Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 4:2 - ພຣະຄຳພີສັກສິ

2 ແຂ້ວ​ນ້ອງ​ຂາວ​ແຈ້ງ​ໃຫ້​ອ້າຍ​ຄິດເຖິງ​ຝູງແກະ ທີ່​ຫາ​ກໍ​ຖືກ​ຕັດ​ຂົນ​ແລະ​ອາບນໍ້າ​ໃຫ້​ສະອາດ. ບໍ່ມີ​ໂຕ​ໃດ​ຂາດ​ຈາກ​ຄອກສັດ​ຫາຍ​ໄປ ເພາະ​ທຸກ​ໂຕ​ມີ​ຄູ່ຄອງ​ຢ່າງ​ເໝາະສົມ​ທັງນັ້ນ.

Uka jalj uñjjattʼäta Copia luraña




ຍອດເພງ 4:2
10 Jak'a apnaqawi uñst'ayäwi  

ໃນ​ດິນແດນ​ຂອງ​ພວກເຈົ້າ​ຈະ​ບໍ່ມີ​ແມ່ຍິງ​ຫລຸລູກ​ຫລື​ເປັນໝັນ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຊີວິດ​ຍືນຍາວ.


ທີ່ຮັກ​ຂອງອ້າຍ​ເອີຍ ນ້ອງ​ນາງ​ຊ່າງ​ງາມຫລາຍ ຕາ​ນ້ອງ​ໜ້າຮັກ​ແລະ​ຜ່ອງໃສ ໃນ​ຜ້າ​ຄຸມ​ທີ່​ປົກ​ໜ້າ. ຜົມ​ນ້ອງ​ປີວສະບັດ ດັ່ງ​ຝູງແບ້​ທີ່​ກະໂດດ​ໄປມາ ເຕັ້ນ​ກະໂດດ​ຢູ່​ຕາມ​ຮ່ອມພູ​ກີເລອາດ


ຮີມສົບ​ນ້ອງ​ກໍ​ເປັນ​ດັ່ງ​ໂບ​ສີ​ແດງເຂັ້ມ ຊຶ່ງ​ໜ້າຮັກ​ທີ່ສຸດ​ເມື່ອ​ເວລາ​ນ້ອງ​ເວົ້າ. ພວງແກ້ມ​ນ້ອງ​ທີ່​ຊ້ອນ​ຢູ່​ທາງ​ຫລັງ​ຜ້າປົກ ກໍ​ເບັ່ງບານ​ແດງ​ຜ່ອງໃສ​ເຕັມ​ໃບໜ້າ ເໝືອນ​ໝາກພິລາ​ເຄິ່ງໜ່ວຍ.


ແຂ້ວ​ນ້ອງ​ຂາວແຈ້ງ​ຊວນ​ອ້າຍ​ໃຫ້​ຄິດເຖິງ​ຝູງແກະ ທີ່​ຫາ​ກໍ​ຖືກ​ຕັດ​ຂົນ​ແລະ​ອາບນໍ້າ​ໃຫ້​ສະອາດ. ບໍ່ມີ​ຕົວ​ໃດ​ຂາດ​ຈາກ​ຄອກ​ສັດ​ຫາຍໄປ ເພາະ​ທຸກ​ຕົວ​ມີ​ຄູ່ຄອງ​ຢ່າງ​ເໝາະສົມ​ທັງສິ້ນ.


ພຣະອົງ​ໄດ້​ກ່າວ​ແກ່​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຊື່ອຟັງ​ພຣະອົງ​ທຸກ​ຖ້ອຍຄຳ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ເປັນ​ຂອງ​ພຣະອົງ; ສະນັ້ນ ຖ້ອຍຄຳ​ຂອງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ ເຕັມ​ລົ້ນ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ແລະ​ຄວາມ​ສຸກໃຈ.


ຖ້າ​ເຈົ້າ​ທັງຫລາຍ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍຄຳ​ຂອງເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກເຈົ້າ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ​ຂອງ​ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ​ທັງຫລາຍ​ທີ່​ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka