Biblia Todo Logo
Internet tuqin Biblia

- Anuncios ukanaka -




ຍອດເພງ 4:12 - ພຣະຄຳພີສັກສິ

12 ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ນ້ອງ​ເປັນ​ສວນ​ສ່ວນຕົວ​ຄົນດຽວ​ຂອງອ້າຍ ຄື​ສວນ​ແຫ່ງ​ໜຶ່ງ​ທີ່​ມີ​ກຳແພງ​ອ້ອມ​ໄວ້​ຢ່າງດີ ເປັນ​ບໍ່​ນໍ້າພຸ​ແຫ່ງ​ໜຶ່ງ​ທີ່​ຖືກ​ຈັບຈ່ອງ​ໄວ້​ແລ້ວ.

Uka jalj uñjjattʼäta Copia luraña




ຍອດເພງ 4:12
17 Jak'a apnaqawi uñst'ayäwi  

ຕາມ​ປົກກະຕິ ເມື່ອ​ແກະ​ທຸກ​ຝູງ​ມາ​ໂຮມ​ກັນ​ທີ່​ນັ້ນ​ໝົດ​ແລ້ວ ພວກ​ລ້ຽງແກະ​ຈຶ່ງ​ພາກັນ​ກິ້ງ​ກ້ອນຫີນ​ອອກ ແລະ​ຕັກ​ນໍ້າ​ໃຫ້​ແກະ​ກິນ. ແລ້ວ​ພວກເຂົາ​ກໍ​ກິ້ງ​ກ້ອນຫີນ​ນັ້ນ ອັດ​ປາກ​ນໍ້າສ້າງ​ໄວ້​ຄື​ເກົ່າ.


ແວວ​ຕາ​ນ້ອງ ຢຶດຄອງ​ຫົວໃຈ​ອ້າຍ​ໄວ້​ແລ້ວ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ສ້ອຍ​ຄ້ອງ​ຄໍ​ນ້ອງ ມັດ​ອ້າຍ​ໃຫ້​ຕົກ​ເປັນ​ຊະເລີຍ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ


ອ້າຍ​ໄດ້​ລົງ​ມາ​ທີ່​ສວນ​ໝາກ​ອາລະມັນ ເພື່ອ​ເບິ່ງ​ພືດພັນ​ທີ່​ຫາ​ກໍ​ປົ່ງ​ຂຶ້ນ​ໃນ​ຮ່ອມພູ​ນັ້ນ ເພື່ອ​ມາ​ເບິ່ງ​ໃບ​ອ່ອນ​ຂອງ​ເຄືອ​ອະງຸ່ນ ແລະ​ເບິ່ງ​ຕົ້ນ​ໝາກ​ພິລາ​ທີ່​ມີ​ດອກບານ.


ຄົນຮັກ​ຂອງຂ້ອຍ​ໄດ້​ໜີໄປ​ທີ່​ສວນ​ຂອງ​ລາວ ບ່ອນ​ທີ່​ມີ​ຕົ້ນ​ຢາງຫອມ​ນາໆ​ຊະນິດ​ເກີດ​ທີ່​ນັ້ນ. ໃນ​ທີ່ນັ້ນ ລາວ​ກຳລັງ​ລ້ຽງ​ຝູງສັດ​ຂອງ​ລາວ ແລະ​ເກັບ​ເອົາ​ດອກ​ຊ້ອນ​ຢູ່​ໃນ​ທີ່ນັ້ນ​ດ້ວຍ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ນຳພາ​ເຈົ້າ​ໄປ​ສະເໝີ ແລະ​ຈະ​ໃຫ້​ເຈົ້າ​ໄດ້​ອີ່ມໃຈ​ກັບ​ສິ່ງ​ທີ່ດີ​ທັງຫລາຍ. ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ທັງ​ຈະ​ໃຫ້​ຢູ່ດີ​ກິນດີ​ດ້ວຍ. ເຈົ້າ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ລໍ່ລ້ຽງ​ຢ່າງ​ອຸດົມສົມບູນ ເປັນ​ດັ່ງ​ນໍ້າພຸ​ທີ່​ບໍ່​ແຫ້ງ​ເປັນ​ຈັກເທື່ອ.


ພວກເຂົາ​ຈະ​ມາ​ຂັບຮ້ອງ​ຍິນດີ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ຈະ​ເບີກບານ​ໃຈ​ກັບ​ສິ່ງ​ດີ​ທີ່​ພຣະເຈົ້າຢາເວ​ມອບ​ໃຫ້ ຄື​ພືດຜົນ​ເປັນເມັດ​ແດ່​ແລະ​ເຫຼົ້າ​ອະງຸ່ນ ນໍ້າມັນ​ໝາກກອກເທດ​ທັງ​ຝູງແກະ​ແລະ​ງົວ​ດ້ວຍ. ພວກເຂົາ​ຈະ​ເປັນ​ດັ່ງ​ສວນ​ທີ່​ມີ​ນໍ້າ​ຫົດ​ລ້ຽງ​ຢ່າງດີ ມີ​ທຸກສິ່ງ​ທີ່​ຕ້ອງການ.


ຈົ່ງ​ໃຫ້​ພວກເຮົາ​ພະຍາຍາມ​ຮູ້ຈັກ​ພຣະເຈົ້າຢາເວ. ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ຢ່າງ​ແນ່ນອນ​ຕອນ​ຮຸ່ງເຊົ້າ ແລະ​ແນ່ແທ້ ດັ່ງ​ຝົນ​ລະດູ​ໃບໄມ້​ປົ່ງ ທີ່​ຕົກລົງ​ໃສ່​ຜືນ​ແຜ່ນດິນ​ໂລກ.”


ອາຫານ​ມີ​ໄວ້​ສຳລັບ​ທ້ອງ ແລະ​ທ້ອງ​ກໍ​ມີ​ໄວ້​ສຳລັບ​ອາຫານ, ແຕ່​ພຣະເຈົ້າ​ຈະ​ໃຫ້​ທັງສອງ ຄື​ທ້ອງ​ແລະ​ອາຫານ​ສູນສິ້ນ​ໄປ ຮ່າງກາຍ​ບໍ່ໄດ້​ມີ​ໄວ້​ສຳລັບ​ການ​ຫລິ້ນຊູ້, ແຕ່​ມີ​ໄວ້​ສຳລັບ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ມີ​ໄວ້​ສຳລັບ​ຮ່າງກາຍ.


ຈຶ່ງ​ມີ​ຄວາມ​ສົນໃຈ​ຢູ່​ນຳ​ສອງ​ກໍ້າ​ສອງ​ຝ່າຍ ຝ່າຍ​ຍິງ​ທີ່​ບໍ່ມີ​ຜົວ​ແລະ​ສາວ​ໂສດ ກໍ​ຮ້ອນຮົນ​ໃຈ​ຢູ່​ນຳ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ເພື່ອ​ຈະ​ໄດ້​ເປັນ​ຜູ້​ບໍຣິສຸດ​ທັງ​ຮ່າງກາຍ​ແລະ​ຈິດ​ວິນຍານ. ສ່ວນ​ຍິງ​ທີ່​ມີ​ຜົວ​ແລ້ວ ກໍ​ຮ້ອນຮົນ​ໃຈ​ຢູ່​ນຳ​ເລື່ອງ​ຂອງ​ໂລກນີ້ ເພາະ​ນາງ​ຕ້ອງ​ເຮັດ​ໃຫ້​ຜົວ​ຂອງຕົນ​ພໍໃຈ.


ພຣະອົງ​ໄດ້​ຊົງ​ປະທັບຕາ​ໃສ່​ພວກເຮົາ ແລະ​ຊົງ​ປະທານ​ພຣະວິນຍານ​ຂອງ​ພຣະອົງ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຮົາ​ເພື່ອ​ເປັນ​ເຄື່ອງ​ມັດຈຳ.


ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ໄດ້​ຟັງ​ຂ່າວ​ຄວາມຈິງ ຄື​ຂ່າວປະເສີດ​ເລື່ອງ​ຄວາມພົ້ນ​ຂອງ​ພວກເຈົ້າ​ນັ້ນ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ປະທັບຕາ​ໝາຍ​ພວກເຈົ້າ​ໄວ້ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.


ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ.


ແຕ່​ສິ່ງໃດ​ທີ່​ເປັນ​ມົນທິນ​ຊົ່ວຮ້າຍ ຫລື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ອັບອາຍ ໜ້າກຽດ​ໜ້າຊັງ ຫລື​ຄົນ​ຂີ້ຕົວະ ຈະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ບໍ່ໄດ້​ເປັນ​ເດັດຂາດ ມີ​ແຕ່​ພວກ​ຄົນ​ທັງຫລາຍ ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ​ຂອງ​ພຣະ​ເມສານ້ອຍ​ເທົ່ານັ້ນ ຈຶ່ງ​ຈະ​ເຂົ້າ​ໄປ​ໄດ້.


ເທວະດາ​ຕົນ​ນັ້ນ​ກ່າວ​ວ່າ, “ຢ່າ​ທຳລາຍ​ແຜ່ນດິນ ທະເລ ຫລື​ຕົ້ນໄມ້ ຈົນກວ່າ​ເຮົາ​ຈະ​ປະທັບຕາ ໃສ່​ໜ້າຜາກ​ຂອງ​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ເສຍ​ກ່ອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka