Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 4:4 - ພຣະຄຳພີສັກສິ

4 ສ່ວນ​ຄໍ​ນ້ອງ​ນັ້ນ ກໍ​ເປັນ​ດັ່ງ​ຫໍຄອຍ​ດາວິດ​ໃດ ທັງກົມ​ທັງກ້ຽງໃສ ມີ​ສ້ອຍ​ຮູບ​ໂລ້​ຄຳ​ພັນ​ອັນ​ຄ້ອງ​ໄວ້.

Uka jalj uñjjattʼäta Copia luraña




ຍອດເພງ 4:4
15 Jak'a apnaqawi uñst'ayäwi  

ຂໍ​ຢ່າ​ໃຫ້​ຝົນ​ຫລື​ໝອກ​ຕົກ​ໃສ່​ພູ​ກິນໂບອາ ຂໍ​ໃຫ້​ທົ່ງໄຮ່​ທົ່ງນາ​ແຫ້ງແລ້ງ​ຢູ່​ເລື້ອຍໆ​ເຖີດ ເພາະ​ໂລ້​ຂອງ​ຜູ້​ເກັ່ງກ້າ ວາງ​ໄວ້​ທີ່​ນັ້ນ​ຢ່າງ​ອັບອາຍ; ໂລ້​ຂອງ​ໂຊນ​ບໍ່ໄດ້​ຖືກ​ຜັດຖູ​ດ້ວຍ​ນໍ້າມັນ​ອີກ​ແລ້ວ.


ພຣະເຈົ້າ​ໃຫ້​ໄຊຊະນະ​ອັນ​ຍິ່ງໃຫຍ່​ແກ່ ກະສັດ​ທີ່​ພຣະອົງ​ໄດ້​ຊົງ​ເລືອກໄວ້ ທັງ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ ແກ່​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ຫົດສົງ​ໄວ້ ຄື​ແກ່​ດາວິດ​ແລະ​ເຊື້ອສາຍ​ຂອງຕົນ ສືບໆໄປ​ຊົ່ວກາລະນານ​ພຸ້ນ.”


ເອເຊ​ລູກຊາຍ​ຂອງ​ເຢຊູອາ ຜູ້ປົກຄອງ​ເມືອງ​ມີຊະປາ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ກົງກັນຂ້າມ​ກັບ​ສາງ​ໄວ້​ອາວຸດ ຈົນ​ເລີຍ​ໄປຮອດ​ບ່ອນ​ທີ່​ມີ​ກຳແພງ​ໂຄ້ງ;


ຂໍ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ຕົ້ນໄມ້​ໃຫຍ່ ທີ່​ໃຫຍ່​ຂຶ້ນ​ຢ່າງ​ທ່ຽງທຳ​ໃນ​ໄວ​ໜຸ່ມ​ຂອງ​ເຂົາເຈົ້າ. ຂໍ​ໃຫ້​ລູກສາວ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເສົາ​ຕົ້ນ​ໃຫຍ່ ທີ່​ຖືກ​ປະດັບ​ໄວ້​ເອ້​ໃນ​ພະຣາຊວັງ.


ຜົມ​ທີ່​ຢ່ອນ​ລົງ​ຕາມ​ແກ້ມ​ເຮັດ​ໃຫ້​ແກ້ມ​ນ້ອງ​ງາມຫລາຍ ຜົມ​ທີ່​ຢ່ອນ​ລົງ​ຕາມ​ຄໍ​ເປັນ​ດັ່ງ​ເພັດພອຍ​ຄ້ອງ​ຄໍ​ຂອງ​ນ້ອງ.


ລຳຄໍ​ນ້ອງ​ກໍ​ເປັນ​ດັ່ງ​ຫໍຄອຍ​ສູງ ຊຶ່ງ​ກ້ຽງ​ກົມ ແລະ​ຂາວ​ງາມ​ດັ່ງ​ງາ​ຊ້າງ. ຕາ​ນ້ອງ​ທັງສອງ​ເປັນ​ດັ່ງ​ສະ​ນໍ້າ​ທີ່​ເຮັດຊະໂບນ ທີ່​ຢູ່​ໃກ້​ປະຕູ​ເຂົ້າ​ໄປ​ສູ່​ເມືອງ​ໃຫຍ່​ນັ້ນ. ດັງ​ນ້ອງ​ກໍ​ງາມ​ດັ່ງ​ຫໍຄອຍ​ສູງ​ທີ່​ເລບານອນ ທີ່​ເປັນ​ບ່ອນ​ເຝົ້າຍາມ​ຢູ່​ກົງກັບ​ດາມັສກັດ​ພຸ້ນ.


ສ່ວນ​ຫົວ​ນ້ອງ​ນັ້ນ​ສູງ​ສົ່ງ​ຢ່າງ​ຜຶງຜາຍ ສູງ​ດັ່ງ​ພູ​ກາເມນ​ທີ່​ຕັ້ງ​ຢູ່​ຢ່າງ​ສູງສົ່ງ. ຜົມເປຍ​ນ້ອງ​ສີແດງເຂັ້ມ​ເປັນ​ສີສັນ​ງາມ​ສະຫງ່າ ຄວາມ​ງາມນັ້ນ ເຮັດ​ໃຫ້​ກະສັດ​ຄົນ​ໜຶ່ງ​ຕົກ​ເປັນ​ຈຳເລີຍ.


ນ້ອງເອງ​ນີ້ແຫລະ ທີ່​ເປັນ​ກຳແພງ​ເມືອງ ນົມ​ນ້ອງເອງ​ກໍ​ເປັນ​ຫໍຄອຍ​ສູງ​ຂອງ​ເມືອງ​ນັ້ນ. ຄົນຮັກ​ຂອງນ້ອງ​ຮູ້ວ່າ​ເມື່ອ​ນ້ອງ​ຢູ່​ກັບ​ລາວ ນ້ອງ​ມີ​ຄວາມ​ພໍໃຈ ແລະ​ມີ​ສັນຕິສຸກ​ທັງນັ້ນ.


ນະຄອນ​ເຢຣູຊາເລັມ​ເອີຍ ເຈົ້າ​ເປັນ​ບ່ອນ​ທີ່​ພຣະເຈົ້າ​ເຝົ້າເບິ່ງ​ປະຊາຊົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ເຝົ້າເບິ່ງ​ຝູງແກະ​ຂອງຕົນ​ຢູ່​ເທິງ​ຫໍຄອຍ; ເຈົ້າ​ຈະ​ເປັນ​ເມືອງເອກ​ແຫ່ງ​ຣາຊອານາຈັກ​ອີກເທື່ອໜຶ່ງ ທີ່​ເຈົ້າ​ໄດ້​ເຄີຍ​ເປັນ​ມາ​ແລ້ວ.


ແລະ​ບໍ່ໄດ້​ຢຶດໝັ້ນ​ໃນ​ພຣະອົງ ຜູ້​ທີ່​ເປັນ​ຫົວ​ຂອງ​ຮ່າງກາຍ, ໂດຍ​ການ​ຄວບຄຸມ​ຂອງ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ກໍໄດ້​ຮັບ​ການ​ບຳລຸງລ້ຽງ ແລະ​ຕໍ່​ເຂົ້າ​ກັນ ດ້ວຍ​ຂໍ້​ແລະ​ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ຂຶ້ນ ຕາມ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ຈະເລີນ​ຂຶ້ນ​ນັ້ນ.


ຊຶ່ງ​ເປັນ​ຜູ້​ທີ່​ຣິດອຳນາດ​ຂອງ​ພຣະເຈົ້າ ຊົງ​ເຝົ້າ​ຮັກສາ​ໄວ້​ດ້ວຍ​ຄວາມເຊື່ອ ຈົນ​ໄດ້​ເຖິງ​ຄວາມ​ພົ້ນ ຊຶ່ງ​ພ້ອມແລ້ວ​ທີ່​ຈະ​ປາກົດ​ໃນ​ວັນ​ສຸດທ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka