3 ຮີມສົບນ້ອງກໍເປັນດັ່ງໂບສີແດງເຂັ້ມ ຊຶ່ງໜ້າຮັກທີ່ສຸດເມື່ອເວລານ້ອງເວົ້າ. ພວງແກ້ມນ້ອງທີ່ຊ້ອນຢູ່ທາງຫລັງຜ້າປົກ ກໍເບັ່ງບານແດງຜ່ອງໃສເຕັມໃບໜ້າ ເໝືອນໝາກພິລາເຄິ່ງໜ່ວຍ.
ຂ້ານ້ອຍບໍ່ສົມຄວນກັບພຣະກະລຸນາ ແລະຄວາມສັດຊື່ທີ່ພຣະອົງໄດ້ສຳແດງຕໍ່ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງເລີຍ. ຂ້ານ້ອຍໄດ້ຂ້າມແມ່ນໍ້າຈໍແດນ ມີພຽງໄມ້ເທົ້າເທົ່ານັ້ນ; ແຕ່ບັດນີ້ ຂ້ານ້ອຍກັບມາພ້ອມດ້ວຍຈຳນວນຄົນແລະຝູງສັດສອງໝວດນີ້.
ຂ້າພະເຈົ້າກ່າວວ່າ, “ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍລະອາຍທີ່ຈະເງີຍໜ້າຂຶ້ນຕໍ່ໜ້າພຣະອົງ. ບາບຂອງພວກຂ້ານ້ອຍສູງຂຶ້ນເໜືອຫົວແລ້ວ; ມັນສູງຈຸຟ້າສະຫວັນ.
ຂ້ານ້ອຍຈະປະກາດເຖິງກົດໝາຍທີ່ພຣະອົງໄດ້ຊົງກ່າວນັ້ນທຸກປະການ.
ຄຳເວົ້າອັນສະຫລາດເປັນຄຳເວົ້າຂອງຄົນຊອບທຳ ລາວເວົ້າແຕ່ສິ່ງທີ່ຊອບທຳແລະຖືກຕ້ອງ.
ທ່ານເປັນຜູ້ງາມເລີດຮູບຮ່າງໄດ້ສັດສ່ວນດີ ໃນທ່າມກາງຜູ້ຊາຍທັງຫລາຍນັ້ນ ທ່ານເປັນນັກເວົ້າທີ່ມີໂວຫານດີ ເພາະພຣະເຈົ້າໄດ້ອວຍພອນທ່ານມາຕະຫລອດ.
ປາກຂອງຄົນມີປັນຍາເວົ້າມີເຫດຜົນ, ແຕ່ໄມ້ແສ້ເໝາະສຳລັບຫລັງຂອງຄົນໂງ່ຈ້າ.
ນາງເວົ້າຈາດ້ວຍປັນຍາອັນສຸພາບອ່ອນຫວານ.
ຂ້ອຍເປັນຄົນດຳແຫລ້ແຕ່ ສວຍງາມ ສາວນະຄອນເຢຣູຊາເລັມເອີຍ ດຳດັ່ງຜ້າເຕັນທີ່ຖິ່ນແຫ້ງແລ້ງກັນດານເກດານັ້ນ ແຕ່ກໍງາມດັ່ງຜ້າກັ້ງ ທີ່ຫ້ອຍໄວ້ໃຫ້ງາມຕາ ໃນຣາຊວັງຂອງໂຊໂລໂມນນັ້ນ.
ສຸດທີ່ຮັກເອີຍ ເມື່ອຈູບນ້ອງ ກໍມີຣົດນໍ້າເຜິ້ງທີ່ຮີມສົບ ລີ້ນນ້ອງເປັນນໍ້ານົມແລະນໍ້າເຜິ້ງສຳລັບອ້າຍ. ເຄື່ອງນຸ່ງທຸກໆໂຕທີ່ນ້ອງນາງນຸ່ງຖື ກໍຄືກິ່ນຫອມຢາງໄມ້ຈາກເລບານອນທັງສິ້ນ.
ແກ້ມລາວເປັນຕາຮັກງາມດັ່ງສວນຜັກ ທີ່ເຕັມແຕ່ເຄື່ອງເທດ ຂອງຫອມນາໆຊະນິດດ້ວຍ. ສ່ວນຮິມສົບລາວນັ້ນ ເປັນດັ່ງດອກລີລາເບັ່ງບານ ທີ່ປຽກຊຸ່ມດ້ວຍນໍ້າຫອມ ຢາງໄມ້ຫອມຊັ້ນດີເລີດ.
ປາກລາວຫວານຊື່ນ ເປັນໜ້າຈູບອີ່ຫລີ ທຸກສິ່ງໃນຕົວລາວ ເຮັດໃຫ້ຂ້ອຍໄຝ່ຝັນຫາເລື້ອຍ. ຄົນຮັກຂອງຂ້ອຍ ກໍເປັນດັ່ງນີ້ແຫລະ ເປັນທັງເພື່ອນແທ້ ແລະທີ່ຮັກຂອງຂ້ອຍຄືກັນ.
ພວງແກ້ມນ້ອງທີ່ຊ້ອນຢູ່ທາງຫລັງຜ້າປົກ ກໍເບັ່ງບານແດງຜ່ອງໃສເຕັມໃບໜ້າ.
ສ່ວນປາກນ້ອງນັ້ນເຮັດໃຫ້ອ້າຍຊາບຊຶ້ງ ເໝືອນດັ່ງເຫຼົ້າອະງຸ່ນຊັ້ນດີຢູ່ໃນປາກ. ຖ້າດັ່ງນັ້ນ ຂໍໃຫ້ເຫຼົ້າອະງຸ່ນໄຫລສູ່ຄົນຮັກຂ້ອຍໂດຍກົງ ໂດຍໃຫ້ໄຫລຕົງໄປສູ່ຮີມສົບແລະສູ່ແຂ້ວດ້ວຍ.
ເຮົາຈະຍົກຄວາມຜິດທຸກຢ່າງທີ່ເຈົ້າໄດ້ເຮັດ, ແຕ່ເຈົ້າຈະຈົດຈຳມັນໄວ້ ແລະລະອາຍໃຈ ຈົນບໍ່ກ້າອ້າປາກເວົ້າເຖິງມັນເລີຍ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ເພິ່ນຈະສັ່ງລາວໃຫ້ນຳນົກສອງໂຕທີ່ບໍ່ເປັນມົນທິນມາ ເພື່ອເຮັດພິທີຊຳລະຕົວ ແລະນຳສິ່ງເຫຼົ່ານີ້ມາດ້ວຍຄື: ໄມ້ສົນສີດາແທ່ງໜຶ່ງ, ດ້າຍສີແດງເສັ້ນໜຶ່ງ ແລະໃບຫູສົບມັດໜຶ່ງ.
ປະໂຣຫິດຈະເອົານົກໂຕທີ່ຍັງເປັນຢູ່ ຈຸ່ມລົງໃນຖ້ວຍເລືອດຂອງນົກໂຕທີ່ໄດ້ຂ້ານັ້ນ ພ້ອມກັບໄມ້ສົນສີດາ, ດ້າຍສີແດງ ແລະໃບຫູສົບ.
ແລ້ວໃຫ້ເພິ່ນເອົາໄມ້ສົນສີດາຈຳນວນໜຶ່ງ, ໃບຕົ້ນຫູສົບມັດໜຶ່ງ ແລະດ້າຍສີແດງເສັ້ນໜຶ່ງຖິ້ມໃສ່ໄຟ.
ພວກເຂົາຈະຕ້ອງໃຊ້ຜ້າສີແດງເຂັ້ມປົກສິ່ງຂອງທັງໝົດເຫຼົ່ານີ້ກ່ອນ ແລະເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
ຄົນດີກໍເອົາສິ່ງດີອອກມາຈາກຄັງແຫ່ງຄວາມດີຂອງຕົນ, ຄົນຊົ່ວກໍເອົາສິ່ງຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ.”
ທຸກຄົນກໍກ່າວຊົມເຊີຍພຣະອົງ ແລະປະທັບໃຈໃນຖ້ອຍຄຳອັນອ່ອນຫວານ ຊຶ່ງອອກມາຈາກປາກຂອງພຣະອົງ ພວກເຂົາຈຶ່ງເວົ້າວ່າ, “ລາວບໍ່ແມ່ນລູກຊາຍຂອງໂຢເຊັບບໍ?”
ຢ່າໃຫ້ຄຳຫຍາບຊ້າອອກຈາກປາກຂອງເຈົ້າຈັກເທື່ອ, ແຕ່ໃຫ້ໃຊ້ຄຳເວົ້າອັນດີທີ່ຈະຊ່ວຍໃຫ້ຈະເລີນຂຶ້ນ ແລະໃຫ້ເໝາະສົມກັບຄວາມຕ້ອງການ ເພື່ອຖ້ອຍຄຳທີ່ພວກເຈົ້າກ່າວນັ້ນ ຈະເປັນຄຸນປະໂຫຍດແກ່ຜູ້ທີ່ໄດ້ຍິນໄດ້ຟັງ.
ຈົ່ງໃຫ້ວາຈາຂອງເຈົ້າທັງຫລາຍ ປະກອບດ້ວຍເມດຕາຄຸນຢູ່ສະເໝີ ປະສົມດ້ວຍເກືອ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ວິທີຕອບທີ່ຖືກໃຈແກ່ທຸກຄົນ.
ເພາະວ່າໂມເຊໄດ້ປະກາດຄຳສັ່ງທຸກຂໍ້ ໃນກົດບັນຍັດແກ່ໄພ່ພົນທັງໝົດແລ້ວ ເພິ່ນກໍໄດ້ເອົາເລືອດລູກງົວເຖິກແລະເລືອດແບ້ເຖິກປົນໃສ່ນໍ້າ ແລ້ວເອົາຂົນແກະສີແດງແລະໃບຫູສົບມັດໜຶ່ງ ມາຈຸ່ມແລະຊິດໃສ່ໜັງສືມ້ວນນັ້ນ ແລະຊິດໃສ່ໄພ່ພົນທັງໝົດ.
ແຕ່ເຈົ້າຈະຕ້ອງເຮັດດັ່ງນີ້: ເມື່ອພວກຂ້ອຍກັບມາບຸກໂຈມຕີດິນແດນຂອງເຈົ້າ ໃຫ້ເຈົ້າເອົາເຊືອກສີແດງນີ້ ຜູກໃສ່ປ່ອງຢ້ຽມໄວ້ໃນບ່ອນທີ່ເຈົ້າຢ່ອນພວກຂ້ອຍລົງ. ໃຫ້ເອົາພໍ່ແມ່, ອ້າຍເອື້ອຍນ້ອງ ແລະທຸກໆຄອບຄົວຂອງເຈົ້າທຸກຄົນ ມາໂຮມກັນຢູ່ໃນເຮືອນຂອງເຈົ້າ.