຍານ ເພື່ອວ່າດ້ວຍນໍ້ານົມນັ້ນ ພວກເຈົ້າຈະໄດ້ຈະເລີນຂຶ້ນເຖິງຄວາມພົ້ນ.