Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 4:16 - ພຣະຄຳພີສັກສິ

16 ຈົ່ງ​ຕື່ນ​ຂຶ້ນ​ເຖີດ ລົມ​ໃຕ້​ລົມເໜືອ​ເອີຍ ຈົ່ງ​ພັດ​ເອົາ​ກິ່ນ​ຫອມ​ມາ​ທີ່​ສວນ​ຂອງຂ້ອຍ; ຈົ່ງ​ພັດ​ກິ່ນ​ຫອມ​ນັ້ນ​ໃຫ້​ເຕັມ​ທົ່ວ​ເທິງ​ເວຫາ ໃຫ້​ຄົນຮັກ​ຂອງຂ້ອຍ​ມາ​ທີ່​ສວນ ກິນ​ໝາກໄມ້​ທີ່​ດີເລີດ.

Uka jalj uñjjattʼäta Copia luraña




ຍອດເພງ 4:16
30 Jak'a apnaqawi uñst'ayäwi  

ລົມ​ພັດ​ໄປ​ທາງ​ທິດໃຕ້ ລົມ​ພັດ​ໄປ​ທາງ​ທິດເໜືອ ລົມ​ພັດ​ຜ່ານ​ໄປ ແລະ​ພັດ​ຜ່ານ​ມາ ແລ້ວ​ກໍ​ເລີ່ມ​ພັດ​ໄປ​ຈາກ​ທິດ​ເກົ່າ​ອີກ.


ຂ້າພະເຈົ້າ​ໄດ້​ເຮັດ​ສວນ​ຄົວ ແລະ​ສວນ​ພັກຜ່ອນ​ຢ່ອນໃຈ​ຕ່າງໆ ຊຶ່ງ​ມີ​ຕົ້ນໄມ້​ກິນ​ໝາກ​ທຸກໆ​ຊະນິດ;


ຄົນຮັກ​ຂອງນ້ອງ​ເປັນ​ດັ່ງ​ຢາງໄມ້​ຫອມ ໃນ​ຂະນະທີ່​ລາວ​ນອນ​ໝູນ​ເອິກ​ນ້ອງ​ຢູ່​ນັ້ນ.


ຈົ່ງ​ມາ​ຮັບ​ເອົາ​ນ້ອງ ແລະ​ພາ​ພວກນ້ອງ​ໜີໄປ​ສາ ຈົ່ງ​ມາ​ເປັນ​ຣາຊາ​ແລະ​ພາເຂົ້າ​ໄປ​ຫ້ອງນອນ​ອ້າຍ. ເພາະ​ອ້າຍ ນ້ອງ​ຈະ​ຊົມຊື່ນ​ກັບ​ຄວາມສຸກ​ດ້ວຍກັນ ມາ​ເພາະ​ຮັກກັນ​ໃຫ້​ເມົາ​ກວ່າ​ລິດ​ເຫຼົ້າ​ອະງຸ່ນ​ເຖີດ. ສົມພໍແລ້ວ ສາວ​ທຸກຖ້ວນໜ້າ​ຈຶ່ງ​ພາກັນ​ຮັກ ຫລົງໄຫລ​ຮັກ​ອ້າຍ ຮັກ​ອ້າຍ​ແຕ່​ຜູ້ດຽວ.


ຕົ້ນໝາກຈອງ​ເກີດ​ຢູ່​ທ່າມກາງ​ຕົ້ນໄມ້​ປ່າ​ສັນໃດ ຄົນຮັກ​ຂອງນ້ອງ​ກໍ​ປະປົນ​ຢູ່​ກັບ​ຊາຍ​ອື່ນ​ສັນນັ້ນ. ຂ້ອຍ​ມັກ​ມາ​ນັ່ງ​ພັກ​ເຊົາ​ຢູ່​ໃຕ້​ຮົ່ມ​ຂອງມັນ ແລະ​ໝາກ​ຂອງມັນ​ກໍ​ຫວານ​ແລະ​ຣົດຊາດ​ກໍ​ແຊບ.


ຈົ່ງ​ຟັງ​ເຖີດ ນັ້ນ​ແມ່ນ​ສຽງ​ຄົນ​ຮັກ​ຂອງຂ້ອຍ​ໃດ ຈົ່ງ​ເບິ່ງ​ພຸ້ນ​ດູ ລາວ​ກຳລັງ​ແລ່ນ​ມາ​ໃກ້ ລາວ​ແລ່ນ​ມາ​ຫາ​ຂ້ອຍ ກະໂດດ​ຂ້າມ​ໜ່ວຍ​ພູ​ມາ ແລ່ນ​ແຂ່ງ​ຂ້າມ​ເນີນພູ​ຟ້າວຟັ່ງ​ມາ​ຫາ​ຂ້ອຍ.


ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ອ້າຍ​ໄດ້​ເຂົ້າ​ມາ​ຢູ່​ໃນ​ສວນ​ຂອງອ້າຍ​ແລ້ວ. ອ້າຍ​ໄດ້​ເກັບ​ເອົາ​ບາງ​ສິ່ງ​ທີ່​ຢູ່​ໃນ​ສວນ ຄື​ເຄື່ອງເທດ, ເຄື່ອງຫອມ ແລະ​ຢາງໄມ້​ຫອມ​ດ້ວຍ; ອ້າຍ​ກຳລັງ​ດື່ມ​ນໍ້າເຜິ້ງ​ໃນ​ເຮືອນຮັງ​ຂອງມັນ​ຢູ່ ອ້າຍ​ກຳລັງ​ດື່ມ​ເຫຼົ້າ ແລະ​ນໍ້ານົມ​ຂອງອ້າຍ​ໃດ. ຈົ່ງ​ກິນ​ແລະ​ດື່ມ​ສາເຖີດ ຍອດ​ສຸດທີ່ຮັກ​ຂອງຂ້ອຍ ຈົນ​ພວກເຈົ້າ​ເມົາ​ຮັກ​ໃຫ້​ຄັກ​ໃຈ​ພວກເຈົ້າ​ສາເຖີດ.


ຄົນຮັກ​ຂອງຂ້ອຍ​ໄດ້​ໜີໄປ​ທີ່​ສວນ​ຂອງ​ລາວ ບ່ອນ​ທີ່​ມີ​ຕົ້ນ​ຢາງຫອມ​ນາໆ​ຊະນິດ​ເກີດ​ທີ່​ນັ້ນ. ໃນ​ທີ່ນັ້ນ ລາວ​ກຳລັງ​ລ້ຽງ​ຝູງສັດ​ຂອງ​ລາວ ແລະ​ເກັບ​ເອົາ​ດອກ​ຊ້ອນ​ຢູ່​ໃນ​ທີ່ນັ້ນ​ດ້ວຍ.


ສ່ວນ​ເຈົ້າໂຊໂລໂມນ​ນັ້ນ​ກໍ​ຍິນດີ​ຮັບ​ເອົາ ເງິນ​ພັນ​ຫລຽນ​ທີ່​ເປັນ​ຄ່າເຊົ່າ​ສວນ​ນັ້ນ ຄົນ​ເຮັດສວນ​ກໍໄດ້​ສ່ວນແບ່ງ ສອງຮ້ອຍ​ຫລຽນ​ເງິນ ແຕ່​ສຳລັບ​ຂ້ອຍເອງ ຂ້ອຍ​ມີ​ສວນອະງຸ່ນ​ຂອງຂ້ອຍ.


ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ແຫວກ​ຟ້າ​ສະຫວັນ​ແລະ​ສະເດັດ​ລົງ​ມາ? ພູເຂົາ​ທັງຫລາຍ​ຈະ​ເຫັນ​ພຣະອົງ ແລະ​ຢ້ານກົວ​ຈົນ​ສັ່ນເຊັນ.


ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ປະກາດ​ພຣະທຳ​ຕໍ່​ລົມ. ຈົ່ງ​ບອກ​ລົມ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ສັ່ງ​ວ່າ ຈົ່ງ​ມາ​ຈາກ​ທິດ​ທັງສີ່ ແລະ​ຈົ່ງ​ພັດ​ເຂົ້າ​ໄປ​ເປັນ​ລົມຫາຍໃຈ​ຢູ່​ໃນ​ຄົນ​ທີ່​ຖືກຂ້າ​ເຫຼົ່ານີ້ ເພື່ອ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.”’


ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ​ທີ່​ກຳລັງ​ເວົ້າ ແລະ​ພຣະອົງ​ຈຶ່ງ​ກ່າວ​ວ່າ, “ພວກເຈົ້າ​ກວນ​ໃຈ​ຍິງ​ນີ້​ເຮັດ​ຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ທີ່​ດີ​ງາມ​ໃຫ້​ແກ່​ເຮົາ​ແລ້ວ.


ນາງ​ໄດ້​ຖອກ​ນໍ້າຫອມ​ນີ້​ຫົດສົງ​ຮ່າງກາຍ​ຂອງເຮົາ ເພື່ອ​ຕຽມ​ການ​ປົງສົບ​ຂອງເຮົາ.


ລົມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້ຍິນ​ສຽງ​ຂອງ​ມັນ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ພັດ​ມາ​ຈາກ​ໃສ ແລະ​ພັດ​ໄປ​ທາງ​ໃດ ທຸກຄົນ​ທີ່​ເກີດ​ມາ​ຈາກ​ພຣະວິນຍານ ກໍ​ເປັນ​ດັ່ງນັ້ນແຫລະ.”


ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ​ຍ່າງ​ໄປ.”


ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ດັ່ງນັ້ນ ເມື່ອ​ເຮົາ​ສຳເລັດ​ການ​ມອບ​ຜົນທານ​ນີ້​ໃຫ້​ແກ່​ພວກເຂົາ​ແລ້ວ ເຮົາ​ກໍ​ຈະ​ໄປ​ປະເທດ​ສະເປນ ໂດຍ​ຜ່ານ​ເຂດ​ທີ່​ພວກເຈົ້າ​ຢູ່​ນັ້ນ.


ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka